Ad

Ad

9 September 2015

ນໍ້າປະປາແຈ້ງໃຫ້ຜູ້ບໍລິໂພກຫລາຍເມືອງໃນນະຄອນຫລວງກຽມນໍ້າໄວ້ໃຊ້ຍ້ອນຈະມີການສ້ອມແປງລະບົບໄຟຟ້າຂອງໂຮງງານນ້ຳປະປາຈີ່ນາຍໂມ້


ລັດວິສາຫະກິດນໍ້າປະປາລາວ, ໄດ້ອອກແຈ້ງການເຖິງປະຊາຊົນໃນເຂດເມືອງຫາດຊາຍຟອງ ສີສັດຕະນາກ ແລະ ໄຊເສດຖາໃຫ້ກະກຽມພາຊະນະໂຕ່ງນໍ້າໄວ້ໃຊ້, ເນື່ອງຈາກນັບແຕ່ເວລາ 8:00-12:00 ຂອງວັນທີ 11 ກັນຍາ 2015 ນີ້, ໂຮງງານຜະລິດນໍ້າປະປາຈີນາຍໂມ້ຈະໄດ້ຢຸດການຜະລິດຊົ່ວຄາວເພື່ອສ້ອມແປງລະບົບ ໄຟຟ້າພາຍໃນໂຮງງານ, ເຊິ່ງຈະເຮັດໃຫ້ແຮງດັນນໍ້າປະປາຫລຸດລົງໃນຫລາຍເຂດຂອງນະຄອນຫລວງວຽງຈັນ. ດັງນັ້ນຈຶ່ງແຈ້ງໃຫ້ຜູ້ຊົມໃຊ້ນໍ້າປະປາກະກຽມພາຊະນະໂຕ່ງນໍ້າແຮໄວ້ໃຊ້ໃນໄລຍະດັ່ງກ່າວໃຫ້ພຽງພໍ.

No comments:

Post a Comment