Ad

Ad

9 September 2015

ຄາດຕະກອນຂ້າຜູ້ເຖົ້າ 70 ປີຢູ່ຄໍາມ່ວນຖືກລົງໂທດຕາມກົດໝາຍ

ຂ່າວ-ພາບ: ຫນັງສືພິມ ປກສ
ທ້າວ ຫັດ ແກ້ວສຸພັນ ອາຍຸ 19 ປີ ແລະ ທ້າວ ດອນ ກອງສີດາ (ແປ້ວ) ອາຍຸ 21 ປີຢູ່ບ້ານນາດິນ ຈີ່ ເມືອງທ່າແຂກ ແຂວງຄໍາມ່ວນ ຖືກເຈົ້າໜ້າທີ່ສືບສວນ-ສອບສວນແຂວງຄໍາມ່ວນ, ນໍາຕົວໄປເຮັດ ແຜນປະກອບຄະດີເພື່ອສົ່ງໄອຍະການ ແລະ ສັ່ງຟ້ອງສານຕັດສີນລົງໂທດຕາມກົດໝາຍ, ພາຍຫລັງຮ່ວມກັນລົງມືຄາດຕະກໍາປຸ້ນຊັບແມ່ຕູ້ຄົນໜຶ່ງອາຍຸ 70 ປີຢູ່ບ້ານດຽວກັນແລ້ວເອົາສົບໄປຖິ້ມຢູ່ປ່າແຄມບ້ານ.

ຄະດີມີຢູ່ວ່າ: ໃນວັນທີ 19 ມິ ຖຸນາ 2015, ທ້າວ ຫັດ ໄດ້ໄປຫລິ້ນນໍາໝູ່, ເຊິ່ງເປັນຫລານຂອງແມ່ຕູ້ໜູ (ຜູ້ເສຍຊີວິດ), ໃນຂະນະນັ້ນ, ໄດ້ເຫັນແມ່ຕູ້ຈົກເງິນໃຫ້ຫລານຈຶ່ງຄິດຢາກໄດ້, ມາຮອດວັນທີ 23 ມິຖຸນາ 2015, ທ້າວ ຫັດ ໄດ້ຊວນໝູ່ຊື່ທ້າວ ດອນ ໄປປຸ້ນເອົາເງິນແມ່ຕູ້ໜູທີ່ກໍາລັງໄປຫາໜໍ່ໄມ້ຢູ່ນາໃກ້ບ້ານ, ໂດຍທ້າວ ຫັດ ໄດ້ໃຊ້ ໄມ້ຍາວປະມານໜຶ່ງແມັດຟາດບໍລິເວນງ່ອນຄໍແມ່ຕູ້ຈົນລົ້ມລົງໝົດສິຕິ, ຫລັງຈາກນັ້ນທັງສອງໄດ້ຄົ້ນເອົາເງິນ ແລະ ຊັບສນໃນຖົງເສື້ອໄດ້ເງິນ 10
ພັນບາດ(ສະກຸນເງິນໄທ) ແລະ ສາຍຄໍຄໍາໜຶ່ງເສັ້ນໜັກໜຶ່ງບາດ, ກ່ອນຈະເອົາໄມ້ຟາດຕື່ມອີກສອງບາດຈົນເສຍຊີວິດແລ້ວທັງສອງໄດ້ຫາມສົບໄປຖິ້ມໄວ້ຢູ່ປ່າແຄມນາຫ່າງຈາກຈຸດເກີດເຫດປະ ມານ 70 ແມັດ, ຫລັງຈາກນັ້ນກໍເອົາເງິນແບ່ງກັນ ແລະ ມາຮອດວັນທີ 25 ກໍລະກົດ 2015 ທ້າວ ຫັດ ກໍໄດ້ໄປກໍເຫດໃຊ້ມິດແທງ ນາງ ແມັມ ຢູ່ບ້ານດຽວກັນເພື່ອປຸ້ນຊັບຈົນໄດ້ຮັບບາດເຈັບສາຫັດ, ແຕ່ໂຊກດີມີປະຊາຊົນຢູ່ໃກ້ຄຽງເຂົ້າມາຊ່ວຍແຕ່ທ້າວ ຫັດ ໄດ້ເອົາຕົວຫລົບໜີ, ກ່ອນຖືກເຈົ້າໜ້າທີ່ສາມາດນໍາຈັບຕົວມາດໍາເນີນຄະດີໃນມື້ດຽວກັນ ແລະ ຈັບທ້າວ ດອນ ໃນວັນທີ 27 ກັນຍາ 2015 ມາດໍາເນີນຄະດີຕາມລະບຽບກົດໝາຍເຊັ່ນກັນ.

No comments:

Post a Comment