Ad

Ad

9 September 2015

ນັກສຶກສາລາວ 37 ຄົນໄດ້ຮັບທຶນໄປສຶກສາຕໍ່ຢູ່ລັດເຊຍ

ນັກສຶກສາລາວ ຈຳນວນ 37 ຄົນ ໄດ້ຮັບທຶນໄປສຶກສາຕໍ່ຢູ່ປະ ເທດລັດເຊຍ, ໃນນັ້ນມີລະດັບປະລິນຍາຕີ 26 ຄົນ ແລະ ປະລິນຍາໂທ 11 ຄົນ, ໃນຂະແໜງບໍລິຫານ, ໄອທີ, ການປົກຄອງລັດ, ການພົວພັນສາກົນ, ການເງິນ, ສິນເຊື້ອ ແລະ ເສດຖະກິດ.

ທ່ານ ມີຄາຍອິນ ບາຣານົບ ເອກອັກຄະລັດຖະທູດລັດເຊຍ ປະຈຳລາວມີຄຳເຫັນໃນງານລ້ຽງສົ່ງນັກສຶກສາດັ່ງກ່າວທີ່ຈັດຂຶ້ນໃນວັນທີ 8 ກັນຍານີ້, ທີ່ສະຖານທູດຂອງຕົນໃນນະຄອນຫລວງວຽງຈັນຮູ້ວ່າ: ການສຶກສາແມ່ນຜົນສຳເລັດໃນການພັດທະນາປະເທດຊາດ, ເຊິ່ງລັດຖະບານລັດເຊຍໄດ້ເຫັນຄວາມສຳຄັນຂອງການສຶກສາໃນລາວຈຶ່ງໄດ້ໃຫ້ທຶນຊ່ວຍເຫລືອຈຳນວນໜຶ່ງແກ່ນັກສຶກສາຜູ້ທີ່ມີເງື່ອນໄຂ ແລະ ມາດຕະຖານຄົບຖ້ວນເພື່ອໄປສຶກສາຕໍ່ທີ່ປະເທດລັດເຊຍໄດ້ຢ່າງມີຄຸນນະພາບ ແລະ ຫລັງຈາກຮຽນຈົບແລ້ວຈະມີຄວາມຮູ້, ຄວາມສາມາດກັບມາພັດ ທະນາເສດຖະກິດ-ສັງຄົມຂອງຊາດ ແລະ ພັດທະນາຊັບພະຍາກອນມະນຸດຂອງລາວໃຫ້ມີຄວາມກ້າວໜ້າທຽບເທົ່າສາກົນ ແລະ ພາກພື້ນ. ພ້ອມກັນນີ້ ກໍຈະເປັນການປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນລະຫວ່າງລາວ-ລັດເຊຍໃຫ້ໜັກແໜ້ນຍິ່ງໆຂຶ້ນ. 

No comments:

Post a Comment