Ad

Ad

9 September 2015

ສູນອະນຸລັກຊ້າງລາວ ຈະຈັດຂະບວນແຫ່ງຊ້າງ 20 ເຊືອກຈາກແຂວງໄຊຍະບູລີຫາແຂວງຫລວງພະບາງໃນທ້າຍປີນີ້

ຜູ້ຈັດການທົ່ວໄປຂອງສູນອະນຸລັກຊ້າງລາວ ໄດ້ແຈ້ງໃຫ້ຮູ້ໃນ ວັນທີ 8 ກັນຍານີ້, ຢູ່ສະມາຄົມນັກ ຂ່າວແຫ່ງ ສປປ ລາວ ທີ່ນະຄອນຫລວງວຽງຈັນວ່າ: ຄາດວ່າໃນລະຫວ່າງວັນທີ 27 ຕຸລາຫາ 17 ທັນວາ 2015ນີ້, ສູນອະນຸລັກຊ້າງ ຂອງຕົນຈະຈັດຂະບວນແຫ່ງຊ້າງ ຈຳນວນ 20 ເຊືອກ ຈາກແຂວງ ໄຊຍະບູລີໄປຫາແຂວງຫລວງພະ ບາງ, ໂດຍຈະໄຊ້ເວລາປະມານ 45 ວັນໃນການເດີນທາງດັ່ງກ່າວ, ໃນນີ້ຈະມີຊ້າງຈາກແຂວງໄຊຍະບູລີ 12 ເຊືອກ ແລະ ແຂວງຫລວງພະບາງ 8 ເຊືອກເຂົ້າຮ່ວມງານຄັ້ງນີ້ຈັດຕັ້ງຂຶ້ນເປັນປີທີ 2 ແລ້ວ ເພື່ອລະດົມທຶນ ແລະ ປຸກຈິດສຳນຶກຂອງປະຊາຊົນໃນການອະນຸລັກຮັກສາ ແລະ ຊ່ວຍເຫລືອຊ້າງ ທີ່ມີຈຳນວນຫລຸດໜ້ອຍຖອຍລົງໃນແຕ່ລະປີ. ປັດຈຸບັນນີ້ ຢູ່ລາວເຮົາມີຊ້າງທັງໝົດພຽງ 900 ເຊືອກ ເທົ່ານັ້ນ, ເຊິ່ງມັນອາດຈະຫລຸດລົງຕາມລຳດັບຖ້າພວກເຮົາບໍ່ຫັນມາຮັກສາ ແລະ ອະນຸລັກຊ້າງນຳກັນ.

No comments:

Post a Comment