Ad

Ad

9 September 2015

ວຽກງານຫັນຊັບເປັນທຶນຕ້ອງມີການເຜີຍແຜ່ກວ້າງຂວາງກວ່າເກົ່າ

ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ວຽກງານການຫັນຊັບສີນເປັນທຶນມີຄວາມສໍາຄັນຫລາຍຕໍ່ການຄຸ້ມຄອງ ແລະ ນໍາໃຊ້ຊັບສີນຂອງລັດໃຫ້ເກີດປະໂຫຍດສູງສຸດ, ສ້າງມູນຄ່າເພີ່ມໃຫ້ແກ່ຊັບສີນຂອງລັດເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ສະນັ້ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວໃຫ້ມີປະສິດທິຜົນໃນຕໍ່ໜ້ານີ້, ກ່ອນອື່ນຕ້ອງໄດ້ເຜີຍແຜ່ບັນດານິຕິກໍາທີ່ເປັນບ່ອນອງໃຫ້ອໍານາດການປົກຄອງທຸກຂັ້ນ ແລະ ອົງການຕ່າງໆມີຄວາມຮັບຮູ້ ແລະ ເຂົ້າໃຈ ຫລາຍແລະກວ້າງຂວາງກວ່າເກົ່າ.

ຫົວໜ້າພະແນກດັ່ງກ່າວໃຫ້ ຮູ້ວ່າ: ວຽກງານຫັນຊັບສີນເປັນທຶນ, ໄດ້ກາຍເປັນທ່າແຮງພື້ນຖານດ້ານໜຶ່ງຂອງການພັດທະນາເສດຖະກິດ-ສັງຄົມ ແລະ ການ ສ້າງລາຍຮັບເຂົ້າງົບປະມານແຫ່ງຊາດເວົ້າລວມ, ເວົ້າສະ ເພາະນະຄອນຫລວງວຽງຈັນພາຍຫລັງໄດ້ດໍາເນີນນະໂຍບາຍດັ່ງກ່າວມາແຕ່ປີ 2009 ເຫັນວ່າການເກັບລາຍຮັບງົບປະມານສາມາດບັນລຸໄດ້ຕາມຄາດໝາຍວາງໄວ້ຄື: ເກັບລາຍຮັບຈາກການຫັນຊັບສີນເປັນທຶນໃນສົກປີ 2009-2010 ໄດ້ 25 ຕື້ກວ່າກີບ, ສົກປີ 2010-2011 ໄດ້ 2 ຕື້ກວ່າກີບ, ສົກປີ 2011-2012 ແລະ ສົກປີ2012-2013 ໄດ້ຫລາຍກວ່າ 8 ຕື້ກີບ ແລະ ສົກປີ
2013-2014 ໄດ້ 3 ຕື້ກວ່າກີບ ແລະ ປັດຈຸບັນພວມ ຄິດໄລ່ມູນຄ່າການຫັນຊັບສີນເປັນ ທຶນໃນ 7 ໂຄງການທີ່ມີມູນຄ່າການ ຫັນຊັບສີນເປັນທຶນປະມານ 283 ຕື້ກວ່າກີບ, ເຊິ່ງມີພະແນກຊັບພະ ຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຕະຫລາດທາດຫລວງ, ເມືອງໄຊເສດຖາ, ທີ່ດິນຕາມແລວ ທາງ 450 ປີ ແລະ ທາງດອນນົກຂຸ້ມຂ້າມບຶງທາດຫລວງ ແລະ ໂຄງການອື່ນໆ, ເຊິ່ງທັງໝົດນັ້ນ ໄດ້ເຮັດໃຫ້ຊັບສີນຂອງຊາດຈະໄດ້ຮັບການພັດທະນາ, ມີມູນຄ່າເພີ່ມ ແລະ ເກີດປະໂຫຍດຕໍ່ສ່ວນລວມ. ຄຽງຄູ່ກັບດ້ານດີດັ່ງກ່າວມານັ້ນ   ກໍປາສະ ຈາກບໍ່ໄດ້ຂໍ້ຄົງຄ້າງ, ເນື່ອງຈາກເປັນວຽກໃໝ່, ຈຶ່ງເຮັດໃຫ້ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍທາງດ້ານນິຕິກໍາທີ່ກ່ຽວຂ້ອງໃຫ້ບັນດາຂະແໜງການ, ອໍານາດການປົກຄອງແຕ່ລະຂັ້ນ ແລະ ສັງຄົມບໍ່ທັນກວ້າງຂວາງ, ເຮັດໃຫ້ການຈັດຕັ້ງປະຕິບັດບໍ່ທັນເປັນເອກະພາບກັນເທົ່າທີ່ຄວນ, ບາງໂຄງການບໍ່ມີການຄິດໄລ່ດ້ານປະສິດທິຜົນ ແລະ ຍັງມີການສ້າງລາຍຈ່າຍນອກແຜນອີກດ້ວຍ.

No comments:

Post a Comment