Ad

Ad

9 September 2015

ປະເທດດ້ອຍພັດທະນາແມ່ນເປົ້າໝາຍຂອງຂະບວນການຟອກເງິນ

ໜ່ວຍງານຂໍ້ມູນຕ້ານການຟອກເງິນທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ : ປະເທດດ້ວຍພັດທະນາແມ່ນເປົ້າໝາຍເຄື່ອນໄຫວຂອງຂະບວນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ເຊິ່ງລວມເຖິງປະເທດເຮົານໍາດ້ວຍ. ສະນັ້ນ ເພື່ອສະກັດກັ້ນ ແລະ ຕ້ານການເຄື່ອນໄຫວທີ່ບໍ່ດີດັ່ງກ່າວ, ສະພາແຫ່ງຊາດຈຶ່ງໄດ້ຮັບຮອງເອົາ ກົດໝາຍວ່າດ້ວຍການຕ້ານ, ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການ ຮ້າຍ(AML/ CFT) ເມື່ອວັນທີ 21 ກໍລະກົດ 2014 ຜ່ານມາ ແລະ ຖືກປະກາດໃຊ້ຢ່າງເປັນທາງການໂດຍປະທານປະເທດແຫ່ງ ສປປ ລາວ ໃນວັນທີ 4 ກຸມພາ 2015 ນີ້.
ໜ່ວຍງານດັ່ງກ່າວໃຫ້ຮູ້ວ່າ: ການຟອກເງິນແມ່ນການປ່ຽນຮູບ, ນໍາໃຊ້, ເຄື່່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກໍາມະສິດທີ່ແທ້ຈິງຂອງເງິນຫລືຊັບສີນອື່ນທີ່ບຸກຄົນ, ນິຕິບຸກຄົນຫລືການຈັດຕັ້ງ ໂດຍທີ່ຮູ້ຫລືສົງໄສວ່າເງິນ, ຊັບສີນນັ້ນມາຈາກການກະທໍາຜິດເພື່ອປົກປິດຫລືຊຸກເຊື່ອງທີ່ມາຂອງເງິນຫລືຊັບສີນເພື່ອເຮັດໃຫ້ຖືກຕ້ອງຕາມ ກົດໝາຍ. ສ່ວນການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍແມ່ນການ ເຄື່ອນໄຫວໂດຍເຈດຕະນາທັງ ທາງກົງ ແລະ ທາງອ້ອມຂອງບຸກ
ຄົນ, ນິຕິບຸກຄົນຫລືການຈັດຕັ້ງທີ່ ພະຍາຍາມໃຫ້, ຮີບໂຮມ, ຈັດຫາ ທຶນທີ່ຖືກຕ້ອງຫລືບໍ່ຖືກຕ້ອງເພື່ອສະໜອງໃຫ້ແກ່ການກໍ່ການຮ້າຍຫລືຜູ້ກໍ່ການຮ້າຍຫລືການກະທໍາທີ່ພົວພັນກັບການກໍ່ການຮ້າຍ, ເຖິງວ່າທຶນນັ້ນຈະຖືກນໍາໃຊ້ຫລືບໍ່ນໍາໃຊ້ເຂົ້າໃນການກະທໍາຕົວຈິງກໍຕາມ. ການ ຟອກເງິນ ແລະ ການສະໜອງທຶນແກ່ການກໍ່ການຮ້າຍສາມາດເກີດຂຶ້ນໄດ້ໃນທຸກປະເທດທົ່ວໂລກ, ໂດຍສະເພາະແມ່ນບັນດາປະເທດ ດ້ອຍພັດທະນາ, ຊຶ່ງມີລະບົບການເງິນສະລັບຊັບຊ້ອນແລະນິຕິກໍາ ຕ້ານທີ່ບໍ່ເຂັ້ມແຂງ, ໂດຍວິທີການຟອກເງິນແມ່ນການນໍາເອົາທຶນທີ່ບໍ່ຖືກຕ້ອງເຂົ້າໃນລະບົບທະນາຄານໂດຍຜ່ານສະຖາບັນການເງິນໃດໜຶ່ງ, ການໂອນໄປ-ມາ, ຊື້ພັນທະ ບັດ, ຊື້ການປະກັນໄພເປັນເງິນຕາຕ່າງປະເທດ, ມີການຊໍາລະສະສາງແບບຈອມປອມຫລືຍົກລາຄາຂຶ້ນ ແລະ ການເຊື່ອມເຂົ້າສູ່ລະບົບ ເສດຖະກິດ, ຊຶ່ງໝາຍເຖິງການນໍາ ໄປຊື້ຊັບສີນທີ່ຖືກກົດໝາຍ.
ຕາມຕົວເລກຂອງສະຖາບັນການເງິນສາກົນ (IMF) ແລະ ທະ ນາຄານໂລກ (WB) ຄາດຄະເນ ວ່າມີມູນຄ່າການຟອກເງິນຫລາຍ ກວ່າ 1.500 ຕື້ໂດລາສະຫະລັດ ຕໍ່ ປີ ແລະ ມີຜົນກະທົບຮ້າຍແຮງຕໍ່ປະ ເທດພວມພັດທະນາຫລາຍຢ່າງ ເຊັ່ນ: ເກີດມີອາດຊະຍາກໍາ ແລະ ປາກົດການຫຍໍ້ທາງສັງຄົມຕ່າງໆ ເພີ່ມຂຶ້ນ, ເສຍພາບພົດ, ບົດບາດ ທາງສາກົນ ແລະ ການລົງທຶນ ຂອງຕ່າງປະເທດ, ສະຖາບັນການ ເງິນພາຍໃນປະເທດບໍ່ເຂັ້ມແຂງ, ເສດຖະກິດແຫ່ງຊາດ ແລະ ພາກເອ ກະຊົນພົບຄວາມຫຍຸ້ງຍາກຕ່າງໆ.
ປັດຈຸບັນໄດ້ມີຫລາຍໜ່ວຍງານທີ່ເຮັດວຽກກ່ຽວກັບການຕ້ານ ການຟອກເງິນ ແລະ ການສະ ໜອງທຶນໃຫ້ແກ່ການກໍ່ການຮ້າຍ ເປັນຕົ້ນ: ອົງການສະຫະປະຊາ ຊາດ, ອົງການຕ້ານການຟອກ ເງິນສາກົນ, ຄະນະກໍາມະການບາ ແຊນ ແລະ ກຸ່ມເອັດມົງ, ນອກຈາກ ນີ້ຍັງມີອົງການຕ້ານລະດັບພາກພື້ນນໍາດ້ວຍ, ໂດຍສະເພາະກຸ່ມອາຊີ ປາຊີຟິກທີ່ສປປລາວເປັນສະມາຊິກອັນດັບທີ 36 ແລະ ຕ້ອງໄດ້ປະຕິ ບັດພັນທະກ່ຽວຂ້ອງຕ່າງໆຢ່າງ ເຂັ້ມງວດເຊັ່ນ: ພັນທະດ້ານນິຕິ ກໍາ, ມາດຕະການສະກັດກັ້ນ, ໜ່ວຍ ຂ່າວກອງຂໍ້ມູນດ້ານການເງິນ, ການຮ່ວມມືສາກົນຕ່າງໆເພື່ອຕ້ານການຟອກເງິນ.
ເວົ້າລວມແລ້ວ, ບັນຫາການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ໄດ້ກາຍເປັນບັນຫາສາກົນຊຶ່ງທຸກປະເທດໄດ້ໃຫ້ຄວາມເອົາໃຈໃສ່ລວມທັງ ສປປ ລາວ, ຕ້ອງຖືກກໍານົດເປັນຄວາມຜິດທາງອາຍາ, ມີມາດຕະການອາຍັດ, ຍຶດຊັບສີນຂອງຜູ້ກ່ໍການຮ້າຍ ແລະ ມີລະບົບການປະສານງານຮ່ວມມືກັບຫລາຍພາກ ສ່ວນຢ່າງແໜ້ນແຟ້ນທັງພາຍໃນ ແລະຕ່າງປະເທດເພື່ອຕ້ານການ ເຄື່ອນໄຫວດັ່ງກ່າວໃຫ້ມີປະສິດທິ ຜົນ.

ຂໍ້ມູນດັ່ງກ່າວໄດ້ຖືກເປີດເຜີຍໃນກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ, ສະກັດກັ້ນການຟອກເງິນແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ໃນວັນທີ 8 ກັນຍານີ້, ທີ່ສະຖາບັນການທະນາຄານ, ນະຄອນຫລວງວຽງຈັນ, ໂດຍມີຜູ້ຕາງໜ້າຈາກກະຊວງ, ອົງການ ແລະ ໜ່ວຍງານກ່ຽວຂ້ອງເຂົ້າຮ່ວມຮັບຟັງເປັນຈໍານວນຫລາຍ.

No comments:

Post a Comment