Ad

Ad

9 September 2015

ກົມ​ການ​ສຶກສານ​ອກ​ໂຮງຮຽນ ສະ​ເຫລີ​ມສະຫລອງວັນສາກົນ​ແຫ່ງ​ການ​ລົບ​ລ້າງ​ຄວາມ​ບໍ່​ຮູ້​ໜັງສືຄົບຮອບ 50 ປີ

     ​ວັນທີ 8 ກັນຍານີ້, ​ກົມການສຶກສານອກໂຮງຮຽນ,  ກະຊວງສຶກສາທິການແລະ ກິລາ, ​ໄດ້ຈັດງານສະເຫລີມສະຫລອງວັນສາກົນແຫ່ງການລົບລ້າງຄວາມບໍ່ຮູ້ໜັງສື ຄົບຮອບ 50 ປີ (8/9/1965-8/9/2015), ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການແລະ ກິລາ, ມີ​​ພະນັກງານ​​ກະຊວງສຶກສາເຂົ້າຮ່ວມເປັນຈຳນວນຫລາຍ.
     ງານດັ່ງກ່າວຈັດຂຶ້ນ ເພື່ອ​​ເປັນການສ້າງຈິດສຳນຶກແລະ ປຸກລະດົມໃຫ້ປະຊາຊົນບັນດາເຜົ່າແລະ ທຸກພາກ ສ່ວນທີ່ກ່ຽວຂ້ອງ​​ເອົາໃຈໃສ່ສະໜັບສະໜູນວຽກງານການສຶກສາກໍຄືການລົບລ້າງຄວາມບໍ່ຮູ້ໜັງສື ​​ແລະ ບຳລຸງຈົບຊັ້ນປະຖົມໃນຂອບເຂດທົ່ວປະເທດ, ​ເຊິ່ງງານດັ່ງກ່າວຍັງໄດ້ຈັດກິດຈະກຳຕ່າງເຊັ່ນ: ຍ່າງເພື່ອສຸຂະພາບ​, ​ແຂ່ງ ຂັນກິລາ​ ​ແລະອື່ນໆດ້ວຍບັນຍາກາດຟົດຟື້ນ.


     ທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງດັ່ງກ່າວໄດ້ມີຄຳເຫັນ​​ໃນພິທີວ່າ: ປັດຈຸບັນ​ ​ໃນໂລກນີ້ ຍັງມີຜູ້ໃຫຍ່ ຈຳນວນ 781 ລ້ານຄົນແລະ ຊາວໜຸ່ມ 126 ລ້ານຄົນ ຍັງກືກໜັງສືຢູ່, ​ໃນນັ້ນ ຢູ່ສປປ ລາວ ພວກເຮົາ​ ​ໄດ້ສຳເລັດການລົບລ້າງຄວາມບໍ່ຮູ້ໜັງສືແລະ ບຳລຸງຈົບຊັ້ນປະຖົມທົ່ວປະເທດ​ ​ໂດຍພື້ນຖານ, ​ມັນເປັນຜົນສຳເລັດອັນຍິ່ງໃຫຍ່ ດັ່ງນັ້ນໃນໂອກາດນີ້ ຈຶ່ງຮຽກຮ້ອງມາຍັງໃຫ້ທຸກພາກສ່ວນ​​ໃນສັງຄົມ ຈົ່ງສືບຕໍ່ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດເປົ້າໝາຍການສຶກສາເພື່ອທຸກຄົນໃຫ້ມີຄຸນນະພາເພື່ອຮັບປະກັນບໍ່ໃຫ້ກຸ່ມຄົນເຫລົ່ານັ້ນມີໂອກາດກັບມາກືກໜັງສືຄືນອີກ, ສຳລັບຜູ້ທີ່ຮຽນຈົບຊັ້ນປະຖົມບຳລຸງແລ້ວ ກໍໃຫ້ສືບຕໍ່​​ຮຽນຊັ້ນມັດທະຍົມຕົ້ນແລະ ປາຍ, ພ້ອມດຳເນີນການຮຽນວິຊາຊີບຂັ້ນພື້ນຖານ​​ໃຫ້ທົ່ວເຖິງແລະ ກວ້າງຂວາງເພື່ອ​ ​ທຸກຄົນໄດ້ມີອາຊີບ​ ​ແລະ ພັດທະນາຄຸນນະພາບຊີວິດແລະ ຄອບຄົວຂອງຕົນດີຂຶ້ນເປັນລຳດັບ.

No comments:

Post a Comment