Ad

Ad

9 September 2015

ອາຊຽນຫາລືການຮ່ວມມືພັດທະນາບໍ່ແຮ່ແບບຍືນຍົງ

 ກອງປະຊຸມເຈົ້າໜ້າທີ່ອາວຸໂສບໍ່ແຮ່ອາຊຽນຄັ້ງທີ 15 ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນວັນທີ 8 ກັນຍານີ້, ໂດຍການເປັນປະທານຂອງທ່ານ ດຣ ສີມອນ ພິ ຈິດ ຫົວໜ້າກົມບໍ່ແຮ່, ກະຊວງພະ ລັງງານ ແລະ ບໍ່ ແຮ່, ໂດຍການເຂົ້າຮ່ວມຂອງທ່ານ ດຣ ສີນາວາ ສຸພານຸວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍບັນດາຕົວແທນເຈົ້າໜ້າທີ່ອາວຸໂສຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ.
ຫົວໜ້າກົມບໍ່ແຮ່ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນເລັ່ງໃສ່ປຶກ ສາຫາລືແຜນການຮ່ວມມືອາຊຽນໄລຍະ III ແຕ່ປີ 2016-2025, ໂດຍບາດກ້າວທໍາອິດຈະເລີ່ມຈັດ ຕັ້ງປະຕິບັດແຕ່ປີ 2016-2020 ປະກອບມີໜ້າວຽສຳຄັນຄື: ການອຳນວຍຄວາມສະດວກ, ການສົ່ງເສີມການຄ້າ ແລະ ການລົງທຶນດ້ານແຮ່ທາດ, ການສົ່ງເສີມກາພັດທະ ນາດ້ານແຮ່ທາດແບບຍືນຍົງທັງໃນດ້ານສິ່ງແວດລ້ອມ ແລະ ສັງຄົມ, ສ້າງຄວາມເຂັ້ມ ແຂງດ້ານຄຸນນະພາບຂອງສະຖາບັນ ແລະ ຊັບພະຍາກອນມະນຸດໃນ ຂະແໜງແຮ່ທາດອາຊຽນ ແລະ ການສ້າງຖານຂໍ້ມູນຂ່າວສານດ້ານແຮ່ທາດ.

ນອກນີ້, ຍັງມີການຫາລືບົດ ແນະນຳການໃຫ້ລາງວັນອາຊຽນ ໃນການປະຕິບັດຫລັກການທີ່ດີເລີດໃຫ້ແກ່ຜູ້ພັດທະນາແຮ່ທາດແບບຍືນຍົງທັງຮັບປະກັນຕໍ່ສິ່ງແວດລ້ອມ ແລະ ສັງຄົມລວມເຖິງຫລັກ ການວ່າດ້ວຍການນຳໃຊ້ກອງທຶນແຮ່ທາດອາຊຽນ, ເຊິ່ງທັງໝົດເປັນຜົນມາຈາກກອງປະຊຸມລັດຖະມົນຕີທີ່ຮັບຜິດຊອບວຽກງານແຮ່ທາດອາຊຽນທີ່ຈັດຂຶ້ນເມື່ອຕົ້ນເດືອນກັນຍາ 2015 ຢູ່ທີ່ນະຄອນຫລວງ ວຽງຈັນ.

ຫົວໜ້າກົມດັ່ງກ່າວໃຫ້ຮູ້ຕື່ມ ວ່າ: ບັນດາໜ້າວຽກສຳຄັນທີ່ກ່າວ ມານັ້ນຈະໄດ້ຜ່ານການຫາລືໃນວາລະກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ+3 ຄັ້ງທີ 8 ໃນວັນທີ 9 ກັນຍາ 2015 ນີ້, ເຊິ່ງປະກອບມີ ສປ ຈີນ, ສ.ເກົາຫລີ ແລະ ຍີ່ປຸ່ນເພື່ອຮັບຟັງຂໍ້ຄິດເຫັນແລະການສະໜັບສະໜູນຈາກສາມປະເທດດັ່ງກ່າວກ່ອນຈະກ້າວໄປເຖິງການພິຈາລະນາຮັບຮອງເອົາໃນກອງປະຊຸມລັດຖະມົນຕີອາຊຽນຄັ້ງທີ 5 ໃນວັນທີ 10 ກັນຍານີ້.

No comments:

Post a Comment