Ad

Ad

10 September 2015

ສານນະຄອນຫລວງຕັດສີນລົງໂທດມືກາວຈໍາຄຸກ 3 ປີ

ພາບ-ຂ່າວ: ຫນັງສືພິມ ປກສ
ທ້າວ ເປັງ ອາຍຸ 19 ປີ ຢູ່ບ້ານແທ່ນແຄນ, ເມືອງງອຍ ແລະ ທ້າວ ສັກ ອາຍຸ 18 ປີ ຢູ່ບ້ານນໍ້າຖ້ອມ ເມືອງນໍ້າບາກແຂວງຫລວງພະບາງ ຖືກສານປະຊາຊົນນະຄອນຫລວງວຽງຈັນຕັດສີນລົງໂທດຈໍາຄຸກຜູ້ລະ 3 ປີ, ພ້ອມປັບໃໝ 1 ລ້ານກີບ, ໃນຂໍ້ຫາລັກຊັບພົນລະເມືອງຄື: ໃນໄລຍະຕົ້ນປີ 2015 ນີ້, ທັງສອງໄດ້ຮ່ວມກັນລັກສາຍທອງແດງຂອງທໍ່ແອຢູ່ສູນຝຶກອົບຮົມບໍລິສັດໄຟຟ້າລາວທັງໝົດ 4 ຄັ້ງມີນໍ້າໜັກ 31 ກິໂລແລ້ວເອົາໄປຂາຍໃຫ້ຮ້ານເກັບຊື້ເຫລັກເສດ ແລະ ຕົກມາຮອດເດືອນພຶດສະພາ 2015 ໄດ້ພາກັນເຂົ້າມາລັກເອົາທໍ່ທອງແດງຢູ່ສູນດັ່ງກ່າວອີກ, ແຕ່ໂຊກບໍ່ດີຄືຫລາຍ

ຄັ້ງຜ່ານມາ ,ຈຶ່ງຖືກເຈົ້າຂອງບໍລິສັດຈັບໄດ້ແລ້ວສົ່ງໃຫ້ເຈົ້າໜ້າທີ່ເອົາຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment