Ad

Ad

10 September 2015

ຟອດນຳສະເໜີລົດຮຸ່ນໃຫມ່ “ຟອດທຣານສິດ”

ວັນທີ 8 ກັນຍານີ້ ບໍລິສັດ ລາວຟອດຊີຕີ ໄດ້ຈັດພິທີນຳສະເໜີລົດຮຸ່ນ ໃໝ່ຂອງຕົນຊື່ວ່າ : “ ຟອດ ທຣານສິດຂຶ້ນຢູ່ບໍລິສັດດັ່ງກ່າວ ບ້ານຂຸຕາ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ມີພະນັກງານ, ພ້ອມດວ້ຍລູກຄ້າເຂົ້າຮ່ວມເປັນຈຳນວນຫຼາຍ .

ຜູ້ຈັດການຝ່າຍຂາຍ ບໍລິສັດ ລາວຟອດ ໃຫ້ຮູ້ວ່າ: ຕະຫຼອດໄລຍະກວ່າ 10 ປີຜ່ານມາທີ່ບໍລິສັດ ໄດ້ເປັນຕົວແທນຈຳໜ່າຍລົດພາຍໃຕ້ເຄື່ອງໝາຍຟອດ ຢູ່ໃນລາວ ແລະ  ບໍລິສັດກໍໄດ້ເອົາໃຈໃສ່ນຳເອົາສິນຄ້າຄຸນນະພາບຂອງ ຟອດທຸກປະເພດເຂົ້າມາຈຳ ໜ່າຍ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າໃນລາວໄດ້ເປັນຢ່າງດີ,ໂດຍສະເພາະພາກສ່ວນທຸລະກິດແຕ່ເຖິງຢ່າງໃດ ຟອດ ກໍບໍ່ໄດ້ລົດລະໃນການພັດທະນາ ແລະ ຜະລິດລົດຮຸ່ນໃໝ່ອອກ ຮັບໃຊ້ສັງຄົມຢ່າງຕໍ່ເນື່ອງ
ມາ ແລະ ມື້ນີ້ຟອດກໍມີຄວາມຍິນດີນຳສະເໜີລົດຮຸ່ນໃໝ່ ຂອງຟອດຄື: ລົດຟອດທຣານສິດ  ຈັດຢູ່ໃນປະເພດລົດຕູ້ທີ່ມີຫຼາຍຂະ ໜາດນັບແຕ່ 9 ບ່ອນນັ່ງ, 14 ແລະ 15 ບ່ອນນັ່ງ, ລົດດັ່ງກ່າວແມ່ນໄດ້ຮັບຄວາມນິຍົມສູງຕະຫລາດເອີຣົບ ແລະ ອາເມຣິກາ, ຍ້ອນການອອກແບບທີ່ກ້ວາງຂວາງ ແລະ ສູງ ເປັນພິເສດ .ດ້ານໜ້າຈະມີຮູບຊົງແຫຼມເຮັດໃຫ້ສາມາດຫຼຸດຜ່ອນແຮງຕ້ານຂອງລົມໄດ້ ເປັນຢ່າງດີ, ຕາໄຟສາມາດເບິ່ງເຫັນໄດ້ໄກ ແລະ ກວ້າງກວ່າ, ມີລະບົບຄວາມປອດໄພ ແລະ ຄວາມສະດວກສະບາຍທີ່ເປັນເລີດ, ດ້ວຍລະບົບປ້ອງກັນໃນເວລາລົດປີ້ນປະຢັດນ້ຳມັນ ແລະ ເຊື້ອວ່າລົດຮຸ່ນດັ່ງກ່າວຈະໄດ້ ຮັບຄວາມນິຍົມເປັນຢ່າງດີໃນປະເທດລາວເຮົາ.

No comments:

Post a Comment