Ad

Ad

10 September 2015

ສະ​ຫະ​ລັດ​ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຮອບ​ດ້ານ

 ໂດຍ​ການ​ຮ່ວມ​ມື​ກັບ​ກະ​ຊວງ​ກະ​ສິ​ກຳ​ແລະ​ປ່າ​ໄມ້​ຄະ​ນະ​ກຳ​ມາ​ທິ​ການ​ເພື່ອຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ​  ແລະ ສະ​ຫະ​ພັນ​ແມ່​ຍິງ, ຂອງລາວລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ໃນ​ການ​ຈັດ​ກອງ​ປະຊຸມ ກ່ຽວ​ກັບການ​ເ​ຊື່ອມ​ໂຍງ​ບົດ​ບາດ​ຍິງ​-ຊາຍເຂົ້າໃນ​ວຽກ​ງານ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ແລະ​ປ່າ​ໄມ້ໃນລະຫວ່າງວັນທີ 8-10 ກັນຍານີ້ ຢູ່ນະຄອນຫລວງວຽງຈັນ.
ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້​ ມີ​ຈຸດປະ​ສົງ​ເພື່ອ​ໃຫ້ແມ່​ຍິງ​ເຂົ້​າ​ໃນ​ຍຸດ​ທະ​ສ​າດ​ການ​ພັດ​ທະ​ນາ. ສະ​ມາ​ຊິກ​ຈາກ​ຄະ​ນະ​ກຳ​​ມາ​ທິ​ການ​​ເພື່ອຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງມີສ່ວນຮ່ວມແຫ່ງ​ຊາດປະ​ຈຳ​ກະ​ຊວງກະ​ສິ​ກຳ​ແລະ​ປ່າ​ໄມ້ ໄດ້​ມີ​ໂອ​ກາດ​ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມ​ທີ່​ໄດ້​ຈັດ​ຂຶ້ນ​ກ່ອນ​ໜ້ານີ້​ໂດຍ​ໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜູ​ນ​ຈາກ​ໂຄງ​ການວຽກ​ງານ​ການ​ເປັນ​ຜູ້​ນຳ​ທາງ​ດ້ານ​ບົດ​ບາດ​ຍິງ-​ຊາຍ​ແລະ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ໃນພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກຂອງໂຄງ​ການ LEAF ຂອງ USAID ໂດຍ​ຜ່ານ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ຈັດ​ກອງ​ປະ​ຊຸມ​ຂອງ​ໂຄງ​ການ​ຫລຸດ​ຜ່ອນ​ການ​ປ່ອຍ​ອາ​ຍ​ພິດ​ຈາກ​ການ​ທຳ​ລາຍ​ປ່າ​ໄມ້​ແລະ​ການ​ເຊື່ອມ​ໂຊມ​ຂອງ​ປ່າ​ໄມ້(REDD+).

ທ່ານ​ນາງ ອາ​ນາ​ສ​ຕາ​ເຊຍ ໂຄ​ລີ​ວາ​ສ, ຕົວ​ແທນ​ຈາກ​ສະ​ຖານ​ທູດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ປະ​ຈຳ​ລາວໄດ້​ກ່າວ​ເປີດກອງ​ປະ​ຊຸມ​ໄວ້​ວ່າ “USAID ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນຢ່າງ​ກະ​ຕື​ລື​ລົ້ນ​ໃນ​ການດຶງ​ເອົາ​ແມ່​ຍິງ​ໃຫ້​ເຂົ້າ​ມາ​ມີ​ບົດ​ບາດ​ໃນ​ໂຄງ​ການ​ພັດ​ທະ​ນາ​ແລະ​ການ​ລິ​ເລີ່ມ​ໃນ​ທົ່ວ​ໂລກ, ລວມ​ທັງໂຄງ​ການຫລຸດ​ຜ່ອນ​ກາ​ນ​ປ່ອຍ​ອາຍ​ພິດ​ຢູ່​ໃນ​ປ່າ​ໄມ້​ໃນ​ເຂດ​ອາ​ຊີ (LEAF) ປະ​ຈຳລາວ. ເຊິ່ງ​​ໂຄງ​ການ​ດັ່ງ​ກ່າວຈະຮັບ​ປະ​ກັນ​ວ່າ​ແມ່​ຍິງ ​ແລະ ​ກຸ່ມ​ຄົນ​ທີ່​ບໍ່​ມີ​ສຽງ​ໃນ​ສັງ​ຄົ​ມ​ໄດ້ມີສ່ວນ​ຮ່ວມ​ໃນ​ທຸກ​ຂັ້ນ​ຕອນ​ຂອງ​ການ​ວາງ​ແຜນ, ການ​ດຳ​ເນີນ​ງານ, ການ​ຕິດ​ຕາມ ​ແລະ​ ຕີລາຄາພ້ອມ​ທັງ​ມີ​ບົດ​ບາດໃນ​ການ​ຄຸ້​ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແລະ​ກິດ​ຈະ​ກຳ​ທີ່ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ອື່ນໆ”.

ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ໄດ້​ໃຫ້​ທຶນ​ສະ​ໜັບ​ສະ​ໜູນຫຼາຍກວ່າແສນໂດ​ລາ​ສະ​ຫະ​ລັດ​ໃນ​ປີ​ຜ່ານ​ມາ​ເພື່ອ​ສົ່ງ​ເສີມທັງ​ໃນ​ລະ​ດັບ​ປະ​ເທດ​ ແລ​ະ​ ພາກ​ພື້ນ​ກ່ຽວ​ກັບ​ວຽກ​ງານ​ບົດ​ບາດ​ຍິງ​-ຊາຍ​ ແລະ​ ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ໂດຍ​ເນັ້ນ​ໃສ່​ການ​ຝຶກ​ອົບ​ຮົມ​ພາຍ​ໃຕ້ໂຄງ​ການວຽກ​ງານ​ການ​ເປັນ​ຜູ້​ນຳ​ທາງ​ດ້ານ​ບົດ​ບາດ​ຍິງ​-ຊາຍ ​ແລະ​ ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ/ໂຄງ​ການ​ຫລຸດ​ຜ່ອນ​ການ​ປ່ອຍ​ອາ​ຍ​ພິດ​ຈາກ​ການ​ທຳ​ລາຍ​ປ່າ​ໄມ້​ ແລະ​ ການ​ເຊື່ອມ​ໂຊມ​ຂອງ​ປ່າ​ໄມ້ (REDD+) 

No comments:

Post a Comment