Ad

Ad

10 September 2015

ນະຄອນຫລວງຈະປັບປຸງຫລາຍຂອດຮອງຮັບເອອີຊີ

ປະຊາຄົມເສດຖະກິດອາຊຽນ(AEC) ຈະເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນທ້າຍປີ 2015 ນີ້ ແລະ ເປັນບາດກ້າວທໍາອິດໃນການສ້າງຕະຫລາດໜຶ່ງດຽວຂອງບັນດາປະເທດສະມາຊິກອາຊຽນ, ໃນເງື່ອນໄຂດັ່ງກ່າວມັນມີຄວາມສໍາຄັນສໍາລັບປະເທດເຮົາເພື່ອເຊື່ອມໂຍງພາກພື້ນ, ການສ້າງອໍານາດຕໍ່ລອງກັບສາກົນ ແລະ ການດຶງດູດການລົງທຶນຈາກຕ່າງປະເທດໃຫ້ຫລາຍຂຶ້ນນີ້ແມ່ນຄໍາເຫັນບາງຕອນຂອງທ່ານເບີລີນເພັດຈັນທະລາດຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນຕໍ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັນະຄອນຫລວງວຽງຈັນເມື່ອບໍ່ດົນມານີ້.
 ຫົວໜ້າພະແນກດັ່ງກ່າວໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ແກ່ປະເທດເຮົາມີໂອກາດ ແລະ ຜົນປະໂຫຍດຈາກການເຊື່ອມໂຍງພາກພື້ນກໍຄືການກ້າວສູ່ການເປັນປະຊາຄົມເສດຖະກິດອາຊຽນ AEC ໃນທ້າຍປີ 2015 ນີ້, ກ່ອນອື່ນ
ໝົດພວກເຮົາຕ້ອງເລັ່ງປັບປຸງຄວາມສາມາດໃນການແຂ່ງຂັນຂອງພາກເອກະຊົນ, ປັບປຸງດ້ານລະບຽບການ, ນະ ໂຍບາຍ ແລະ ການປະຕິບັດພັນທະຕ່າງໆໃຫ້ມີປະສິດທິຜົນ, ໂດຍສະເພາະບັນດາພະແນກກ່ຽວຂ້ອງຈະຕ້ອງໄດ້ເອົາໃຈໃສ່ຮ່ວມມື ແລະ ເປັນເຈົ້າການປັບປຸງບັນຍາກາດ ແລະ ລະບຽບການລົງທຶນພາຍໃຕ້ຂະແໜງການຂອງຕົນໃຫ້ຊັດເຈນ ແລະ ວ່ອງໄວ
ເຊັ່ນ: ຫລຸດຜ່ອນຂັ້ນຕອນທີ່ບໍ່ຈໍາເປັນລົງ, ພ້ອມທັງມີນະໂຍບາຍທີ່ເອື້ອອໍານວຍ ແລະ ສອດຄ່ອງເປັນເອກະພາບກັນຢ່າງໂປ່ງໄສ ແລະ ສາມາດກວດສອບໄດ້, ເອົາໃຈໃສ່ການພິຈາລະນາການລົງທຶນໃຫ້ລະອຽດຮອບຄອບເພື່ອໃຫ້ໄດ້ຮັບປະໂຫຍດສູງສຸດ, ຂະນະດຽວກັນກໍຕ້ອງປະຕິບັດມາດຕະການເດັດຂາດຕໍ່ການລົງທຶນນອກລະບົບ, ສຸມໃສ່ການສ້າງບຸກຄະລາກອນ, ກໍາລັງແຮງງານທີ່ມີສີມື ແລະ ທັກສະສູງສອດຄ່ອງກັບຄວາມຕ້ອງການ, ພັດທະນາລະບົບຂໍ້ມູນຂ່າວສານ ແລະ ສິ່ງອໍານວຍຄວາມສະດວກ, ວ່ອງໄວ, ໂປ່ງໃສ, ພາກທຸລະກິດຕ້ອງຮີບຮ້ອນປັບປຸງຄວາມສາມາດຂອງຕົນ ແລະ ຮ່ວມຕົວຂອງທຸລະກິດເພື່ອສ້າງອໍານາດຕໍ່ລອງດ້ານການຄ້າ ແລະ ການລົງທຶນເຫລົ່ານີ້ເປັນຕົ້ນ.

            ຫົວໜ້າພະແນກດັ່ງກ່າວໃຫ້ຮູ້ວ່າ: ປັດຈຸບັນຢູ່ນະຄອນຫລວງວຽງຈັນມີຕະຫລາດທັງໝົດ 96 ແຫ່ງ, ມີໂຮງງານອຸດສະຫະກໍາປຸ່ງແຕ່ງ ແລະ ຫັດຖະກໍາທັງໝົດ 2.825 ແຫ່ງ, ມີແຮງງານຫລາຍກວ່າ 56 ພັນຄົນ, ສາມາດຜະລິດເປັນສີນຄ້າໄດ້ 197 ລາຍການ ແລະ ມີລວມຍອດຜະລິດຕະພັນບັນລຸໄດ້ 13.386 ຕື້ກີບ. ເຊິ່ງທັງໝົດຈະເປັນພື້ນຖານສໍາຄັນໃຫ້ແກ່ການເຊື່ອມໂຍງທາງດ້ານເສດຖະກິດຂອງນະຄອນຫລວງວຽງຈັນກັບພາກພື້ນ ແລະ ສາກົນ.

No comments:

Post a Comment