Ad

Ad

15 September 2015

ລາວ-ຫວຽດນາມ ຮັດແໜ້ນ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ

            ​ໃນວັນທີ 14 ກັນຍາ 2015 ນີ້ ທີ່ຫ້ອງ​ວ່າການ​ລັດຖະບານ, ທ່ານ ທອງສິງ ທໍາມະວົງ ນາຍົກລັດ ຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ ທ່ານ ຫງວຽນ ເຕິນ ຢຸງ ນາຍົກລັດຖະມົນຕີ ສສ ຫວຽດນາມ ພ້ອມ​ຄະນະ ​ເຊິ່ງສອງຝ່າຍໄດ້​ທົບ​ທວນ​ຄືນ​ການ​ຮ່ວມ​ມື​​ໃນ​ໄລ​ຍະ​ຜ່ານ​ມາ; ພ້ອມ​ທັງ​ໄດ້​ເປັນ​ເອ​ກະ​ພາບ​ກັນ ແລະ ​ຕີ​ລາ​ຄາ​ສູງ​ມູ​ນ​ເຊື້ອ​ແຫ່ງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ. ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ນຳ​ກັນ​ວ່າ ເຖິງວ່າ​ສະ​ພາບ​ການ​ພາກ​ພື້ນ ແລະ ສາ​ກົນ​ຈະ​ຜັນ​ແປ​ຢ່າງ​ສັບ​ສົນ ແຕ່ສາຍ​ພົວ​ພັນ​ພິ​ເສດ ລະ​ຫວ່າງ ລາວ-ຫວຽດ​ນາມ ໄດ້​ສືບ​ຕໍ່ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ແລະ ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ, ​ເຊິ່ງໄດ້​ນຳ​ເອົາ​ຜົ​ນ​ປະ​ໂຫຍດ​ຕົວ​ຈິງ​ມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ລາວ ແລະ ຫວຽດ​ນາມ.

ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ນັກ​ທຸ​ລະ​ກິດ​ລົງ​ທຶນ​ຫວຽດ​ນາມ​ ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອງລາວ, ອັນ​ເປັນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ ລາວ-ຫວຽດ​ນາມ, ພ້ອມທັງສະແດງຄວາມຂອບໃຈ ສະຫາຍ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອຢ່າງມີປະສິດທິຜົນ ແລະ ທັນການ ແກ່ ສປປ ລາວ ຕະຫລອດມາ.

ສອງຝ່າຍເຫັນດີເປັນເອກະພາບກັນ ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອຊີ້ນຳຊຸກຍູ້ບັນດານັກລົງທຶນຫວຽດນາມ ທີ່ມາລົງທຶນຢູ່ລາວ ໃຫ້ເພີ່ມຄວາມເອົາໃຈໃສ່ເຖິງປະສິດທິພາບການລົງທຶນ ແລະ ຮ່ວມກັນແກ້ໄຂບັນຫາບົ່ມ ຊ້ອນຕ່າງໆ ທີ່ເກີດຂຶ້ນເພື່ອເຮັດແນວໃດໃຫ້ການລົງທຶນຂອງຫວຽດນາມຢູ່ລາວ ນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ. ນອກຈາກ​ນັ້ນ, ຜູ້​ນຳ​ທັງ​ສອງ​ຍັງ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ນຳ​ກັນ​ຈະ​ສືບ​ຕໍ່​ຊີ້​ນຳ​ຂະ​ແໜງ​ການ​ຕ່າງໆ​ຂອງ​ສອງ​ປະ​ເທດ​ໃຫ້ເອົາ​ໃຈ​ໃສ່ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ຮ່ວມ​ມື ທັງ​ນີ້​ກໍເພື່ອເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານທີ່​ສອງ​ພັກ, ສອງ​ລັດ​ຖະ​ບານ ແລະ ປະຊາຊົນສອງຊາດ ໃຫ້ຄວາມສໍຳຄັນນັ້ນ, ນັບ​ມື້​ນັບແຕກດອກ​ອອກ​ຜົນ ແລະ ຈະ​ເລີນງອກ​ງາມ​ຂຶ້ນ​ໄປ​ເລື້ອຍໆ. ຫລັງຈາກສຳເລັດການ ພົບປະສອງ​ຝ່າຍ ນາຍົກລັດຖະມົນຕີທັງສອງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຊ່ວຍຈຳລະຫວ່າງ ລັດຖະບານ ລາວ-ສສ ຫວຽດນາມ ກ່ຽວກັບຍຸດທະສາດການຮ່ວມມືໃນຂົງເຂດຄົມມະນາຄົມ-ຂົນສົ່ງໄລຍະ 2016-2025  ແລະ ວິໄສທັດ ຮອດປີ 2030 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ດຣ. ບຸນຈັນ ສິນທະວົງ ລັດຖະມົນ ຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ທ່ານ ດິງ ລາ ທັງ ລັດຖະມົນຕີກະຊວງໂຍທາທິ ການ ແລະ ຂົນສົ່ງ ສສ ຫວຽດນາມ.

No comments:

Post a Comment