Ad

Ad

16 September 2015

ອຸຕຸນິຍົມເຕືອນໃຫ້ລະວັງ​ພາຍຸ​ແວ​ມ​ໂຄ

   ກົມອຸຕຸນິຍົມແລະ ອຸທົກກະສາ ​​ແຈ້ງເຕືອນວ່າ: ພາຍຸແວໂຄ (Vamco), ຫົວທີ 19 ​ໄດ້ເຄື່ອນທີ່ຜ່ານເຂດແຂວງເຊກອງໃນຕົ້ນອາທິດຜ່ານມາ, ມາຮອດປັດຈຸບັນນີ້ໄດ້ມີກຳລັງອ່ອນລົງເປັນພາຍຸດີເປຼເຊັນເຊິ່ງໃນຕອນເຊົ້າຂອງວັນທີ 15 ກັນຍາຜ່ານມານີ້ໄດ້ພັດຜ່ານແລະ ມີຈຸດສູນກາງຢູ່ແຂວງສາລະວັນໃນເສັ້ນຂະໜານທີ 16.0 ອົງສາເໜືອແລະເສັ້ນແວງ 106.0 ອົງສາຕາເວັນອອກ ພວມເຄື່ອນທີ່ໄປທາງທິດຕາເວັນຕົກດ້ວຍຄວາໄວ 20 ກິໂລແມັດຕໍ່ຊົ່ວໂມງ, ​ເຊິ່ງເຮັດໃຫ້ມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງຕື່ມອີກໃນເຂດພາກກາງຫາ ພາກໃຕ້ ແລະ ຕົກໜັກຢູ່ບາງ ທ້ອງຖິ່ນຕື່ມອີກ. ດັ່ງນັ້ນ ຈຶ່ງເຕືອນໃຫ້ປະ ຊາຊົນໃນເຂດພາກກາງ ແລະ ໃຕ້ຈົ່ງມີສະຕິລະວັງຕົວຕໍ່ພະຍຸດັ່ງກ່າວ ແລະ ເກັບມ້ຽນວັດຖຸ, ສັດລ້ຽງໄວ້ບ່ອນປອດໄພ.
     + ພາກເໜືອດ້ານຕາເວັນອອກ: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນໃນ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຊຽງຂວາງ. ອຸນຫະ ພູມຕ່ຳ ສຸດ 17-19 ອົງສາ ແລະ ສູງສຸດ 26-28 ອົງສາ.
     + ພາກເໜືອດ້ານຕາເວັນຕົກ: ມີເມກປົກຄຸມເປັນບາງສ່ວນ, ອາກາດຈະຮ້ອນຂຶ້ນ ຕື່ມອີກ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງໄຊຍະບູລີ. ອຸນຫະພູມ ຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 33-35 ອົງສາ.
     + ນະຄອນຫລວງວຽງຈັນ: ມີເມກປົກຄຸມເປັນສ່ວນຫລາຍ, ຈະມີຝົນຕົກໃນລະ ດັບຄ່ອຍ. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 32-34 ອົງສາ.
     + ພາກກາງ: ມີເມກປົກຄຸມເປັນສ່ວນຫລາຍ, ຍັງຈະມີຝົນຕົກຟ້າຄະນອງໃນລະ ດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງ ຖິ່ນແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 30-32 ອົງສາ. ​ແຂວງໄຊສົມບູນ: ອາກາດເຢັນໃນຕອນເຊົ້າແລະ ຍັງຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຕື່ມອີກ. ອຸນຫະພູມຕ່ຳສຸດ 16-18 ອົງສາແລະ ສູງສຸດ 27-29 ອົງສາ.
     + ພາກໃຕ້: ມີເມກປົກຄຸມເປັນສ່ວນຫລາຍ, ຍັງຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາ ປານກາງເປັນບໍລິ​​ເວນກວ້າງແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ແຂວງເຊກອງແລະ ສາລະວັນ. ອຸນຫະພູມຕ່ຳສຸດ 23-25 ອົງສາ  ​ແລະ ສູງສຸດ 30-32 ອົງ ສາ. ​ເຂດປາກຊ່ອງ, ນິຄົມ 34: ຍັງຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ຫາ ປານກາງ. ອຸນຫະພູມຕ່ຳສຸດ 14-16 ອົງສາແລະ ສູງສຸດ 25-27 ອົງສາ.

No comments:

Post a Comment