Ad

Ad

16 September 2015

ການກໍ່ສ້າງຂົວຂ້າມນ້ຳເຊໂປນຄືບໜ້າກວ່າ 80%

ປັດຈຸບັນການກໍ່ສ້າງຂົວເບຕົງຂ້າມນ້ຳເຊໂປນຫາເມືອງນອງ,ແຂວງສະຫວັນນະເຂດມີຄວາມຄືບໜ້າຫລາຍກວ່າ 80% ຜູ້ຮັບຜິດຊອບການກໍ່ສ້າງຂົວດັ່ງກ່າວໄດ້ລາຍງານຕໍ່່ທ່ານດຣສຸພັນແກ້ວມີໄຊເຈົ້າແຂວງສະຫວັນນະເຂດ,ໃນໂອກາດເຄື່ອນໄຫວຢ້ຽມຢາມໃນທ້າຍອາທິດຜ່ານມານີ້ວ່າຂົວຂ້າມນ້ຳເຊໂປນໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນເມສາ 2013 ແລະ ຄາດວ່າຈະໃຫ້ສຳເລັດໃນຕົ້ນປີ2017, ມີຄວາມຍາວ 188,7 ແມັດໜ້າທາງກວ້າງ 7 ແມັດ ແລະ ທາງຄົນຍ່າງເບື້ອງລະ 1,5 ແມັດເປັນຂົວເບຕົງອັດແຮງສາມາດຮັບນ້ຳໜັກໄດ້ 40 ໂຕນ. ສຳລັບໜ້າວຽກທີ່ພວມດຳເນີນຢູ່ແມ່ນການສ້າງຮາວຂົວປັບປຸງຫົວຂົວ,ກໍ່ສ້າງຕະຝັ່ງກັນເຈື່ອນ ແລະ ຈະປູຢາງເຂົ້າຂົວທັງສອງສົ້ນມີຄວາມຍາວຫລາຍກວ່າ 800 ແມັດແລະຕິດຕັ້ງດອກໄຟເຍືອງທາງບໍລິເວນຂົວອີກຈຳນວນໜຶ່ງຫາກການກໍ່ສ້າງສຳເລັດຈະສ້າງປະໂຫຍດອັນມະຫາສານໃຫ້ແກ່ການພັດທະນາພື້ນຖານໂຄງລ່າງຂອງເມືອງນອງແລະເມືອງອື່ນໆໂດຍສະເພາະເຮັດໃຫ້ປະຊາຊົນສາມາດຂົນສົ່ງຜົນຜະລິດກະສິກໍາອອກມາສູ່ຕະຫລາດໄດ້ສະດວກດີຂຶ້ນ.

No comments:

Post a Comment