Ad

Ad

16 September 2015

ມອບເຮືອນ​​ໃຫ້ຄອບຄົວ​ພະນັກງານປະຕິວັດ​ອາວຸ​ໂສ​ທີ່​ເສຍ​ອົງຄະ​

ເມື່ອບໍ່ດົນມານີ້, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ດ​ຣ ບຸນ​ປອນ ບຸດ​ຕະ​ນະ​ວົງ ພ້ອມ​ດ້ວຍ​ຄອບ​ຄົວ ໄດ້​ມອບເຮືອນ​ເພື່ອ​ເປັນ​ການ​ຕອບ​ບຸນ​ແທນ​ຄຸນຈຳນວນໜຶ່ງຫລັງມູນ​ຄ່າ 60 ລ້ານ​ກີບ​ ໃຫ້​ຄອບ​ຄົວ​ທ່ານ ຄຳ​ສົນ ກວ້າງ​ອຸ​ໄທ ພະ​ນັກ​ງານ​ເສຍ​ອົງ​ຄະຢູ່​ບ້ານ​ນາ​ແທ່ນ ເມືອງວຽງ​ໄຊ ແຂວງ​ຫົວ​ພັ​ນ ໂດຍມີ​ທ່ານ ຄຳ​ຮຸ່ງ ເຮືອງວົງ​ສີ ເຈົ້າ​ແຂວງ​ຫົວ​ພັນ ແລະ ບັນ​ດາ​ພະ​ແນກ​ການ​ກ່ຽວ​ຂ້ອງເຂົ້າ​ຮ່ວມ​ເປັນ​ສັກ​ຂີພິ​ຍານ.

ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາພະນັກງານປະຕິວັດອາວຸໂສ, ເສຍອົງຄະ ແລະ ເສຍສະຫລະເພື່ອຊາດໃນພາລະກິດປະຕິວັດຊາດປະຊາທິປະໄຕໃນ​ສະ​ໄໝ​ຕໍ່​ສູ້​ກູ້​ຊາດເຊິ່ງ​ທ່ານ ຄຳ​ສົນ ກວ້າງ​ອຸ​ໄທ ເປັນ​ພະ​ນັກ​ງານ​ເສຍ​ອົງ​ຄະປະ​ຈຳ​ສູນ 11 ເມືອງວຽງ​ໄຊ ແຂວງ​ຫົວ​ພັ​ນ ທີ່ໄດ້​ເຂົ້າ​ການ​ປະ​ຕິ​ວັດປີ1945 ເສຍ​ອົງ​ຄະ​ຍ້ອນ​ສູ້​​ຮົບຢຽບ​ຫມິ່ນ​ຂອງ​ສັດ​ຕູທີ່​ສະ​ໜາມ​​​ຮົບ ແລະ ປັດຈຸ​ບັນໄດ້ພັກ​ຜ່ອນເຂົ້າ​ບຳ​ນານ​.

No comments:

Post a Comment