Ad

Ad

16 September 2015

ເກີດເຫດຍິງກັນຕາຍຢູ່ເມືອງປາກງື່ມ

ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ​ເວລາປະມານ 17:00 ​ໂມງຂອງວັນທີ 13 ກັນຍາຜ່ານມານີ້, ໄດ້ເກີດເຫດການຍິງກັນຢູ່ບ້ານທ່າເດື່ອສິງຫອມ ປາກງື່ມ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນຄື: ນາງ ຈັນສະໜອນ ອາຍຸ 30 ປີ ຢູ່ບ້ານໝາກນາວໃຕ້ ຖືກຍິງບໍລິເວນເອິກ ແລະ ທ້າວ ທິນນະກອນ (​ໃຫຍ່)ອາຍຸ 40 ປີ ຢູ່ບ້ານດອນວັງໂພ ເມືອງປາກງື່ມ ຖືກຍິງບໍລິເວນຫົວເສຍຊິວິດຢູ່ໃນລົດເກງສີປອນ, ໝາຍເລກທະບຽນ ກສ 3477 ກໍາແພງນະຄອນ ແລ ະພົບເຫັນປືນສັ້ນໜຶ່ງກະບອກເຮ່ຍຢູ່ຂ້າງຜູ້ເສຍຊີວິດທັງສອງ.

             ​ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ເສຍຊີວິດທັງສອງເຄີຍຢູ່ກິນນໍາກັນແບບຜົວ-ເມຍ, ແຕ່ບໍ່ທັນແຕ່ງງານ ແລະ ຜ່ານມາມັກຜິດຖຽງກັນປະຈໍາ ແລະ ໄດ້ແຍກກັນຢູ່, ເຊິ່ງໃນມື້ເກີດເຫດທ້າວ ທິນນະກອນໄດ້ຂັບລົດຈັກຕິດຕາມນາງຈັນສະໝອນມາແຕ່ບ້ານໝາວນາວໃຕ້ພໍມາຮອດຈຸດເກີດເຫດຈຶ່ງໄດ້ໃຊ້ປຶນທີ່ກຽມມາຍິງ​​ນາງ ຈັນສະໝອນ ຈົນເສຍຊີວິດ ​​ແລ້ວທ້າວ ທິນນະກອນ ກໍເຂົ້າໄປໃນລົດແລ້ວໃຊ້ປືນ​​ຍິງຕົວເອງຕາຍຕາມ.

No comments:

Post a Comment