Ad

Ad

16 September 2015

ລາຄາສິນຄ້າຢູ່ທ້ອງຕະຫຼາດໃນນະຄອນຫຼວງວຽງຈັນສືບຕໍ່ເໜັງຕີງແພງຂຶ້ນ

ປັດຈຸບັນລາຄາສິນຄ້າປະເພດເຄື່ອງບໍລິໂພກເຊັ່ນ: ຊີ້ນ, ປາ ແລະ ພືດຜັກຕ່າງໆທີ່ນຳມາວາງຂາຍຢູ່ຕາມຕະຫຼາດ ຕ່າງໆໃນນະຄອນຫຼວງວຽງຈັນມີສະພາບການເໜັງຕີງແພງຂຶ້ນ ໂດຍສະເພາະແມ່ນສັດນ້ຳທຳມະຊາດ, ຜັກບາງ ຊະນິດ ແລະ ອື່ນໆ.

ຜ່ານການລົງຕິດຕາມສະພາບລາຄາຊີ້ນ, ປາ, ອາຫານ ແລະ ພືດ, ຜັກຕ່າງໆຂອງນັກຂ່າວພວກເຮົາໃນວັນທີ 13 ກັນຍານີ້ຢູ່ຕາມຕະຫຼາດສະພານທອງ, ຂົວດິນ, ຄ້່ອຍໄຟຟ້າ ໂພນຕ້ອງ ແລະ ຕະຫຼາດໂພນສະຫວ່າງ ເຫັນວ່າລາຄາສິນຄ້າມີການເໜັງຕີງເພີ່ມຂຶ້ນເລັກໜ້ອຍ ເຊັ່ນ: ຊີ້ນງົວ 75-85 ພັນກີບ/ກິໂລ, ຊີ້ນໝູ 35-40 ພັນກີບ/ກິໂລ, ປານິນກະຊັງ 20-22 ພັນກີບ/ກິໂລ, ( ປາດຸກ, ປາຄໍ່, ອ່ຽນ ແລະ ກົບທຳມະຊາດ 70-90 ພັນກີບ/ກິໂລ), ເປັດ, ໄກ່ 35-45 ພັນກີບ/ກິໂລ, ສ່ວນພືດຜັກຕ່ງໆກໍມີລາຄາແພງຂຶ້ນເຊັ່ນ: ຫອມບົ່ວລາຄາສະເລ່ຍ 15-18 ພັນກີບຕໍ່ກິໂລ, ຫອມ ປ້ອມ ລາຄາສະເລ່ຍ 35-40
ພັນກີບຕໍ່ກິໂລ, ໝາກເຜັດລາຄາສະເລ່ຍ 30-35 ພັນກີບຕໍ່ກິໂລ, ໝາກເຫລັ່ນກິໂລລະ 8-10 ພັນກີບ, ໝາກນາວ ກິໂລລະ 8-10 ພັນກີບ ແລະ ພືດຜັກ ອື່ນໆ, ເນື່ອງຈາກໄລຍະນີ້ ໄດ້ເລີ່ມເຂົ້າສູ່ທ້າຍລະດູຝົນຈະບໍ່ຄອຍເອື້ອອຳນວຍໃຫ້ແກ່ການປູກພືດຕາມລະດູການ ຈຶ່ງເຮັດໃຫ້ສິນຄ້າປະເພດພືດຜັກບາງຊະນິດມີລາຄາແພງ, ແຕ່ຄາດວ່າໝົດໜ້າຝົນລາຄາສິນຄ້າປະເພດດັ່ງກ່າວຈະຄ່ອຍຫຼຸດລົງ, ສ່ວນລາຄາຊີ້ນປາທີ່ແພງຂຶ້ນນັ້ນແມ່ນຖືວ່າເປັນໄປຕາມກົນໄກຕະຫຼາດເພາະ ວ່າລາຄາມີການປ່ຽນແປງຢູ່ຕະຫຼອດເວລາ ຕົວຢ່າງໄລຍະໃດສິນຄ້າປະເພດຊີ້ນປາມີຈຳນວນຫຼາຍ ລາຄາກໍຈະຖືກລົງເຊັ່ນດຽວກັບລາຄາພືດຜັກ.

No comments:

Post a Comment