Ad

Ad

16 September 2015

ວຽກງານການຕ່າງປະເທດມີ​ຜົນສຳ​ເລັດຫລາຍດ້ານ

ເນື່ອງໃນໂອກາດຂະແໜງການຕ່າງປະເທດ, ພວມດໍາເນີນກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ, ສະເຫລີມສະຫລອງວັນສ້າງຕັ້ງການທູດລາວຄົບຮອບ 70 ປີຢ່າງເປັນຂະບວນຟົດຟື້ນ ແລະ ສ້າງຜົນງານຕ້ອນຮັບການສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫ່ຍຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວທີ່ຈະມີຂຶ້ນໃນຕົ້ນປີ 2016 ນີ້. ທ່ານນາງ ດຣ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະ​ພົວພັນຕ່າງປະ​ເທດ​ສູນ​ກາງພັກ​ໄດ້​ໃຫ້​ສຳພາດ​ຕໍ່ສື່​ມວນ​ຊົນ​ໃນ​ວັນ​ທີ 14 ກັນຍາຜ່ານມານີ້,​ ໂດຍ​ຍົກ​ໃຫ້​ເຫັນການຊີ້ນຳ-ນໍາພາຂອງພັກຕໍ່ວຽກງານຕ່າງປະເທດໃນໄລຍະປ່ຽນແປງໃໝ່ທີ່ຕິດພັນກັບພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດຂອງປະຊາຊົນລາວມາເປັນຫລາຍທົດສະວັດ, ນັບ​ແຕ່ພັກກອມມູນິດອິນດູຈີນຕໍ່ມາແມ່ນພັກປະຊາຊົນໃນເມື່ອກ່ອນແລະພັກປະຊາຊົນປະຕິວັດລາວໃນປັດຈຸບັນ.

ທ່ານນາງ ດຣ ສູນທອນ ໄຊຍະຈັກ ກ່າວວ່າ: ໃນຊຸມປີ 80 ຂອງສະຕະວັດທີ 20, ກອງປະຊຸມໃຫຍ່ຄັ້ງທີ  IV ຂອງພັກໄດ້ໄຂຂຶ້ນໃນປີ 1986 ເຊິ່ງແມ່ນການເລີ່ມດຳເນີນນະໂຍບາຍປ່ຽນແປງໃໝ່ຫັນຈາກບໍລິຫານເກື້ອກູນໄປສູ່ກົນ​ໄກຕະຫລາດໂດຍມີການຄຸ້ມຄອງຂອງລັດ. ສໍາລັບວຽກງານຕ່າງປະເທດ ພັກກໍໄດ້ກຳນົດນະໂຍບາຍຕ່າງປະເທດທີ່ສອດຄ່ອງກັບສະພາບການໃໝ່ຄື: ສັນຕິພາບ, ເອກະລາດ, ຖືສຳຄັນ ແລະ ເພີ່ມທະວີຄວາມສາມັກຄີ ແລະ ເປີດກວ້າງການພົວພັນຮ່ວມ​ມື​ກັບບັນດາປະເທດສັງຄົມນິຍົມ ​ແລະ ເປີດກວ້າງການຮ່ວມມືກັບທຸກປະເທດໃນໂລກ, ໂດຍບໍ່ຈຳ ແນກລະບອບການເມືອງ-ສັງຄົມທີ່ແຕກຕ່າງກັນບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດແລະຕະຫລອດໄລຍະເກືອບ 30 ປີຜ່ານມາ, ສປປ ລາວ ໄດ້ມີການເສີມຂະຫຍາຍສາຍພົວພັນພິເສດກັບສສຫວຽດນາມ, ພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສປ ຈີນ, ມີການພົວພັນທີ່ດີກັບບັນດາປະເທດໃກ້ຄຽງອື່ນໆຕະຫລອດ​ເຖິງບັນດາປະເທດໃນຂະບວນການບໍ່ຮ່ວມກຸ່ມ, ກຸ່ມ 77 ປະເທດ, ບັນດາອົງການຈັດຕັ້ງໃນເຄືອຂ່າຍສະຫະປະຊາຊາດເພື່ອການພັດທະນາ (ສປຊ), ບັນດາປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ອື່ນໆ, ອັນໄດ້ເຮັດໃຫ້ບົດບາດຂອງ ສປປ ລາວ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ທ່ານນາງ ດຣ ສູນທອນ ໄຊຍະຈັກ ກ່າວວ່າ: ການນຳພາຂອງພັກ ປປ ລາວ ຕໍ່ວຽກງານຕ່າງປະເທດໃນໄລຍະປ່ຽນແປງໃໝ່ໄດ້ສະແດງອອກຢ່າງຈະແຈ້ງໃນການກຳນົດແນວທາງ, ນະໂຍບາຍຕ່າງປະເທດທີ່ສອດຄ່ອງກັບແຕ່ລະໄລຍະ, ມີການຊີ້ນຳໂດຍກົງການເຄື່ອນໄຫວຕ່າງປະເທດແຕ່ສູນກາງຮອດທ້ອງຖິ່ນ ເພາະອີງໃສ່ຈຸດພິເສດຂອງພູມມີປະເທດ, ປະຊາຊົນລາວບໍ່ວ່າຈະຢູ່ໃສກໍລ້ວນແຕ່ໄດ້ເຄື່ອນໄຫວຕ່າງປະເທດໃນລະດັບຕ່າງກັນ. ສະນັ້ນ ເພື່ອເຮັດໃຫ້ວຽກງານຕ່າງປະເທດມີປະສິດທິຜົນ, ພັກໄດ້ນຳພາກໍ່ສ້າງ, ບຳລຸງຖັນແຖວພະນັກງານທີ່ເຮັດວຽກງາຕ່າງປະເທດ, ເສີມຂະຫຍາຍບົດບາດຂອງຂະແໜງການຕ່າງໆ, ຍົກສູງຄຸນນະພາບວຽກງານແນວຄິດການເມືອງ ແລະ ທິດສະດີໃນການເຄື່ອນໄຫວຕ່າງປະເທດ, ໄດ້ມີການບູລະນະການຈັດຕັ້ງທີ່ເຮັດວຽກງານຕ່າງປະເທດ, ເອົາໃຈໃສ່ກວດກາຊີ້ນຳໃນແຕ່ລະການເຄື່ອນໄຫວຕ່າງປະເທດເພື່ອນຳຜົນປະໂຫຍດສູງສຸດມາໃຫ້ແກ່ປະເທດຊາດ ແລະ ບັນດາຜົນງານພົ້ນເດັ່ນໃນການເຄື່ອນໄຫວນັບແຕ່ກອງປະຊຸມໃຫ່ຍຄັ້ງທີ II ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ​ແຕ່ປີ 2011-2015 ​ເປັນ​ຕົ້ນ​ມາ, ໂດຍຍຶດໝັ້ນແນວທາງການຕ່າງປະເທດກໍ​ຄືນະໂຍບາຍປ່ຽນແປງໃໝ່ຂອງ​ພັກ,ຄະນະພັກ​ໄດ້ເຄື່ອນໄຫວວຽກງານ​ຕ່າງປະ​ເທດທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍທີ່ມີລັກສະນະຕັ້ງໜ້າ, ເປັນເຈົ້າການ ແລະ ຄ່ອງແຄ້ວ,​ ເຊິ່ງສາມາດຍາດໄດ້ຜົນສຳເລັດສຳຄັນຫລາຍດ້ານຄື: ການພົວພັນກັບບັນດາປະເທດເພື່ອນມິດຍຸດທະສາດໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ມີບາດກ້າວຂະຫຍາຍເລິກເຊິ່ງ, ໂດຍສະເພາະໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບ ສສ ຫວຽດນາມ,ມີການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານກັບ ສປ ຈີນ, ເຊິ່ງການນຳສູງສຸດຂອງປະເທດອ້າຍນ້ອງໄດ້ມີການແລກປ່ຽນໄປມາຫາສູ່ກັນຢ່າງເປັນປະຈຳ, ມີການຊວ່ຍເຫລືອກໍ່ສ້າງດ້ານຊັບພະຍາກອນມະນຸດ, ແລກປ່ຽນດ້ານທິດສະດີ ແລະ ພຶດຕິກຳໃນການສ້າງສາປະເທດຊາດຂອງຕົນ, ການຮ່ວມມືດ້ານການຄ້າ,ລົງທຶນກໍຄືດ້ານຕ່າງໆຢ່າງມີປະສິດທິຜົນຍິ່ງຂຶ້ນ. ມີການພົວພັນມິດຕະພາບ ແລະ ໄວ້ເນື້ອເຊື່ອໃຈ​ເຊິ່ງກັນ ແລະ ກັນກັບບັນດາປະເທດໃກ້ຄຽງ, ປະເທດສະມາຊິກອາຊຽນ, ປະເທດເພື່ອນມິດອື່ນໆກໍຄືບັນດາອົງການ ຈັດຕັ້ງສາກົນໃນໂລກ, ເຊິ່ງມາຮອດປັດຈຸບັນພວກເຮົາໄດ້ສ້າງສາຍພົວພັນທາງການທູດກັບ 138 ປະເທດ (ປີ 2011 ມີ 131 ປະເທດ), ມີສຳນັກງານຕາງໜ້າການທູດຂອງ ສປປ ລາວ 38 ແຫ່ງ, ໃນນັ້ນມີສະຖານເອກອັກຄະລັດຖະທູດ 26 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ ແລະ ສະຖານກົງສູນໃຫຍ່ 9 ແຫ່ງ, ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 17 ແຫ່ງ ເພີ່ມຈາກປີ 2011 ມີ 6 ປະເທດ ແລະ ໄດ້ສ້າງຕັ້ງກົງສຸນກິດຕິມະສັກຂອງ ສປປ ລາວມີ 15 ປະເທດ. ຄຽງຄູ່ກັບການເປີດກວ້າງການພົວພັນດ້ານລັດ, ໃນ 5 ປີ ຜ່ານມາການພົວພັນດ້ານພັກກໍໄດ້ຮັບການເປີດກວ້າງກັບບັນດາພັກກອມມຸນິດ,ກຳມະກອນ ແລະ ພັກກຳອຳນາດອື່ນໆ, ເຊິ່ງມາຮອດປັດຈຸບັນ, ພັກ ປປ ລາວ ມີການພົວພັນກັບ 124 ພັກໃນໂລກໃນລະດັບແຕກຕ່າງກັນ ( ປີ 2011 ມີ 100 ພັກ), ການພົວພັນກັບບັນດາອົງການມິດຕະພາບໄດ້ຮັບການເສີມຂະຫຍາຍ,ປັດຈຸບັນ ສປປ ລາວ ມີ 16 ສາມະຄົມມິດຕະພາບກັບຕ່າງປະເທດ ​ແລະ ມີ​ການແລກປ່ຽນຢ້ຽມຢາມ​ເຊິ່ງກັນ ແລະ ກັນຂອງ​ຄະນະຜູ້ແທນການນຳຂັ້ນສູງສຸດຂອງພັກ-ລັດຢ່າງປົກກະຕິ.

ນອກຈາກການເຄື່ອນໄຫວການທູດສອງຝ່າຍແລ້ວ, ຄະນະພັກ, ຄະນະນຳກະຊວງຍັງເປັນເຈົ້າການຊີ້ນການເຄື່ອນ ໄຫວໃນເວທີການທູດຫລາຍຝ່າຍ, ອັນພົ້ນເດັ່ນແມ່ນການເຂົ້າຮ່ວມກອງປະຊຸມສາກົນ ແລະ ການເປັນເຈົ້າພາບຈັດກອງປະຊຸມສາກົນ ແລະ ພາກພື້ນ, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຄັ້ງທຳອິດລັດພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລຸກຫວ່ານ (ບົ່ມບີ) ໃນປີ 2010 ເຊິ່ງມາຮອດປັດຈຸບັນສາມາດດຶງດູດການຊ່ວຍເຫລືອດ້ານວຽກງານເກັບກູ້ລະເບີດບໍ່ທັນແຕກໄດ້ຈາກ 16 ລ້ານໂດລາສະຫະລັດໃນປີ 2010 ມາເປັນ 30 ລ້ານໂດລາສະຫະລັດໃນປັດຈຸບັນ, ດຶງດູດເອົາການຊ່ວຍເຫລືອທາງການເພື່ອການພັດທະນາຫລື ODA ຈາກ 400 ລ້ານໂດລາສະຫະລັດໃນປີ 2010 ມາເປັນ 700 ລ້ານໂດລາສະຫະລັດໃນປີ 2015, ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະສະພາອາຊີ-ເອີຣົບຄັ້ງທີ 7, ກອງປະຊຸມສຸດຍອດອາເຊມ (ASEM) ຄັ້ງທີ 9, ເຊິ່ງໄດ້ຮັບການຍົກຍ້ອງຊົມເຊີຍ ​ແລະ ຄວາມໄວ້ເນື້ອເຊື່ອໃຈຈາກສາກົນກ່ຽວກັບຄວາມສາມາດເປັນເຈົ້າພາບທີ່ດີ, ອັນເປັນການຍົກສູງບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ແລະ ປັດຈຸບັນພວມສຸມໃສ່ການກະກຽມຄວາມພ້ອມເຂົ້າເປັນປະຊາຄົມເສດຖະກິດອາຊຽນ(31 ທັນວາ2015) ແລະ ກະກຽມເປັນປະທານອາຊຽນໃນປີ 2016. ໄດ້ສຳເລັດໂຄງການປັກຫລັກໝາຍຖີ່ລະຫວ່າງລາວ - ຫວຽດນາມ, ລາວ-ຈີນ, ສືບຕໍ່ຮ່ວມມືຄຸ້ມຄອງຊາຍແດນກັບມຽນມາ, ມີຄວາມຄືບໜ້າໃນການສຳຫລວດ ແລະ ປັກຫລັກໝາຍກັບໄທ ແລະ ກຳປູເຈຍ, ໄດ້ຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນທຳມະດາກັບ 14 ປະເທດ ແລະ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການກັບ 34 ປະເທດ.

No comments:

Post a Comment