Ad

Ad

16 September 2015

ລາວ-ຫວຽດນາມເພີ່ມທະວີການຮ່ວມ​ມື​ດ້ານ​ຄົມມະນາຄົມຂົນ​ສົ່ງ

ພິທີລົງນາມບົດ​ບັນທຶກຄວາມເຂົ້າໃຈ​ກ່ຽວ​ກັບຍຸດທະ​ສາດ​ການ​ຮ່ວມ​ມື​ດ້ານ​ຄົມມະນາຄົມ​-ຂົນ​ສົ່ງ​ແຕ່ປີ 2016-2025 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030 ລະຫວ່າງລັດຖະບານລາວຕ່າງໜ້າໂດຍທ່ານ ດຣ​ ບຸນ​ຈັນ​ ສິນທະວົງ ລັດຖະມົນຕີ​ວ່າການກະຊວງໂຍທາ​ທິການ​ ແລະ ຂົນ​ສົ່ງ ແລະ ຝ່າຍຫວຽດນາມ ໂດຍທ່ານ ດິງລາ ທັງລັດຖະມົນຕີ​ວ່າການກະຊວງ​ຄົມມະນາຄົມຂົນ​ສົ່ງຫວຽດນາມ, ໄດ້ມີຂື້ນ​ໃນວັນ​ທີ 14 ກັນຍາ 2015 ນີ້, ທີ່ນະຄອນຫລວງວຽງຈັນ,​ ໂດຍການ​ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານຂອງທ່ານ ທອງ​ສິງ ​ທຳ​ມະ​ວົງນາຍົກ​ລັດ​ຖະມົນຕີ​ແຫ່ງ ສປປ ລາວ ​ແລະ ສະຫາຍ ຫງຽນ​ເຕິ​ນຢຸງ ນາຍົກ​ລັດ​ຖະມົນຕີແຫ່ງ ສສ ຫວຽດນາມ ​ເພື່ອ​ໃຫ້​ຂະ​ແໜງກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ນຳ​ໃຊ້​ເປັນ​ບ່ອນ​ອີງໃນ​ການ​ກຳນົດ​ຍຸດທະ​ສາດ​ການ​ຮ່ວມມື​ໄລຍະ​ແຕ່ປີ 2016-2025 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030 ເພື່ອ​ເສີມ​ຂະຫຍາຍ​ທ່າ​ແຮງ​ດ້ານ​ທີ່​ຕັ້ງ ​ແລະ ​ເງື່ອນ​ໄຂ​ທາງ​ທຳ​ມະ​ຊາດ​ຂອງ​ສອງ​ປະ​ເທດ​ໃຫ້​ຫລາຍ​ທີ່ສຸດ, ພິ​ເສດ​ແມ່ນ​ທ່າ​ແຮງ​ທາງ​ດ້ານ​ທີ່​ຕັ້ງ​ເປັນ​ໃຈກາງ​ໃນ​ການ​ເຊື່ອມຈອດດ້ານຄົມມະນາຄົມ-ຂົນ​ສົ່ງ​ທາງບົກ​ຂອງ
ລາວກັບ​ບັນດາ​ປະ​ເທດ​ພາກ​ພື້ນ ​ແລະ ທ່າ​ແຮງ​ດ້ານ​ທາງ​ທະ​ເລ​ຂອງສສຫວຽດນາມ​ໃນ​ການ​ເຊື່ອມ​ຕໍ່​ກັບ​ສາກົນ, ກຳນົດ​ເອົາ​ປະ​ເພດ​ກາຄົມມະນາ ຄົມ-ຂົນ​ສົ່ງທາງບົກລວມທັງ​ທາງ​ລົດ​ໄຟຕາມ​ບັນດາ​ແລວ​ທາງ​ທີ່​ເ​ໝາະສົມກັບ​ສະພາບ​ເງື່ອນ​ໄຂ​ທາງ​ທຳ​ມະ​ຊາດ, ສັງ​ຄົມ, ຄວາມ​ອາດ​ສາມາດ​ທາງ​ດ້ານ​ເສດຖະ​ກິດຂອງ​ແຕ່ລະ​ແລວ​ທາງ​ເພື່ອ​ສ້າງ​ໃຫ້​​ເປັນບຸລິມະສິດ​ຫລັກ​ໃນ​ການ​ພັດ ທະນາ​ຂະ​ແໜງ​ຄົມມະນາຄົມ-ຂົນ​ສົ່ງ​​ເພື່ອ​ເຊື່ອມ​ຈອດ​ລະຫວ່າງ​ສອງ​ປະ​ເທດ, ກຳນົດ​ເສັ້ນທາງ​ເຊື່​ອມຕໍ່​ລະຫວ່າງສອງ​ນະຄອນຫລວງ​ວຽງ​ຈັນກັບ​ນະຄອນຫລວງ​ຮ່າ​ໂນ້​ຍ​ ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດລາວ-ຫວຽດນາມ.

​ໄປ​ພ້ອມໆ​ກັບການວາງ​ແຜນການ​ພັດທະນາ​ລະບົບ​ຕາ​ໜ່າ​ງ​ເສັ້ນທາງ​ດ່ວນ​ເຊື່ອ​ມຈອດ​ກັນ​ໃນ​ອະນາ​ຄົດ, ກຳນົດ​ທິດ​ທາງ​ການ​ພັດທະນາ​ໃຫ້​ສອດຄ່ອງ​ກັບ​ຄວາມຕ້ອງການ​ຂອງ​ການຂະຫຍາຍຕົວດ້ານ​ເສດຖະກິດ-ສັງຄົມ​ແຕ່ລະ​ໄລຍະ, ພ້ອມ​ກັບ​ການ​ສ້າງ​ໃໝ່ບາ​ງ​ເສັ້ນທາງ​ທີ່​ມີ​ປະສິດທິ​ຜົນ​ດ້ານການ​ລົງທຶນ​ດ້ວຍການ​ສົ່ງ​ເສີມ​ຮູບ​ການ​ລົງທຶນທີ່​ເໝາະ​ສົມ​ແບບ​ມີ​ສ່ວນ​ຮ່ວມລະຫວ່າງພາກລັດ ​ແລະ ພາກ​ທຸລະ​ກິດ(PPP), ອຳນວຍ​ຄວາມ​ສະດວກ​ດ້ານ​ການ​ຂົນ​ສົ່ງ​ສິນຄ້າ​ໂດຍສານຂ້າມ​ແດນ​ແລະຜ່ານ​ແດນ, ກໍານົດ​ຍຸດ​ທະ​ສາດ​ພັດທະນາ​ລະບົບ​ການ​ຂົນ​ສົ່ງ​ສິນຄ້າ​ທາງບົກລວມທັງ​ທາ​ງລົດ​ໄຟຈາກ​ລາວຫລືຜ່ານ​ລາວ​ໄປ​ສູ່​ທ່າ​ເຮືອ​ຢູ່ຫວຽດນາມ​ແລະ ການ​ຂົນ​ສົ່ງ​ຈາກ​ທ່າ​ເຮືອຫວຽດນາມມາລາວ​ແລະຜ່ານ​ໄປ​ປະ​ເທດ​ອື່ນໆ​ໃຫ້​ສຳ​ເລັດ​ເປັນ​ລະບົບ ແລະ ​ເປັນຮູບ​ປະ​ທຳ, ສາມາດ​ເຊື່ອມ​ເຂົ້າ​ເປັນ​ລະບົບ​ການ​ຈໍລະຈອນ​ແຈກ​ຢາ​ຍສິນຄ້າ​ຂອງ​ພາກ​ພື້ນ​ໃນ​ປີ 2025.​ ໃນ​ນັ້ນ​ໃຫ້​ເໜັ້ນ​ໃສ່​ການນຳ​ໃຊ້​ທ່າ​ເຮືອຮອນລາ, ທ່າ​ເຮືອ​ຫວຸ່ງອ່າງ​ ແລະ ທ່າ​ເຮືອ​ຊວນ​ຫາ​ຍ​ເປັນ​ບຸລິມະສິດ​ການ​ສົ່ງ​ເສີມ​ການ​ຂົນ​ສົ່ງ​ສິນຄ້າ​ຈາກ ສປປ ລາວ​ ໄປ​ຍັງ​ປະ​ເທດ​ປາຍທາງ​ອື່ນໆ, ພັດທະນາ​ລະບົບ​ການ​ຂົນ​ສົ່ງ​ທາງ​ອາກາດ, ​ເພີ່ມ​ທະວີ​ການ​ເຊື່​ອມຕໍ່​ໃຫ້ຫລາ​ຍຂຶ້ນ, ປະ​ສານ​ສົມ​ທົບ​ກັນ​ເພີ່ມ​ຕື່ມລະຫວ່າງ​ອົງການ​ຄຸ້ມ​ຄອງ​ລັດ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ແລະວາງ​ແຜນ​ຮ່ວມມື​ກັນ​ດ້ານ​ການຈັດ​ຕັ້ງ​ປະຕິບັດ​ການ​ກໍ່ສ້າງ​ ແລະ ຍົກ​ລະດັບ​ພະ ນັກງານ​ຕາມ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ບຸກຄະລະ​ກອນ​ຂອງ​ແຕ່ລະ​ປະ​ເທດ.

No comments:

Post a Comment