Ad

Ad

17 September 2015

ຮູບເງົາສັ້ນນັກຮຽນລາວຈະໄປຮ່ວມແຂ່ງຂັນຢູ່ຍີ່ປຸ່ນ

ກົມຮູບເງົາ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຮ່ວມກັບສະຖານທູດຍີ່ປຸ່ນປະຈຳລາວຈັດໂຄງການແຂ່ງຂັນຮູບເງົາສັ້ນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍຂຶ້ນໃນວັນທີ 16 ກັນຍານີ້ເພື່ອຄັດເລືອກເອົາຮູບເງົາສັ້ນຈຳນວນ 3 ເລື່ອງໄປເຂົ້າຮ່ວມໂຄງການແຂ່ງຂັນສ້າງຮູບເງົາສັ້ນຂອງບັນດາປະເທດລຸ່ມແມ່ນ້ຳຂອງໃນຂົງເຂດອາຊຽນປະຈຳປີ 2015 ທີ່ຈະຈັດຂຶ້ນຢູ່ປະເທດຍີ່ປຸ່ນເຊິ່ງມີນັກຮຽນສົ່ງຮູບເງົາຂອງຕົນເຂົ້າຮ່ວມແຂ່ງ ຂັນທັງໝົດ 21 ເລື່ອງຜ່ານການແຂ່ງຂັນສາມາດຄັດເລືອກຮູບເງົາສັ້ນຈຳນວນ 3 ເລື່ອງຄື: ບົດເລື່ອງມິດຕະພາບແລະ ຄວາມສຸກ, ຂອບໃຈ ແລະ My dad…my love.

            ໂຄງການແຂ່ງຂັນສ້າງຮູບເງົາສັ້ນຂອງບັນດາປະເທດລຸ່ມແມ່ນ້ຳຂອງໃນຂົງເຂດອາຊຽນໄດ້ດຳເນີນມາແຕ່ປີ 2009 ມາເຖິງປັດຈຸບັນເປັນເວລາ 7 ປີແລ້ວ ແລະ ມີນັກຮຽນເຂົ້າຮ່ວມທັງໝົດ 470 ຄົນ, ຜ່ານການເຂົ້າຮ່ວມແຂ່ງ ຂັນ
ແຕ່ລະຄັ້ງລາວເຮົາສາມາດຍາດໄດ້ລາງວັນຊະນະເລີດ 2 ຄັ້ງ, ລາງວັນຮອງຊະນະເລີດ 2 ຄັ້ງ ແລະ ລາງວັນຊົມເຊີຍ 2 ຄັ້ງເຊິ່ງການແຂ່ງຂັນແຕ່ລະຄັ້ງກໍມີຫົວຂໍ້ທີ່ແຕກຕ່າງກັນ ແລະ ໃນປີນີ້ມີຫົວຂໍ້ວ່າ: “ເວລາໃດທີ່ຂ້ອຍມີຄວາມສຸກ”. ຮູບເງົາສັ້ນທີ່ສົ່ງເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ແມ່ນນ້ອງນັກຮຽນເປັນຜູ້ສ້າງ ແລະ ຜະລິດຂຶ້ນເອງພ້ອມທັງນຳໃຊ້ງົບປະມານລວມເຖິງອຸປະກອນຂອງເຂົາເຈົ້າເອງໂດຍແມ່ນກົມຮູບເງົາຮັບຜິດຊອບໃນການແນະນຳລະບຽບການ, ວິທີການສ້າງຮູບເງົາສັ້ນ ແລະ ຈັນຍາບັນຂອງນັກສ້າງຮູບເງົາເພື່ອເປັນທິດທາງໃຫ້ເຂົາເຈົ້າ.

No comments:

Post a Comment