Ad

Ad

17 September 2015

ກະຊວງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີປາຖະ​ກະຖາ​ວັນ​ສຳຄັນຕ່າງໆ

ບັນດາ​ພະນັກງານ​, ສະມາຊິກ​ພັກ, ລັດຖະກອນທົ່ວກະຊວງ​ວິ​ທະ​ຍາສາ​ດ ​ແລະ​ ເຕັກ​ໂນ​ໂລ​ຊີ​ໄດ້​ເຊື່ອມ​ຊຶມ​ມູນ​ເຊື້ອ,ປະຫວັດ​ຄວາມ​ເປັນ​ມາ​ຂອງວັນ​ສ້າງ​ຕັ້ງ​ແນວ​ລາວ​ສ້າງ​ຊາດຄົບຮອບ 65 ປີ(13/08/1950-13/08/2015) ​ແລະວັນຊາດ ສສ ຫວຽດນາມ ຄົບ​ຮອບ70 ປີ(02/09/1945-02/09/2015) ​ໃນ​ວັນ​ທີ16 ກັນຍານີ້, ທີ່​ກະຊວງ​ດັ່ງກ່າວ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ ຫຸມພັນ ອິນທະຣາດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ​ ແລະ​ເຕັກ​ໂນ​ໂລ​ຊີ.
            ໃນ​ໂອກາດ​ນີ້, ທ່ານນາງບົວ​ວອນອ່ອນ​ຈັນ​ຫອມຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດໄດ້ທົບ​ທວນຄືນເຖິງປະຫວັດ​​ແລະ ມູນ​ເຊື້ອ​ແຫ່ງ​ການ​ເຕີບໃຫຍ່ຂະຫຍາຍຕົວຂອງ​ແນວ​ລາວ​ສ້າງ​ຊາດ​ໂດຍ​ເລີ່​ມ​ແຕ່​ໄລຍະ​ສ້າງ​ຕັ້ງ​ເປັນ​ແນວ​ລາວ​ອິດສະຫລະ​ໃນ​ວັນ​ທີ13 ສິງຫາ1950 ​ແລະ ​ໄດ້​ປ່ຽນ​ຊື່​ມາ​ເປັນແນວ​ລາວ​ຮັກ​ຊາດ​ໃນ​ປີ1956, ມາ​ຮອດ​ວັນທີ 16-20 ກຸມພາ1979 ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ຮັກ​ຊາດ​ໄດ້​ຮຽກຮ້ອງ​ ແລະ​ ໄຂ​
ກອງ​ປະຊຸມ​ໃຫຍ່​ແນວ​ລາວ​ລາວ​ຮັດ​ຊາດສະ​ໄໝ​ທີ IV ຂຶ້ນ​ທີ່​ນະຄອນຫລວງ​ວຽງ​ຈັນ, ກອງ​ປະຊຸມ​ໄດ້​ມີ​ມະຕິ​ປ່ຽນ​ຊື່​ແນວ​ລາວ​ຮັກ​ຊາດມາ​ເປັນ​ແນວ​ລາວ​ສ້າງ​ຊາດຈົນ​ເຖິງ​ປັດຈຸບັນ. ຕະຫລອດ​ໄລຍະ 65 ປີຍາມ​ໃດ​ແນວ​ລາວ​ສ້າງ​ຊາດກໍ​ໄດ້​ຍົກ​ສູງ​ບົດບາດ​ໃນ​ການ​ເປັນ​ຂົວ​ຕໍ່​ທີ່​ດີລະຫວ່າງມະຫາຊົນກັບ​ພັກ ແລະ ລະຫວ່າງປະຊາຊົນກັບ​ລັດທັງ​ເຮັດ​ໜ້າ​ທີ່​ເຕົ້າ​ໂຮມ​ກ້ອນ​ກຳລັງ​ສາມັກຄີ​ປອງ​ດອງ​ທົ່ວ​ປະ​ເທດ, ​ໂຄສະນາ-​ສຶກສາ​ອົບຮົມປະຊາຊົນ​ລາວ​ບັນດາ​ເຜົ່າ​ຢ່າງ​ກວ້າງຂວາງ​ເພື່ອ​ປະຕິບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ​ຄື: ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ.

ຈາກ​ນັ້ນ, ທ່ານ ຫຸມພັນ ອິນທະຣາດ​ ກໍ​ໄດ້ຍົກໃຫ້ເຫັນເຖິງໄຊຊະນະແລະ ຜົນງານທີ່ປະຊາຊົນຫວຽດນາມຍາດມາໄດ້ຕະຫລອດໄລຍະ 70 ປີທີ່ຜ່ານມາພາຍໃຕ້ການນຳພາຂອງປະທານໂຮ່ຈີມິແລະ ພັກກອມມູນິດອິນດູຈີນກໍຄື ​​ພັກກອມມູນນິດຫວຽດນາມໃນປັດຈຸບັນ​ໂດຍ​ສະ​ເພາະ​ໄລຍະ​ການ​ຕໍ່​ສູ້ຍາດ​ເອົາ​ອຳນາດ​ການ​ປົກຄອງ​ແຕ່​ປີ1930-1945; ​ໄລຍະ​ປົກ​ປັກ​ຮັກສາ ​ແລະ ຂະຫຍາຍ​ໝາກຜົນ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ, ດຳ​ເນີນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ແຕ່​ປີ1945-1975 ​ແລະ ​ໄລຍະການ​ປະຕິວັດ​ສັງຄົມ​ນິຍົມ, ປະຕິບັດ​ພາລະກິດ​ປ່ຽນ​ແປງ​ໃໝ່, ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ​ແຕ່​ປີ1975 ​ເປັນ​ຕົ້ນ​ມາ. ພ້ອມ​ກັນ​ນີ້​ທ່ານ​ຍັງ​ໄດ້​ຍົກ​ໃຫ້​ເຫັນ​ການ​ພົວພັນ​ຮ່ວມ​ມື, ຄວາມ​ສາມັກຄີ​ພິ​ເສດລາວ-ຫວຽດນາມ ​ແລະ ບັນຫາ​ສຳຄັນ​ອື່ນໆ​ຈຳນວນ​ໜຶ່ງ.

No comments:

Post a Comment