Ad

Ad

17 September 2015

ນະຄອນຫລວງເລັ່ງຕ້ານການສູບຢາຊະຊາຍ

ພະແນກສາທາລະນະສຸກນະຄອນຫລວງວຽງຈັນ, ພວມເລັ່ງໂຄສະນາຕ້ານການສູບຢາຢ່າງແຂງແຮງ ແລະ ກວ້າງຂວາງ, ພາຍຫລັງຕ້ອງການເຫັນນະຄອນຫລວງວຽງຈັນເປັນເມືອງແຫ່ງສຸຂະພາບ, ສະອາດ ແລະ ມີສະພາບແວດລ້ອມສົດຊື່ນ.
ທ່ານນາງ ດຣ ໄຊພອນ ນັນທະພອນ ຮອງຫົວໜ້າພະແນກສາທາລະນະສຸກນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນສົກປີ 2015-2016 ນີ້, ຄະນະຊີ້ນໍາວຽກງານຄວບຄຸມຢາສູບຈະສືບຕໍ່ຈັດຕັ້ງປະຕິບັດແຜນສ້າງນະຄອນຫລວງວຽງຈັນ ໃຫ້ກາຍເປັນເມືອງປອດຄວັນຢາສູບໃຫ້ປາກົດຜົນເປັນຈິງເທື່ອລະກ້າວ, ໂດຍສະເພາະສືບຕໍ່ປຸກລະດົມບັນດາສໍານັກງານ, ຫ້ອງການທັງພາກລັດ ແລະ ເອກະຊົນໃຫ້ເປັນເຂດປອດຄວັນຢາສູບໃນອາຄານຂອງຕົນຢ່າງເຂັ້ມງວດ, ຈັດໃຫ້ມີການເຜີຍແຜ່ ແລະ ຝຶກອົບຮົມໃຫ້ຜູ້ຮັບຜິດຊອບ, ລວມທັງຜູ້ເຮັດອານາໄມຢູ່ຕາມສວນສາທາລະນະເປັນຕົ້ນ: ສວນສາທາລະນະທາດຫລວງ, ສວນໄຊເສດຖາ, ພິພິທະພັນຫໍພະແກ້ວ, ລວມເຖິງຫ້ອງການປົກຄອງເມືອງຕ່າງໆໃຫ້ສືບຕໍ່ຕິດຕັ້ງປ້າຍປອດຄວັນຢາສູບໃຫ້ຫລາຍເພື່ອສະແດງໃຫ້ສັງຄົມເຫັນພະລັງແຮງຂອງການຕ້ານຢາສູບຫລາຍຂຶ້ນ ແລະ ເຮັດໃຫ້ຜູ້ທີ່ສູບຢາໄດ້ຫລຸດຜ່ອນຄວາມອັນຕະລາຍຈາກສູບຢາໄດ້ເທື່ອລະກ້າວ.


ຮອງຫົວໜ້າພະແນກດັ່ງກ່າວໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະຄວບຄຸມຢາສູບໄດ້ເອົາໃຈໃສ່ວຽກງານໂຄສະນາຕ້ານການສູບຢາຢ່າງຕັ້ງໜ້າເປັນຕົ້ນ: ຈັດກອງປະຊຸມເຜີຍແຜ່ຜົນຮ້າຍຂອງຢາສູບ ແລະ ການສູບດົມຄວັນຢາສູບໃຫ້ພະນັກງານລັດຖະກອນ, ຜູ້ປະກອບການຫົວໜ່ວຍທຸລະກິດ, ຢູ່ຕາມໂຮງຮຽນ, ໂຮງໝໍ, ໂຮງຈັກ-ໂຮງງານ, ອໍານາດການປົກຄອງທ້ອງຖິ່ນ ແລະ ຊຸມຊົນຢ່າງລຽນຕິດ, ພ້ອມທັງລົງແຈກຢາຍ ແລະ ຕິດປ້າຍໂຄສະນາເຂດປອດຄວັນຢາສູບຢູ່ຕາມສະຖານທີ່ສໍາຄັນເຊັ່ນ: ສະໜາມບິນສາກົນວັດໄຕ, ດ່ານສາກົນຂົວມິດຕະພາບ,ສວນເຈົ້າອານຸວົງ, ປະຕູໄຊ ແລະ ອື່ນໆ, ອັນໄດ້ເຮັດໃຫ້ສະພາບການສູບຢາແບບຊະຊາຍທ່າອ່ຽງຫລຸດໜ້ອຍລົງ.

No comments:

Post a Comment