Ad

Ad

17 September 2015

ເຜີຍແຜ່ຜົນວິໄຈສະພາບຂອງປະຊາກອນໃນລາວ

ວັນທີ 16 ກັນຍານີ້ກະຊວງແຜນການ ແລະ ການລົງທືນໄດ້ຈັດກອງປະຊຸມ ເຜີຍແຜ່ຜົນວິໄຈ ສະພາບຂອງປະຊາກອນໃນລາວ ຂື້ນທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ, ເພື່ອ ສະໜອງຂໍ້ມູນໃຫ້ແກ່ຜູ້ບໍລິຫານຂັ້ນສູງໃນການສ້າງນະໂຍບາຍ ແລະ ຍຸດທະສາດການ ພັດທະນາໃນຕໍ່ໜ້າ,ໂດຍການເຂົ້າຮ່ວມຂອງທ່ານ ດຣ ຄຳລຽນ ພົນເສນາ ລັດຖະມົນຕີຊ່ວຍ ວ່າການກະຊວງແຜນການ ແລະ ການລົງທຶນ, ມີຜູ້ຕ່າງໜ້າອົງການສະຫະປະຊາຊາດກອງ ທືນສຳລັບປະຊາກອນ, ພ້ອມດ້ວຍຜູ້ຕ່າງໜ້າຈາກພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ເປັນຈຳນວນຫລາຍ.

 ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນໄດ້ຍົກ ໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານປະຊາກອນ ແລະ ການພັດທະນາ ເຊິ່ງຈະຕ້ອງ ໄດ້ເອົາໃຈໃສ່ໃຫ້ວຽກງານດັ່ງກ່າວເຊີ່ອມສານກັບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາ 5 ປີຄັ້ງທີ່ 8 , ທີ່ຈະໄດ້ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ຢ່າງໜັກແໜ້ນ  ສືບຕໍ່ບັນລຸເປັນໝາຍສະຫັດສະຫວັດດ້ານ ການພັດທະນາໃຫ້ໄດ້ຕາມຄາດໝາຍແຜນການ, ກໍຄືການນຳພາ
ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020, ພ້ອມນັ້ນ ລັດຖະມົນຕີຊ່ວຍຍັງຍົກໃຫ້ເຫັນຜົນການວິໄຈສະພາບປະຊາກອນ ແລະ ສຸຂະພາບຈະເລີນພັນໃນລາວ, ຊຶ່ງຕາມຜົນ ຂອງການວິໄຈສະແດງໃຫ້ເຫັນວ່າ: ມາຮອດປີ 2015 ນີ້ປະຊາກອນລາວໄດ້ເພີ່ມຂຶ້ນເປັນ 6,8 ລ້ານຄົນ ຈະເພີ່ມເປັນ 10 ລ້ານຄົນໃນປີ 2020  ສ່ວນ ຫຼາຍແມ່ນປະຊາກອນຊວງອາຍຸໄວໜຸ່ມ  ແລະ ອັນຕາສ່ວນຂອງໄວແຮງງານແມ່ນຈະເພີ່ມຂຶ້ນ, ຄຽງຄູ່ກັບການຂະຫຍາຍໂຕທາງດ້ານຈຳນວນຂອງປະຊາກອນນັ້ນ, ຍັງສັງເກດເຫັນວ່າອັດຕາການ ຕາຍໄດ້ຫຼຸດລົງຢ່າງຊັດເຈນ, ໂດຍສະເພາະແມ່ນອັດຕາການຕາຍຂອງແມ່ ແລະ ເດັກ, ນັ້ນອັດຕາການຈະເລີນພັນກໍມີທ່າອ່ຽງຫຼຸດລົງຫຼາຍໂດຍສະເລ່ຍໃນປີ 2005 ແມ່ຍິງໃນໄວຈະເລີນພັນສະເລ່ຍມີລູກ 4,5 ຄົນ, ມາຮອດປີ 2012ຫຼຸດລົງເປັນ 3,2 ຄົນ, ຍ້ອນຜົນຂອງວຽກງານ ການວາງແຜນຄອບຄົວທີ່ມີຄວາມສຳຄັນຫຼາຍຕໍ່ສຸຂະພາບຈະເລີນພັນຂອງປະຊາກອນ, ດັ່ງ  ເນັ້ນຂໍ້ມູນທາງດ້ານປະຊາກອນແມ່ນມີຄວາມສຳຄັນຫຼາຍໃນການວາງນະໂຍບາຍ ແລະ ຍຸດ ສະສາດການພັດທະນາໃນອະນາຄົດ.

No comments:

Post a Comment