Ad

Ad

13 October 2015

ຕະຫລາດຫລັກຊັບລາວຕັ້ງເປົ້າຮອດປີ 2020 ຈະມີ 25-30 ບໍລິສັດມາຈົດທະບຽນ

               ພິທີສະເຫຼີມສະຫຼອງວັນສ້າງຕັ້ງຕະຫຼາດຫຼັກຊັບລາວ( ຕລຊລ ) ຄົບຮອບ 5 ປີ ( 10 ຕຸລາ 2010-10 ຕຸລາ 2015), ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້ດ້ວຍບັນຍາກາດລຽບງ່າຍ ແລະ ປະຢັດມັດທະຫຍັດ, ຂະນະທີ່ທ່ານ ວັນຄໍາ ວໍຣະວົງ ຜູ້ອໍານວຍການໃຫຍ່ ຕລຊລ ໄດ້ຢືນຢັນຮອດປີ 2020 ຈະມີປະມານ 25-30 ບໍລິສັດເຂົ້າມາຈົດທະບຽນໃນຕະຫລາດຫລັກຊັບລາວ ແລະ ຈະສາມາດລະດົມທຶນໄດ້ຫຼາຍກວ່າ 30% ຂອງ GDP.
             ຜູ້ອໍານວຍການໃຫຍ່ ຕລຊລ ກ່າວວ່າ: ໂດຍອີງໃສ່ທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດຄັ້ງທີ VI ໜຶ່ງໃນນີ້ ກໍໄດ້ກໍານົດແຜນສ້າງຕັ້ງຕະຫຼາດຫຼັກຊັບຢູ່ ສປປ ລາວໃນທ້າຍປີ 2010, ເຊິ່ງລັດຖະບານ ໄດ້ແຕ່ງຕັ້ງຄະນະຊີ້ນໍາລວມໃນການສ້າງຕັ້ງຕະຫຼາດຫຼັກຊັບຂຶ້ນ, ໂດຍມີທ່ານຮອງນາຍົກລັດຖະມົນຕີເປັນປະທານ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ(ທຫລ) ເປັນຮອງປະທານ, ບັນດາລັດຖະມົນຕີຊ່ວຍວ່າການກະຊວງຈໍານວນໜຶ່ງເປັນຄະນະ ແລະ ມອບໝາຍໃຫ້ ທຫລ ເປັນອົງກອນຈັດຕັ້ງປະຕິບັດແຜນການດັ່ງກ່າວ, ໃນເດືອນກັນຍາ 2007 ຈຶ່ງໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈລະຫວ່າງ ທຫລ ກັບຕະຫຼາດຫຼັກຊັບ ສ.ເກົາຫຼີ, ຈາກນັ້ນ ກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບສ້າງຕັ້ງຕະຫຼາດຫຼັກຊັບໃນທ້າຍເດືອນມັງກອນ 2008 ໂດຍທ່ານ ເດດພູວັງ ມູລຣັຕນ໌ ເປັນຫົວໜ້າຄະນະ, ທ້າຍເດືອນພຶດສະພາ
2009 ລັດຖະບານ ໄດ້ແຕ່ງຕັ້ງຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະ ຫຼາດຫຼັກຊັບເພື່ອປ່ຽນແທນຄະນະຊີ້ນຳລວມ ແລະ ໄດ້ປ່ຽນຈາກຄະນະຮັບຜິດຊອບສ້າງຕັ້ງຕະຫຼາດຫຼັກຊັບມາເປັນພະນັກງານຂອງສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບລາວ, ເຊິ່ງເລີ່ມຈັດຕັ້ງປະຕິບັດນັບແຕ່ຕົ້ນເດືອນກໍລະກົດ 2009 ແລະ ຮອດທ້າຍເດືອນດຽວກັນ ກໍໄດ້ມີການລົງນາມສັນຍາຮ່ວມທຶນໂດຍ ທຫລ ຖືຮຸ້ນ 51% ແລະ ຕະຫຼາດຫຼັກຊັບ ສ.ເກົາຫຼີ ຖືຮຸ້ນ 49%.
      ມາຮອດວັນທີ 10 ຕຸລາ 2010 ຕລຊລ ກໍໄດ້ເປີດຂຶ້ນຢ່າງເປັນທາງການ, ໂດຍແມ່ນທ່ານ ເດດພຸວັງ ມູລຣັຕນ໌ ເປັນປະທານຄະນະ, ຫົວໜ້າໃຫຍ່ຜູ້ບໍລິຫານ ຕລຊລ ແລະ ເປັນຕະຫຼາດທຶນແຫ່ງທຳອິດຂອງ ສປປ ລາວ, ທັງເປັນຄັ້ງປະຫວັດສາດຂອງຊາດລາວ ແລະ ໄດ້ເປີດການແລກປ່ຽນຊື້-ຂາຍຮຸ້ນຄັ້ງທຳອິດໃນວັນທີ 11 ມັງກອນ 2011 ອັນໄດ້ນໍາມາສູ່ແຫຼ່ງທຶນຢ່າງຫຼວງຫຼາຍເຂົ້າໃນການພັດທະນາປະເທດຊາດ, ພ້ອມກັນນີ້ກໍເພື່ອລະດົມທຶນໄລຍະຍາວໃຫ້ບັນດາບໍລິສັດ ແລະ ເພື່ອເປັນການສະໜັບສະໜູນໃຫ້ຕະຫຼາດການເງິນໃນ ສປປ ລາວ ມີຄວາມເຂັ້ມແຂງຍິ່ງຂຶ້ນ.
        ຜ່ານການດໍາເນີນງານໃນໄລຍະ 5 ປີມານີ້, ຕລຊລ ໄດ້ມີການພັດທະນາໃນຫຼາຍດ້ານເປັນຕົ້ນຈໍານວນບໍລິສັດຈົດທະບຽນ ເພີ່ມຂຶ້ນຈາກ 2 ບໍລິສັດເປັນ 4 ບໍລິສັດ ສາມາດລະດົມທຶນໄດ້ທັງໝົດ 5.883 ຕື້ກີບ ແລະ ມີມູນຄ່າຕະຫຼາດທັງໝົດ 12.293 ຕື້ກີບ (ຕົວເລກວັນທີ 02 ຕຸລາ 2015 ), ດ້ານຈໍານວນບັນຊີຫຼັກຊັບໄດ້ເພີ່ມຂຶ້ນຈາກ 4.117 ບັນຊີມາເປັນ 11.756 ບັນຊີ, ໂດຍມີມູນຄ່າການແລກປ່ຽນຊື້-ຂາຍທັງໝົດ 143 ລ້ານຮຸ້ນ ໃນມູນຄ່າ 947 ຕື້ກີບ, ສໍາລັບດັດຊະນີລວມ ຕລຊລ ປິດຢູ່ທີ່ 1.253,12 ຈຸດ ເພີ່ມຂຶ້ນ 253,12 ຈຸດ ຫຼື 25,3% ຈາກ 1.000,00 ຈຸດ(ດັດຊະນິຖານ), ນອກນັ້ນ, ຍັງໄດ້ປັບປຸງ ແລະ ພັດທະນາລະບົບການແລກປ່ຽນຊື-ຂາຍຫຼັກຊັບຢ່າງຕໍ່ເນື່ອງເປັນຕົ້ນ ໄດ້ເປີດນຳໃຊ້ລະບົບການຄ້າຂາຍກັບທີ່(ລກກ ) Home Trading System, ຍົກລະດັບກົນໄກການແລກປ່ຽນຊື-ຂາຍຈາກຮູບແບບການຈັບຄູ່ເປັນຊ່ວງເວລາເປັນການຈັບຄູ່ແບບຕໍ່ເນື່ອງວິນາທີຕໍ່ວິນາທີ, ເພີ່ມຂອບເຂດລາຄາລາຍວັນຈາກ ±5% ຂຶ້ນເປັນ ±10%, ພັດທະນາລະບົບຄຸ້ມຄອງທຸລະກິດດູແລຊັບສິນເພື່ອຮອງຮັບການລົງທຶນ ແລະ ສ້າງຄວາມເຊື່ອໝັ້ນແກ່ນັກລົງທຶນຕ່າງປະເທດຫຼາຍຂຶ້ນ, ພ້ອມດຽວກັນ ຕລຊລ ຮ່ວມກັບບັນດາບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ ໄດ້ຈັດຕັ້ງໂຄງການສົ່ງເສີມຄວາມຮູ້ກ່ຽວກັບຕະຫຼາດທຶນເພື່ອເສີມສ້າງຄວາມຮູ້ ແລະ ຄວາມເຂົ້າໃຈອັນຖືກຕ້ອງໃນວຽກງານຫຼັກຊັບໃຫ້ແກ່ມວນຊົນທົ່ວໄປ.
      ທ່ານອໍານວຍການ ຕລຊລ ກ່າວວ່າ:ຮອດປີ 2020 ຕລຊລ ມີແຜນຈະລະດົມທຶນໃຫ້ໄດ້ຫຼາຍກວ່າ 30% ຂອງ GDP ແລະ ຍັງຈະມີການຄົ້ນຄວ້າພັດທະນາຜະລິດຕະພັນອື່ນໆເພື່ອສ້າງທາງເລືອກໃໝ່ໆທີ່ຫຼາກຫຼາຍໃຫ້ແກ່ນັກລົງທຶນ, ພັດທະນາລະບົບການແລກປ່ຽນຊື-ຂາຍ, ລະບົບການຊໍາລະສະສາງ  ແລະ ຮັບຝາກຫຼັກຊັບທີ່ນັບມື້ນັບມີຄວາມທັນສະໄໝ, ສະດວກສະບາຍ ແລະ ໄດ້ມາດຕະຖານ, ພ້ອມກັບການສ້າງ ແລະ ປັບປຸງລະບຽບການທີ່ກ່ຽວຂ້ອງໃຫ້ເປັນລະ ບົບຄົບຊຸດ, ສົ່ງເສີມຄວາມຮູ້ຢ່າງເອົາຈິງເອົາຈິງໃນວຽກງານສົ່ງເສີມຄວາມຮູ້ດ້ານຕະຫຼາດທຶນໃຫ້ສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈທີ່ຖືກຕ້ອງກ່ຽວກັບວຽກງານຫຼັກຊັບກ່ອນທີ່ຈະລົງທຶນ, ແນໃສ່ສ້າງນັກການເງິນກໍຄືນັກລົງທຶນທີ່ມີປະສິດທິພາບ, ພ້ອມນັ້ນຍັງມີແຜນນໍາເອົາວິຊາຮຽນກ່ຽວກັບວຽກງານຫຼັກຊັບປະກອບເຂົ້າໃນຫຼັກສູດການສອນຢູ່ສະຖາບັນການສຶກສາທີ່ມີຄວາມສົນໃຈ ແລະ ໃຫ້ຄວາມສຳຄັນໃນການພັດທະນານັກວິຊາຊີບທີ່ມີຄຸນນະພາບສະໜອງໃຫ້ຕະຫຼາດທຶນໂດຍຈະຈັດໃຫ້ມີການເຝິກອົບຮົມຫຼັກສູດກ່ຽວກັບນາຍໜ້າຄ້າຫຼັກຊັບ, ທີ່ປຶກສາທາງດ້ານການເງິນ ແລະ ນັກວິເຄາະຮຸ້ນອີກດ້ວຍ.

       ຂະນະທີ່, ທ່ານຮອງສາດສະດາຈານ  ເດດພຸວັງ ມູລຣັຕນ໌ ອະດີດປະທານຄະນະ, ຫົວໜ້າໃຫຍ່ຜູ້ບໍລິຫານ ຕລຊລ ໄດ້ໃຫ້ທັດສະນະວ່າ: ຕລຊລ ມີອາຍຸພຽງ 5 ປີ, ແຕ່ສາມາດຂັບເຄື່ອນສູ່ຄວາມສໍາເລັດໃນລະດັບສູງສົມຄວນ ,ແນວໃດກໍຕາມການປົກປັກຮັກສາ ແລະ ສືບຕໍ່ສ້າງຕະຫຼາດທຶນແມ່ນບໍ່ງ່າຍເພາະເປັນວຽກໃໝ່ສໍາລັບ ສປປ ລາວ, ໃນ 5 ປີຜ່ານມານີ້, ຫາກທຽບກັບຄົນກໍແມ່ນເດັກນ້ອຍທີ່ພວມເດີນດ້ວຍບາດກ້າວອັນອ່ອນໂຍນ, ແຕ່ຂະນະດຽວກັນກໍເປັນຕາຮັກສໍາລັບນັກເກງກໍາໄລ, ແນວໃດກໍດີ, ພວກເຮົາໄດ້ມີວິທີການປົກປ້ອງ ແລະ ປ້ອງກັນດ້ວຍລະບຽບຫຼັກການ ແລະ ດ້ວຍນະໂຍບາຍຕ່າງໆທີ່ວາງໄວ້ ເຮັດໃຫ້ນັກປັ່ນຖືກປັບໜີຕັດອອກຈາກລະບົບຂອງ ຕລຊລ.

No comments:

Post a Comment