Ad

Ad

13 October 2015

ທ່ານ ອາລຸນແກ້ວ ກິດຕິຄຸນ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ທີ່ກົວລາລໍາເປີ

ໃນລະຫວ່າງວັນທີ 7-9 ຕຸລາຜ່ານມານີ້ ທີ່ນະຄອນຫລວງກົວລາລໍາເປີ ປະເທດມາເລເຊຍ, ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ກອງປະຊຸມກະກຽມຮ່ວມຂອງເຈົ້າໜ້າທີ່ອາວຸໂສ 3 ເສົ້າຄໍ້າປະຊາຄົມອາຊຽນ, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ, ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ກອງປະຊຸມຄັ້ງທີ 6 ຂອງໜ່ວຍງານສະພາປະສານງານອາຊຽນ ເພື່ອສ້າງວິໄສທັດປະຊາຄົມອາຊຽນຫລັງ 2015.
    ບັນດາກອງປະຊຸມດັ່ງກ່າວໄດ້ສຸມໃສ່ກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ເຊິ່ງຈະຈັດຂຶ້ນໃນວັນທີ 18-22 ພະຈິກ 2015, ອັນພົ້ນເດັ່ນບັນດາເຈົ້າໜ້າທີ່ອາວຸໂສໄດ້ປຶກສາຫາລືຖະແຫລງການວ່າດ້ວຍການສ້າງປະຊາຄົມອາຊຽນ ແລະ ຖະແຫລງການວ່າດ້ວຍວິໄສທັດປະຊາຄົມອາຊຽນຫລັງປີ 2015
ເພື່ອສະເໜີໃຫ້ຜູ້ນໍາອາຊຽນຮັບຮອງເອົາໃນທ້າຍປີ 2015 ແລະ ເລີ່ມຈັດຕັ້ງຜັນຂະຫຍາຍໃນປີ 2016 ທີ່ ສປປ ລາວ ເປັນປະທານອາຊຽນ. ພ້ອມກັນນີ້, ​ກໍໄດ້ມີການປຶກສາຫາລືກ່ຽວກັບການເສີມຂະຫຍາຍການຮ່ວມມືພາຍໃຕ້ຂອບອາຊຽນບວກສາມ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກນຳອີກ.


No comments:

Post a Comment