Ad

Ad

13 October 2015

3 ປີຜ່ານມາອົງການ​ໄອ​ຍະ​ການ​ປະຊາຊົນ​ສາມາດແກ້ໄຂຄະດີໄດ້ 28 ພັນກວ່າເລື່ອງ

             ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄໍາສານ ສຸວົງ ໄດ້ລາຍງານຕໍ່ກອງປະຊຸມຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດເມື່ອບໍ່ດົນມານີ້ວ່າ: ຕະຫລອດໄລຍະຜ່ານມາ, ຄະນະພັກອົງການໄອຍະການປະຊາຊົນສູງສຸດ,​ ໄດ້ຕັ້ງໜ້າເຮັດໜ້າທີ່ການເມືອງແນວຄິດໃຫ້ແກ່ສະມາຊິກພັກແລະ ລັດຖະກອນ,​ ໂດຍການນຳເອົາມະຕິ, ຄຳສັ່ງຂອງພັກ ແລະ ລັດສຶກສາອົບຮົມໃຫ້ພະນັກງານສະມາຊິກພັກຢ່າງເປັນປົກກະຕິ​,​ ເຊິ່ງສະແດງອອກໃນການນຳພາດ້ານວຽກງານວິຊາສະເພາະ ກໍຄືການຕິດຕາມກວດກາການປະຕິບັດກົດໝາຍແລະ ການສັ່ງຟ້ອງຄະດີຂອງອົງການໄອຍະການປະຊາຊົນແຕ່ລະຂັ້ນໄດ້ຮັບການພັດທະນາຂຶ້ນຄື: ໃນໄລຍະ 3 ປີຜ່ານມາ, ອົງການໄອຍະການປະຊາຊົນທຸກຂັ້ນໄດ້ຮັບຄຳຮ້ອງທັງໝົດ 8.959 ​ເລື່ອງ, ສາມາດແກ້ໄຂໄດ້ 8.217 ​ເລື່ອງເທົ່າກັບ 91,71%, ຮັບສຳນວນຄະດີທັງໝົດໃນທົ່ວປະເທດທັງໝົດ 30.449 ​ເລື່ອງ, ສາມາດແກ້ໄຂໄດ້ 28.245 ​ເລື່ອງເທົ່າກັບ 92,76%​,​ ໃນນີ້ຄະດີອາຍາຂັ້ນຕົ້ນ 23.900 ​ເລື່ອງ, ສາມາດແກ້ໄຂໄດ້ 22.094 ​ເລື່ອງເທົ່າກັບ 92,44%, ຂັ້ນອຸທອນ 1.369 ​ເລື່ອງສາມາດແກ້ໄຂໄດ້ 1.291 ​ເລື່ອງເທົ່າກັບ 92,47% ​ແລະ ຂັ້ນລຶບລ້າງ 480 ​ເລື່ອງສາມາດແກ້ໄຂໄດ້ 436 ​ເລື່ອງເທົ່າກັບ 90,83%, ຄະດີແພ່ງທັງໝົດ 4.700 ​ເລື່ອງສາມາດແກ້ໄຂໄດ້ 4.424 ​ເລື່ອງເທົ່າກັບ 94,12%, ​ໃນນີ້ຂັ້ນຕົ້ນ 1.051 ​ເລື່ອງສາມາດແກ້ໄຂໄດ້ 1.005 ​ເລື່ອງເທົ່າກັບ 95,52%, ຂັ້ນອຸທອນ 2.342 ​ເລື່ອງສາມາດແກ້ໄຂໄດ້ 2.179 ​ເລື່ອງເທົ່າກັບ 93,04% ​ແລະ ຂັ້ນລຶບລ້າງ 1.307 ​ເລື່ອງສາມາດແກ້ໄຂໄດ້ 1.240 ​ເລື່ອງເທົ່າກັບ 94,87%.

No comments:

Post a Comment