Ad

Ad

13 October 2015

ອຸທາຫອນຍ້ອນລິດເມົາ

            ທ້າວ ສົມໝາຍ ອາຍຸ 37 ປີຢູ່ບ້ານຊຳເຄ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນຖືກເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ, ພາຍຫລັງລົງມືກໍ່ເຫດຄາດຕະກໍາເມຍເກົ່າ ແລະ ເດັກຍິງ ເມື່ອບໍ່ດົນມານີ້. ເຊິ່ງເຫດການມີຢູ່ວ່າ: ​ໃນຕອນຄໍ່າ​​ວັນທີ 8 ຕຸລາ 2015, ນາງແພ (ຜູ້ຕາຍ), ​ໄດ້ໄປດື່ມກິນຊຸມແຊວຢູ່ເຮືອນຂອງທ້າວ ຕຸ່ນ ອາຍຸ 47 ປີຢູ່ບ້ານຊຳເຄ້ ເມືອງໄຊເສດຖາ ຈົນຮອດເວລາປະມານ 22:00 ​ໂມງຈຶ່ງເມືອເຮືອນ ແລະ ຕໍ່ມາຮອດເວລາປະມານ 24:00 ​ໂມງ, ທ້າວ ສົມໝາຍ ທີ່ມີອາການມຶນເມົາໄດ້ມາເຮືອນທ້າວ ຕຸ່ນ ແລ້ວໄດ້ຖາມຫານາງ ແພ ແຕ່ທ້າວ ຕຸ່ນ ໄດ້ຕອບປະຕິເສດບໍ່ເຫັນ ທັງສອງຈຶ່ງມີປາກສຽງກັນ. ຫລັງຈາກນັ້ນທ້າວ ສົມໝາຍ ກໍກັບມາເຮືອນ ແລະ ຕົກມາຮອດເວລາ 3:00 ​ໂມງຂອງມື້ຕໍ່ມາທ້າວ ໜູ ອາຍຸ 16 ປີ (ລູກຊາຍຂອງນາງແພ) ທີ່ນອນຢູ່ໃນເຮືອນໄດ້ຍິນສຽງດັງຢູ່ເຮືອນຄົວ ຈຶ່ງລຸກມາໄຂປະຕູອອກໄປເບິ່ງເຫັນທ້າວ ສົມໝາຍໃຊ້ມີດແທງແມ່ຂອງຕົນ​, ໃນຂະນະນັ້ນທ້າວ ສົມໝາຍ ຫລຽວເຫັນກໍໄລ່ເອົາມີດແທງທ້າວ ໜູແລະ ທ້າວໜູ ໄດ້ຕໍ່ສູ້ຄືນຈົນສາມາດແລ່ນອອກໄປຂໍຄວາມຊ່ວຍເຫລືອຈາກຄົນອາໄສຢູ່ໃກ້ຄຽງ. ສ່ວນທ້າວ ຕຸ່ນ ພາຍຫລັງຮູ້ວ່ານາງແພ ເສຍຊີວິດ, ຈຶ່ງ​​ຟ້າວໄປເຮືອນນາງ ແພ ເພື່ອຈະໄປເອົາໂທລະສັບ​, ​ເພາະນາງແພໄດ້ຢືມໂທລະສັບໄປໃນເວລາດື່ມກິນຊຸມກັນຢູ່ເຮືອນ ແລະຮອດ 6:00 ​ໂມງຂອງວັນທີ 9 ຕຸລາ 2015 ບໍ່ປາກົດເຫັນນາງ ຫລ້າ ອາຍຸ 6 ປີ(ລູກສາວທ້າວ ຕຸ່ນ) ຈຶ່ງໄດ້ຊອກຫາ ແລະພົບເຫັນຮອຍເລືອດຢູ່ຫລັງເຮືອນ. ກ່ອນຈະໄປພົບສົບຖິ້ມຢູ່ຮ່ອງນ້ຳໃກ້ເຮືອນ, ເຊິ່ງມີຮ່ອງຮອຍ​​ຖືກແທງຫລາຍຈຸດຕາມຮ່າງກາຍ.

            ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ທ້າວ ສົມໝາຍເປັນພໍ່ຮ້າງແລະໄດ້ມາແຕ່ງງານກັບນາງແພເຊິ່ງເປັນແມ່ຮ້າງເຊັ່ນກັນໃນປີ 2014, ພາຍຫລັງແຕ່ງງານທັງສອງກໍ່ເກີດມີການຜິດຖຽງກັນເປັນປະຈໍາ, ຍ້ອນຜູ້ເປັນຜົວດື່ມສິ່ງມຶນເມົາແລະ ພົວພັນກັບຢາເສບຕິດ, ດັ່ງນັ້ນອຳນາດການປົກຄອງຈຶ່ງໄດ້ໄກ່ເກ່ຍໃຫ້ທັງສອງຢ່າຮ້າງກັນໄດ້ປະມານ 6 ​ເດືອນ, ຫລັງຢ່າຮ້າງກັນແລ້ວທ້າວ ສົມໝາຍ ຍັງໄດ້ທຽວໄປຫານາງແພ, ແຕ່ບໍ່ຄິດວ່າ ຈະເກີດເຫດການສະເທືອນຂວັນຮຸນແຮງເຖິງຂະໜາດນີ້.


No comments:

Post a Comment