Ad

Ad

12 October 2015

ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ​ສຳ​ເລັດ​ການ​ຢ້ຽມຢາມ​ເຮັດ​ວຽກທີ່​ລາຊະ​ອານາຈັກ​ກຳປູ​ເຈຍ

ໂດຍໄດ້ຮັບການມອບໝາຍຈາກກົມການເມືອງໃຫ້ຕາງໜ້າສູນກາງພັກແລະ ລັດຖະບານແຫ່ງ ສປປ ລາວ, ທ່ານສົມສະຫວາດເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ,​ ໄດ້ພາຄະນະຜູ້ແທນຂັ້ນສູງຂອງລາວເດີນທາງໄປຢ້ຽມຢາມແລະເຮັດວຽກຢູ່ລາຊະອານາຈັກກຳປູເຈຍໃນລະຫວ່າງວັນທີ 4-7 ຕຸລາ 2015. ຈຸດປະສົງຕົ້ນຕໍຂອງການໄປຢ້ຽມຢາມເຮັດວຽກໃນຄັ້ງນີ້,​ ແມ່ນເພື່ອແຈ້ງໃຫ້ລັດຖະບານລາຊະອານາຈັກກຳປູເຈຍຊາບກ່ຽວກັບແຜນການພັດທະນາໂຄງການໄຟຟ້ານ້ຳຕົກດອນສະໂຮງທີ່ແຂວງຈຳປາສັກ, ເຊິ່ງເປັນໂຄງການໜຶ່ງທີ່ມີຄວາມສຳຄັນໃນແຜນພັດທະນາພະລັງງານໄຟຟ້າຂອງລາວ ແລະ ໃນໄລຍະຢ້ຽມຢາມກຳປູເຈຍຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດໄດ້ເຂົ້າຢ້ຽມຄຳນັບສົມເດັດ ຮຸນເຊນ ນາຍົກລັດຖະມົນຕີກໍາປູເຈຍ, ໄດ້ພົບປະເຮັດວຽກກັບທ່ານ ຮໍ ນໍາຮົງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດແລະ ການຮ່ວມມືສາກົນແຫ່ງລາຊາອະນາຈັກກຳປູເຈຍ, ພ້ອມກັນນັ້ນກໍໄດ້ຮັບການຮັບຕ້ອນຈາກທ່ານ ຊົກ ອັນ ຮອງນາຍົກລັດຖະ ມົນຕີກຳປູເຈຍ. ໃນໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດເລັ່ງສະຫວັດ ໄດ້ສະແດງຄວາມປິຕິຍິນດີ ແລະ ຄວາມຂອບໃຈຢ່າງຈິງໃຈຕໍ່ການນຳແລະເຈົ້າຫນ້າທີ່ຂັ້ນສູງຂອງກຳປູເຈຍ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກທຸກ
ປະການແກ່ການມາຢ້ຽມຢາມເຮັດວຽກໃນຄັ້ງນີ້ ໂດຍໄດ້ສະແດງຄວາມມຸ້ງມາດປາດຖະໜາຂອງພັກ-ລັດລາວໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງລະຫວ່າງປະຊາຊົນສອງຊາດລາວ-ກຳປູເຈຍໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີສົມສະຫວາດ ເລັ່ງສະຫວັດ ໄດ້ແຈ້ງ​​ໃຫ້ການນຳຂອງກຳປູເຈຍຊາບໂດຍສັງເຂບກ່ຽວກັບສະພາບເສດຖະກິ-ສັງຄົມແລະ ການເມືອງຂອງລາວໃນປັດຈຸບັນກໍຄືການກຽມພ້ອມຂອງລາວເພື່ອກ້າວເຂົ້າສູ່ການເປັນປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015 ນີ້ ແລະ ການເປັນປະທານອາຊຽນຂອງລາວໃນປີ 2016. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດເລັ່ງສະຫວັດ ໄດ້ຊີ້ແຈ້ງໃຫ້ຝ່າຍກຳປູເຈຍຊາບວ່າ: ​ເພື່ອສ້າງທຶນຮອນໃຫ້ແກ່ການພັດທະນາປະເທດແລະ ນຳເອົາປະເທດຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ທັງມີພື້ນຖານວັດຖຸເຕັກນິກກ້າວຂຶ້ນໄປສູ່ຄວາມຈະເລີນວັດທະນານັ້ນ, ພັກແລະ ລັດຖະ ບານລາວ​​ໄດ້ມີນະໂຍບາຍເສີມຂະຫຍາຍທ່າແຮງດ້ານຊັບພະຍາກອນນ້ຳດ້ວຍການສ້າງເຂື່ອນໄຟຟ້າທັງຢູ່ໃນສາຂາແມ່ນ້ຳຂອງແລະໃນລຳນ້ຳຂອງ​, ໂດຍການສົ່ງເສີມການລົງທຶນຈາກພາຍໃນ ແລະ ຕ່າງປະເທດດ້ວຍຮູບການຕ່າງໆພັກ ແລະ ລັດຖະບານ ໄດ້ກຳນົດຢ່າງຈະແຈ້ງວ່ານະໂຍບາຍພະລັງງານແຫ່ງຊາດຂອງ ສປປ ລາວແມ່ນຢຶດຖືເອົາການພັດທະນາໄຟຟ້າແບບຍືນຍົງ, ປອດໄພ,ໜັ້ນຄົງເປັນຫລັກ, ດ້ວຍການວ່າຈ້າງຜູ້ຊ່ຽວຊານລະດັບສາກົນເພື່ອດຳເນີນການສຶກສາສຳຫລວດຂໍ້ມູນດ້ານນ້ຳ ແລະ ດ້ານອື່ນໆຢ່າງຮອບຄອບ, ຖືກຫລັກວິທະຍາສາດ, ຮັບປະກັນບໍ່ໃຫ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ,​ ໂດຍສະເພາະຕໍ່ບັນດາປະເທດທີ່ຢູ່ລຽບແມ່ນ້ຳຂອງລຸ່ມຈາກປະເທດລາວ, ດ້ານໜຶ່ງອີກກໍເຄົາລົບນັບຖືິສັນຍາສະບັບປີ 1995 ວ່າດ້ວຍການພັດທະນາ ແລະ ຄຸ້ມຄອງອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ. ບົນຈິດໃຈດັ່ງກ່າວ, ພັກແລະລັດຖະບານລາວ​ ​ໄດ້ສົ່ງເສີມນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດລົງທຶນເຂົ້າໃສ່ການພັດທະນາເຂື່ອນໄຟຟ້າຂະໜາດກາງແລະຂະໜາດໃຫຍ່, ເຊິ່ງມາຮອດປະຈຸບັນມີ 11 ເຂື່ອນ ໄດ້ດຳເນີນການຜະລິດແລ້ວ ເປັນຕົ້ນ: ໂຄງການເຂື່ອນໄຟຟ້ານ້ຳເທີນ 2, ​ເຂື່ອນໄຟຟ້ານ້ຳເທີນຫີນບູນ, ເຊິ່ງແມ່ນໂຄງການພັດທະນາຂອງພາກເອກະຊົນຕ່າງປະເທດຮ່ວມກັບລັດຖະບານລາວທີ່ປະສົບຜົນສຳເລັດສູງ, ຊຶ່ງບໍ່ພຽງແຕ່ສາມາດຜະລິດໄຟຟ້າອອກຂາຍ,​ແຕ່ຍັງເປັນຕົວແບບທີ່ດີຫລາຍດ້ານ​ເຊິ່ງວົງຄະນາຍາດສາກົນ ແລະ ສະຖາບັນການເງິນສາກົນໄດ້ໃຫ້ການຍ້ອງຍໍວ່າເປັນຕົວແບບລະດັບໂລກ​​ໃນການສ້າງເຂື່ອນໄຟ້ຟ້ານ້ຳຕົກທີ່ເປັນມິດຕໍ່ສິ່ງແວດລ້ອມຢ່າງແທ້ຈິງ. ນອກນັ້ນ, ຍັງມີອີກ 12 ເຂື່ອນກຳລັງດຳເນີນການກໍ່ສ້າງແລະ ມີ 29 ໂຄງການທີ່ມີແຜນຈະກໍ່ສ້າງໃນອະນາຄົດ.ໃນບັນດາເຂື່ອນເຫລົ່ານັ້ນ ແມ່ນມີບໍລິມາດອ່າງເກັບນ້ຳທີ່ນຳໃຊ້ເຂົ້າໃນການຜະລິດໄຟຟ້າລວມກັນທັງໝົດປະມານ 43.959 ລ້ານແມັດກ້ອນ, ເຊິ່ງບໍລິມາດດັ່ງກ່າວຈະຊ່ວຍບໍລິຫານຈັດການນ້ຳໃນລະດູແລ້ງແລະ ລະດູຝົນ ໃຫ້ເກີດປະໂຫຍດສູງສຸດຕໍ່ການຜະລິດໄຟຟ້າ ແລະ  ​ນຳໃຊ້ເຂົ້າໃນການກະສິກຳ, ຊົນລະປະທານ, ການລ້ຽງສັດນ້ຳ, ການບໍລິໂພກ, ການເດີນເຮືອແລະ ອຸດສາຫະກຳຕ່າງໆ.
​     ເນື່ອງຈາກວ່າການສ້າງເຂື່ອນໄຟຟ້າຢູ່ສາຂາແມ່ນໍ້າຂອງກໍຈະໝົດແລ້ວ, ລັດຖະບານລາວຈຶ່ງໄດ້ມີນະໂຍບາຍສ້າງເຂື່ອນໄຟຟ້າຢູ່ຕາມລຳແມ່ນ້ຳຂອງທີ່ຢູ່ໃນເຂດແດນອະທິປະໄຕຂອງ ສປປ ລາວ,​ໂດຍໄດ້ເລີ່ມສ້າງເຂື່ອນໄຟຟ້າແຫ່ງທຳອິດຢູ່ຕາມລຳແມ່ນ້ຳຂອງຈຸດໄຊຍະບູລີ,​ ເຊິ່ງການສ້າງເຂື່ອນດັ່ງກ່າວນີ້ແມ່ນໄດ້ດຳເນີນຕາມຂັ້ນຕອນແລະ ຂໍ້ແນະນຳຈາກຄະນະກຳມາທິການແມ່ນ້ຳຂອງສາກົນ MRC ​ແລະ ວ່າຈ້າງບໍລິສັດທີ່ປຶກສາຕ່າງປະເທດ ທີ່ມີຊື່ສຽງລະດັບໂລກເຊັ່ນ: POYRY, CNR. ຜ່ານການຖອດຖອນບົດຮຽນຈາກເຂື່ອນໄຟຟ້ານໍ້າຂອງຈຸດໄຊຍະບູລີ, ລັດຖະບານພວກເຮົາຈຶ່ງໄດ້ຕົກລົງໃຫ້ດຳເນີນການກໍ່ສ້າງໂຄງການເຂື່ອນໄຟຟ້ານ້ຳຕົກດອນສະໂຮງເຊິ່ງມີທີ່ຕັ້ງຢູ່ພາກໃຕ້ສຸດຂອງປະເທດທີ່ແຂວງຈຳປາສັກ. ​ໂຄງການດັ່ງກ່າວແມ່ນມີອັນຄືກັນແລະແຕກຕ່າງກັນຈາກເຂື່ອນໄຟຟ້າໄຊຍະບູລີ. ອັນທີ່ຄືກັນແມ່ນທັງສອງເຂືອນນີ້ເປັນເຂື່ອນແບບຝາຍນ້ຳລົ້ນທີ່ບໍ່ມີອ່າງເກັບນ້ຳ, ສ່ວນອັນທີ່ຕ່າງກັນແມ່ນເຂື່ອນໄຟຟ້າຢູ່ຈຸດໄຊຍະບູລີແມ່ນກວມເອົາລຳນ້ຳຂອງທັງສອງຝັ່ງ, ສຳລັບເຂື່ອນໄຟຟ້າດອນສະໂຮງແມ່ນຕັ້ງຢູ່ຮູສະໂຮງ,​ ເຊິ່ງເປັນຮູໜຶ່ງໃນຈຳ ນວນຫລາຍຮູນ້ຳທີ່ມີຄວາມກວ້າງສະເລຍພຽງ​ 35 ​ແມັດໃນແມ່ນ້ຳຂອງເຂດສີພັນດອນທີ່ມີຄວາມກວ້າງຫລາຍກິໂລແມັດ. ໃນນັ້ນແມ່ນໄດ້ວ່າຈ້າງບໍລິສັດທີ່ປຶກສາສາກົນທີ່ມີຊື່ສຽງລະດັບ​​ໂລກມາຊ່ວຍໃຫ້ຄຳປຶກສາແລະແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງໃຫ້ຫລຸດໜ້ອຍລົງທີ່ສຸດ, ສິ່ງສຳຄັນແມ່ນພວກເຮົາໄດ້ດຳເນີນຕາມຂັ້ນຕອນຂອງສົນທິສັນຍາວ່າດ້ວຍການນຳໃຊ້ແມ່ນ້ຳຂອງປີ 1995 ຢ່າງຈິງຈັງເໝືອນກັບເວລາກະກຽມກໍ່ສ້າງເຂື່ອນໄຟຟ້າໄຊຍະບູລີ.

              ​ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດເລັ່ງສະຫວັດ ໄດ້ຢືນຢັນຢ່າງໜຽວແໜ້ນວ່າລັດຖະບານລາວ ຈະບໍ່ກະທຳສິ່ງໃດທີ່ເປັນການເອົາປຽບ ຫລື ນຳເອົາຜົນເສຍຫາຍມາສູ່ປະເທດເພື່ອນບ້ານຢ່າງເດັດຂາດ, ພ້ອມກັນນັ້ນກໍຈະສ້າງເຂື່ອນດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນຄວາມເປີດເຜີຍ,​ ໂປ່​​ໃສ, ຍິນດີໃຫ້ຂໍ້ມູນຂ່າວສານແກ່ບັນດາປະເທດແລະ ອົງການກໍຄືທຸກຄົນທີ່ສົນໃຈ ແລະ ຜ່ານການຮັບຟັງການແຈ້ງຂ່າວຈາກທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ແລ້ວ, ການນຳຂັ້ນສູງຂອງກຳປູເຈຍກໍໄດ້ມີຄຳເຫັນວ່າ:ລັດ ຖະບານລາຊາອະນາຈັກກໍາປູເຈຍບໍ່ມີຈຸດປະສົງທີ່ຈະໄປກົດໜ່ວງການພັດທະນາຂອງລາວ ແລະ ຖືວ່າການສ້າງເຂື່ອນໄຟຟ້າດ່ັງກ່າວ ແມ່ນຂຶ້ນກັບອະທິປະໄຕຂອງປະເທດລາວ, ພຽງແຕ່ສະເໜີລັດຖະບານລາວເອົາໃຈໃສ່ການພັດທະນາດັ່ງກ່າວໃຫ້ມີຄວາມຍືນຍົງ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໃຫ້ໜ້ອຍທີ່ສຸດ, ພ້ອມກັນນັ້ນ ກໍໃຫ້ແລກ ປ່ຽນຂໍ້ມູນຂ່່າວສານເປັນປົກກະຕິລະຫວ່າງ 2 ຝ່າຍ ເພື່ອຊີ້ແຈງອະທິບາຍ ໃຫ້ສາທາລະນະຊົນມີຄວາມຮັບຮູ້ເປັນເອກະພາບກັນ.

No comments:

Post a Comment