Ad

Ad

12 October 2015

ຫາລື​ການ​ຄຸ້ມ​ຄອງ​ການ​ບໍລິການ​ຂອງຄລີ​ນິກ ​ແລະ ​ໂຮງໝໍ​ເອກ​ກະ​ຊົນ


          ວັນທີ 9 ຕຸລານີ້, ຢູ່ກົມປິ່ນປົວ, ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມປຶກສາຫາລືການຄຸ້ມຄອງການບໍລິການຂອງຄລີນິກແລະໂຮງໝໍເອກະຊົນຂຶ້ນ, ​ໂດຍການເປັນປະທານຂອງທ່ານຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ ມີບັນດາ ພາກສ່ວນກ່ຽວຂ້ອງແລະ ຜູ້ປະກອບການດ້ານຄລີນິກໃນນະຄອນຫລວງວຽງຈັນເຂົ້າຮ່ວມ.
              ​ເພື່ອປຶກສາຫາລືກ່ຽວກັບການເຄື່ອນໄຫວຂອງຄລີນິກແລະໂຮງໝໍເອກະຊົນໃນໄລຍະຜ່ານມາ, ​ໂດຍສະເພາະວຽກງານການຄຸ້ມຄອງການບໍລິການຂອງຄລິນິກແລະໂຮງໝໍເອກກະຊົນແລະ ວາງທິດທາງແຜນການໃນຕໍ່ໜ້າ, ຢ່າງໃດກໍດີໄລຍະຜ່ານມາພັກແລະ ລັດຖະບານໄດ້ເອົາໃຈໃສ່ເສີມຂະຫຍາຍການລິການປິ່ນປົວສຸຂະພາບໃຫ້ທົ່ວເຖິງແລະ ຄຸນນະພາ, ດັ່ງນັ້ນ ພວກເຮົາຈຳເປັນຕ້ອງໄດ້ມີການປະສານສົມທົບກັນລະຫວ່າງພາກລັດແລະ ພາກ​​ເອກະຊົນເຮັດໃຫ້ການບໍລິການມີຄຸນນະພາບດີຂຶ້ນແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນປັດຈຸບັນ. ດັ່ງນັ້ນ ມັນມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງ
ໄດ້ປັບປຸງພື້ນຖານໂຄງລ່າງດ້ານການບໍລິການ​, ນັບແຕ່ຂອດການຮັບຕ້ອນ, ການປິ່ນປົວ, ບຸກຄະລາກອນ, ​ເຄື່ອງມືເຕັກໂນ​​ໂລຊີ ລວມເຖິງຄ່າບໍລິການຕ່າງໆ ຕ້ອງມີຄຸນນະພາແລະ ຢູ່ໃນຄວາມເໝາະສົມຕາມຫລັກຈັນຍາບັນ, ຈັນຍາທຳຂອງແພດໝໍ.

             ທ່ານລັດຖະມົນຕີຊ່ວຍກ່າວວ່າ: ບັນດາຄລີນິກແລະໂຮງໝໍເອກະຊົນ ທີ່ໄດ້ຮັບສ້າງຕັ້ງຂຶ້ນ ຕ້ອງດຳເນີນກິດຈະການພາຍໃຕ້ລະບຽບການຄຸ້ມຄອງຂອງກະຊວງສາທາລະນະສຸກແລະ ປະຕິບັດແນວທາງທີ່ກະຊວງສາທາ ລະນະສຸກວາງອອກຢ່າງເຂັ້ມງວດເປັນຕົ້ນຕ້ອງພັດທະນາຕົນເອງໃຫ້ມີຄວາມທັນສະໄໝກ້າວໜ້າ, ບໍ່ແບ່ງແຍກການປິ່ນປົວລະຫວ່າງຜູ້ທຸກກັບຜູ້ຮັ່ງ, ບໍ່ໄຈ້ແຍກລະຫວ່າງຊົນເຜົ່າ-ສາສະໜາ, ຕ້ອງມີຄວາມຍຸຕິທຳ, ມີຄວາມສະເໝີພາບໂປ່ໃສແລະ ມີຄຸນນະພາ. ດັ່ງນັ້ນ ກອງປະຊຸມຄັ້ງນີ້ແມ່ນມີຄວາມສຳຄັນຫລາຍ, ​ຊຶ່ງບັນດາຄລີນິກແລະ ຫ້ອງກວດພະຍາດຈະໄດ້ເຊື່ອມຊຶມຄືນກົດໝາຍການປິ່ນປົວແລະ ດຳລັດຕ່າງໆ, ​ເພື່ອຈະນຳໄປປັບປຸງແກ້ໄຂຂອດການບໍລິການຂອງຕົນໃຫ້ຖືກຕ້ອງຕາມແນວທາງນະໂຍບາຍ ກໍຄືຈັນຍາບັນຂອງແພດໝໍ.

No comments:

Post a Comment