Ad

Ad

15 October 2015

ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ອາ​ຊຽນ +3 ຄັ້ງ​ທີ 8


           ​ກອງປະຊຸມເຈົ້າໜ້າທີ່ອາວຸໂສພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກ +3 ຄັ້ງທີ 8 ​ໄດ້ຈັດຂຶ້ນໃນວັນທີ 14 ຕຸລາຜ່ານມາ, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຈິດ ທະວີໄສ ຫົວໜ້າຫ້ອງການແຜນການແລະ ພົວພັນຕ່າງປະເທດ ຄະນະພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກຂັ້ນສູງກາງ, ທັງເປັນເຈົ້າໜ້າທີ່ອາວຸໂສພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກຂອງລາວ, ​​ເຊິ່ງມີບັນດາເຈົ້າໜ້າທີ່ອາວຸໂສຈາກປະເທດສະມາຊິກອາຊຽນເຂົ້າຮ່ວມເປັນຈຳນວນຫລາຍ ເພື່ອປຶກສາຫາລືແລະ ລາຍງານຄວາມຄືບໜ້າໃນວຽກງານພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກອາຊຽນພາຍໃຕ້ຫົວຂໍ້: “ ສົ່ງເສີມການເປັນຄູ່ຮ່ວມພັດທະນາລະຫວ່າງພາກລັດ, ເອກກະຊົນແລະ ອົງການຈັດຕັ້ງສັງຄົມເພື່ອການພັດທະນາແບບຍືນຍົງພາຍຫລັງ ປີ 2015”, ຊຶ່ງແຕ່ລະປະເທດໄດ້ຂຶ້ນລາຍງານກ່ຽວກັບຜົນສຳເລັດຂອງກອງປະຊຸມຕ່າງໆທີ່​​ໄດ້ຈັດຂຶ້ນໃນປະເທດຂອງຕົນຕໍ່ກອງປະຊຸມຄັ້ງນີ້, ​ໂດຍສະເພາະ ສປປລາວ ໄດ້ຂຶ້ນລາຍງານຜົນສຳເລັດຂອງກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບການພັດທະນາສັງຄົມແລະ ການຫລຸດຜ່ອນຄວາມທຸກຍາກຄັ້ງທີ 9 ​ໃນໄລຍະວັນທີ 28-30 ກໍລະກົດ 2015 ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ຫົວຂໍ້: “ ນະວັດຕະກຳດ້ານການເງິນຈຸລະພາກເພື່ອຫລຸດຜ່ອນຄວາມທຸກຍາກ”, ຊຶ່ງໄດ້ຮ່ວມມືກັບສູນສາກົນ​​ແກ້ໄຂຄວາມທຸກຍາກ ສປ. ຈີນ, ຈັດຂຶ້ນເພື່ອແລກປ່ຽນບົດຮຽນແລະ ລະດົມຄວາມເຫັນໃນການສ້າງເຄືອຂ່າຍສິນເຊື່ອຈຸລະພາກອາຊຽນ. ນອກຈາກນີ້ ກອງປະຊຸມຍັງໄດ້​​ເຫັນດີເປັນເອກະພາບກັນ ສືບຕໍ່ປຶກສາຫາລືແລະແລກປ່ຽນບົດຮຽນກ່ຽວກັບການພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກອາຊຽນກັບ ສປ. ຈີນ, ຍີ່ປຸ່ນແລະ . ​ເກົາຫລີ.
     ຕອນເຊົ້າມື້ນີ້ ຍັງ​​ມີກອງປະຊຸມແລກປ່ຽນບົດຮຽນວຽກງານພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກອາຊຽນ ຄັ້ງທີ 4 ຂຶ້ນທີ່ນະຄອນຫລວງວຽງຈັນອີກດ້ວຍ.

No comments:

Post a Comment