Ad

Ad

15 October 2015

ລາວຈະປັບປຸງສະໜາມບິນສາກົນວັດໄຕຮອງຮັບຜູ້ໂດຍສານຫລັງເປັນປະຊາຄົມອາຊຽນ

              ພິທີລົງນາມໂຄງການປັບປຸງ ແລະ ຂະຫຍາຍສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໂດຍນໍາໃຊ້ເງິນກູ້ຢືມຈາກລັດຖະບານຍີປຸ່ນມີມູນຄ່າຫລາຍກວ່າ 61 ລ້ານໂດລາສະຫະລັດ ລະຫວ່າງທ່ານ ຢາກົວ ລໍປາງກາວ ຫົວໜ້າກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ໄຮດີໂອ ມັດຊູໂມໂຕ ຜູ້ຕາງໜ້າບໍລິສັດ ຮາຊາມາ ເອນໂດ ຄໍປໍເຣຊັນປະເທດຢີ່ປຸ່ນ, ໄດ້ມີຂຶ້ນເມື່ອບໍ່ດົນນີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ດຣ ບຸນຈັນ ສີນທະວົງ.
            ທ່ານຫົວໜ້າກົມການບິນພົນລະເຮືອນໃຫ້ຮູ້ວ່າ: ໂຄງການດັ່ງກ່າວຈະເລີ່ມລົງມືຈັດຕັ້ງປະຕິບັດໃນໄວໆນີ້, ເຊິ່ງປະກອບມີການກໍ່ສ້າງອາຄານຜູ້ໂດຍສານພາຍໃນ ແລະ ຂະຫຍາຍອາຄານຜູ້ໂດຍສານສາກົນ, ຂະຫຍາຍສະຖານ ທີ່ຈອດລົດ, ເສັ້ນທາງເຂົ້າ-ອອກສະໜາມບິນ ແລະ ປັບປຸງສິ່ງອໍານວຍຄວາມສະດວກອື່ນໆໃຫ້ມີມາດຕະຖານ ແລະ ດີຂຶ້ນກວ່າເກົ່າ, ເພື່ອຮອງຮັບຜູ້ໂດຍສານ, ພາຍຫລັງການເຂົ້າເປັນປະຊາຄົມເສດຖະກິດອາຊຽນ, ເຊິ່ງຄາດຄະເນວ່າຈະສໍາເລັດການກໍ່ສ້າງໃນໄລຍະ 32 ເດືອນ.


              ຫົວໜ້າກົມດັ່ງກ່າວໃຫ້ຮູ້ວ່າ: ໃນຜ່ານມາໂດຍສັງເກດເຫັນວ່າ: ມີຜູ້ໂດຍສານເດີນທາງເຂົ້າ-ອອກຜ່ານສະໜາມບິນສາກົນວັດໄຕເພີ່ມຂຶ້ນເລື້ອຍໆຄື: ໃນປີ 2011 ມີປະມານ 6 ແສນຄົນ ແລະ ຮອດປີ 2014 ໄດ້ເພີ່ມຂຶ້ນຫລາຍກວ່າ 1 ລ້ານຄົນ ແລະ ຄາດວ່າຈະເພີ່ມຂຶ້ນເຖິງ 2,8 ຫາ 3 ລ້ານຄົນໃນຫລາຍປີຂ້າງໜ້າ, ພາຍຫລັງມີການເປີດຕະຫລາດການບີນດຽວໃນອາຊຽນໃນທ້າຍປີ 2015 ນີ້

No comments:

Post a Comment