Ad

Ad

15 October 2015

ມອບລົດ​ມອດ​ໄຟ​​​​ 2 ຄັນໃຫ້ ປກສ ເມືອງ​ໄຊ​ທານີ

     ​ໃນວັນທີ 14 ຕຸລານີ້, ​ພະແນກຕຳຫລວດສະກັດກັ້ນແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ​​ໄດ້ມອບລົດມອດໄຟຈຳນວນ 2 ຄັນໃຫ້ກອງບັນຊາການເມືອງໄຊທານີ, ​ໂດຍການເຂົ້າຮ່ວມຂອງທ່ານຮອງເຈົ້າເມືອງດັ່ງກ່າວ, ​ເນື່ອງຈາກວ່າສະພາບອັກຄີໄພມັກເກີດຂຶ້ນຫລາຍໂດຍສະເພາະລະດູແລ້ງ.
     ຮອງຫົວໜ້າພະແນກສະກັດກັ້ນແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ​​ໃຫ້ຮູ້ວ່າ: ​ໃນປີ 2014 ຜ່ານມາ, ຢູ່ນະຄອນຫລວງວຽງຈັນມີອັກຄີໄພເກີດຂຶ້ນ 86 ​ຄັ້ງ, ສົ່ງຜົນໃຫ້ມີມູນຄ່າເສຍຫາຍຫລາຍກວ່າ 190 ຕື້ກີບ. ສ່ວນໜຶ່ງກໍຍ້ອນການເຮັດວຽກສະກັດກັ້ນແລະ ຕ້ານອັກຄີໄພຂອງກຳລັງເຈົ້າໜ້າທີ່ຍັງບໍ່ທັນກວ້າງຂວາງ, ປະຊາຊົນຈຳນວນໜຶ່ງບໍ່ທັນ​​ເຫັນຄວາມສຳຄັນຕໍ່ວຽກງານດັ່ງກ່າວ, ພ້ອມນີ້ ການຂະຫຍາຍສະຖານີມອດໄຟຍັງບໍ່ທັນກະຈາຍເຖິງບັນດາເມືອງ ທີ່ຢູ່ຫ່າງໄກສອກຫລີກ. ດັ່ງນັ້ນ ພະແນກຕຳຫລວດສະກັດກັ້ນແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ຈຶ່ງເຫັນຄວາມສຳຄັນຕໍ່ວຽກ
ງານສະກັດກັ້ນ​ ​ແລະ ຕ້ານອັກຄີໄພຈຶ່ງໄດ້ນຳເອົາລົດມອດໄຟ ຈຳນວນດັ່ງກ່າວ ໃຫ້ປກສເມືອງໄຊທານີ, ຊຶ່ງເປັນເຂດຊານເມືອງໃຫ້ມີຄວາມສາມາດເຮັດໜ້າທີ່ຂອງຕົນມີຜົນສຳເລັດຄື: ລົດຄັນໜຶ່ງ ບັນຈຸນ້ຳໄດ້ 1.500 ລິດແລະ ອີກໜຶ່ງຄັນ ບັນຈຸນ້ຳໄດ້ 1.000 ລິດ, ພ້ອມຊ່ວຍຝຶກອົບຮົມແລະ ສອນວິທີນຳໃຊ້ລົດມອດໄຟດັ່ງກ່າວໃຫ້ເຈົ້າໜ້າທີ່ຜູ້ເຮັດວຽກງານນີ້ ມີຄວາມສຳນິສຳນານ ສາມາດສະກັດກັ້ນແລະ ຕ້ານອັກຄີໄພ ຢູ່ສະຖານທີ່ເກີດເຫດຕ່າງໆໃຫ້ວ່ອງໄວແລະ ທ່ວງທັນເວລາ.

     ​ໃນອາທິດຜ່ານມາ, ພະແນກສະກັດກັ້ນແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ກໍໄດ້ມອບລົດດັ່ງກ່າວໃຫ້ເມືອງປາກງື່ມແລະ ຈະສືບຕໍ່ມອບໃຫ້ເມືອງຫາດຊາຍຟອງແລະເມືອງອື່ນໆອີກ, ​ເພື່ອເຂົາເຈົ້າສາມາດເຮັດວຽກງານ ສະກັດກັ້ນແລະ ຕ້ານອັກຄີໄພມີປະສິດທິພາບສູງ.

No comments:

Post a Comment