Ad

Ad

15 October 2015

ຄາດຕະກອນຂ້າພໍ່ຖືກດໍາເນີນຄະດີຕາມກົດໝາຍ

ພາບ-ຂ່າວ : ຫນັງສືພິມ ປກສ
            ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ນໍາຕົວທ້າວເດີນ ອາຍຸ 23 ປີຢູ່ບ້ານຜາເມືອງ ເມືອງຄຳເກີດ ມາເຮັດແຜນປະກອບຄະດີເພື່ອສົ່ງໃຫ້ໄອຍະການ ແລະ ສັ່ງຟ້ອງສານລົງໂທດຕາມລະບຽບກົດໝາຍ, ພາຍຫລັງຜູ້ກ່ຽວໄດ້ໃຊ້ປືນແກ໋ບຍິງທ້າວ ແກ້ວ ອາຍຸ ອາຍຸ 38 ປີ, ເຊິ່ງເປັນພໍ່ນ້າຂອງຕົນຈົນເສຍຊີວິດໃນວັນທີ 26 ກັນຍາ 2015 ນີ້.
              ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ທ້າວ ເດີນຮັບສາລະພາບວ່າ: ສາເຫດທີ່ລົງມືຂ້າກໍຍ້ອນມີຄວາມຄຽດແຄ້ນທີ່ພໍ່ນ້າມັກອາລະວາດຜິດຖຽງ ແລະ ທໍາຮ້າຍຮ່າງກາຍແມ່ຂອງຕົນເປັນປະຈໍາເມື່ອມີອາການມຶນເມົາມາ ແລະ ໃນມື້ກໍເຫດຕົນໄດ້ຖືປືນແກ໋ບຍິງພໍ່ນ້າທີ່ພວມຍ່າງອອກມາຈາກປ່າຫ່າງຈາກບ້ານປະມານ 200 ແມັດເຂົ້າບໍລິເວນຄໍໜຶ່ງນັດຈົນເສຍຊີວິດແລ້ວໄດ້ເອົາປືນແກ໋ບຂອງຕົນສັບປ່ຽນກັບປືນແກ໋ບຂອງພໍ່ນ້າແລ້ວຫລົບໜີເຂົ້າມາບ້ານ, ຈົນມາຮອດວັນທີ 29 ກັນຍາ 2015 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.


No comments:

Post a Comment