Ad

Ad

14 October 2015

ປະທານ​ປະ​ເທດ​ ຈູມ​ມາລີ ​ໄຊ​ຍະ​ສອນ ເນັ້ນໃຫ້ຂະແໜງການຕ່າງປະເທດສືບຕໍ່ເສີມຂະຫຍາຍການຮ່ວມມືສາກົນຫລາຍກວ່າເກົ່າ

 ​    ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມຕໍ່ພິທິສະເຫຼີມສະຫຼອງວັນການທູດລາວຄົບຮອບ 70 ປີຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ຈູມມາລີໄຊຍະສອນ ເມື່ອບໍ່ດົນນີ້, ທ່ານໄດ້ເນັ້ນໃຫ້ຄະນະນໍາ, ຄະນະພັກ ແລະ ພະນັກງານກະຊວງການຕ່າງປະເທດຈົ່ງສືບຕໍ່ເອົາໃຈໃສ່ເສີມຂະຫຍາຍບັນດາຜົນ ງານ ແລະ ໄຊຊະນະທີ່ວຽກງານການທູດລາວເຮົາຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ແລະ ເພື່ອຄວາມຈະເລີນຮຸ່ງເຮືອງກ້າວໜ້າຂອງປະເທດຊາດ, ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ, ຂະແໜງກາຕ່າງປະ ເທດຈະຕ້ອງບຸກບືນສູ້ຊົນເຮັດໜ້າທີ່ອັນມີກຽດໃນຕໍ່ໜ້າຄື: (1) ສືບຕໍ່ຮັກສາມູນເຊື້ອອັນດີງາມໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ການຕ່າງປະເທດພາຍໃຕ້ຄຳຂວັນການທູູດປ້ອງກັນເຫດ ແລະ ບຸກທະລຸເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດໂດຍຍຶດໝັ້ນແນວທາງການຕ່າງປະ ເທດຂອງພັກ, ສັນຕິພາບ, ເອກະລາດ, ມິດຕະ ພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ເປີດກ້ວາງການຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ, ຕາມທິດເພີ່ມມິດຫຼຸດ ຜ່ອນສັດຕູທີ່ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກໄດ້ວາງອອກ, (2) ຕ້ອງສືບຕໍ່ບຸ
ກບືນກ້າວຂື້ນຢ່າງແຂງແຮງກວ່າເກົ່າຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ, ໂດຍຍືດໝັ້ນນະໂຍ ບາຍການຕ່າງປະເທດທີ່ຖືກຕ້ອງເປັນທຳ ຂອງພັກເປັນທິດນຳໃນການພົວພັນຮ່ວມມືກັບຕ່າງປະເທດ,ເພື່ອຮັບປະກັນການນຳຜົນປະໂຫຍດມາໃຫ້ປະເທດຊາດຫຼາຍເທົ່າທີ່ຈະຫຼາຍໄດ້, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ມີຄວາມເຂັ້ມແຂງ, ນຳເອົາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາຕາມເປົ້າໝາຍຂອງພັກວາງອອກ, (3) ຜູ້ທີ່ເປັນນັກເມືອງຕ່າງປະເທດ ແລະ ນັກການທູດລຸ່ນໜຸ່ມຕ້ອງເປັນຜູ້ທີ່ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ, ມີໄຫວພິບຄ່ອງແຄ່ວ, ສະດຸງໄວ,ສະຫຼຽວສະຫຼາດ, ມັກຊອກຮູ້ຮ່ຳຮຽນ, ຄົ້ນຄ້ວາວິໄຈບັນຫາຕ່າງໆທີ່ເກີດຂຶ້ນ, ເພື່ອກຳນົດທິດທາງການເຄື່ອນໄຫວທີ່ຖືກຕ້ອງ, ສອດຄ່ອງ, ເພື່ອປະຕິບັດໜ້າທີການເມືອງ, ການທູດປ້ອງກັນເຫດ ແລະ ບຸກທະລຸໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະໃໝ່, (4) ໃນປີ 2016 ສປປ ລາວ ຈະເປັນປະທານອາຊຽນ, ຊຶ່ງເປັນໜ້າທີ່ອັນໜັກໜ່ວງແຕ່ມີກຽດສະຫງ່າ, ພວກເຮົາຕ້ອງສູ້ຊົນໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອາຊຽນຫຼາຍລະດັບເພື່ອການກ້າວເຂົ້າເປັນປະຊາຄົມເສດຖະກິດອາຊຽນຂອງປະເທດເຮົາ, ດັ່ງນັ້ນ ພວກເຮົາຕ້ອງມີຄວາມຮັບຜິດຊອບຫຼາຍຂຶ້ນໃນການວາງທິດທາງ, ວິທີການ, ປະຕິບັດວິໄສທັດ ແລະ ແຜນປະຕິບັດງານຂອງປະຊາຄົມເສດຖະກິດອາຊຽນໃຫ້ປະກົດຜົນເປັນຈິງ, ພ້ອມກັນນັ້ນ, ກໍຕ້ອງອອກແຮງຈັດຕັ້ງດຳເນີນກອງປະຊຸມຕ່າງໆໃຫ້ມີຄວາມສຳເລັດຢ່າງຈົບງາມ, ມີຄວາມສະຫງົບປອດໄພເປັນຢ່າງດີ, (5) ຕ້ອງສືບຕໍ່ຮັດແໜ້ນ ແລະ ເປີດກ້ວາງການພົວພັນຮ່ວມມືກັບຕ່າງປະເທດເພື່ອນມິດຍຸດທະສາດໃຫ້ເຂົ້າສູ່ລວງເລິກ, ເປັນຮູບປະທຳ ແລະ ການຮ່ວມມືທີ່ເປັນເຈົ້າການກວ່າເກົ່າ ແລະ ມີຜົນຕົວຈິງຫຼາຍຂຶ້ນ, ເອົາໃຈໃສ່ຮ່ວມມືແກ້ໄຂວຽກງານຊາຍແດນທີ່ບໍ່ທັນສຳເລັດກັບປະເທດເພື່ອນບ້ານ, ເພີ່ມຄວາມເປັນເຈົ້າການໃນການເຄື່ອນໄຫວໃນເວທີອາຊຽນ, ອົງການສະຫະປະຊາຊາດ, ພາກພື້ນ ແລະ ສາກົນອື່ນໆ, ໃຫ້ມີລັກສະນະບຸກທະລຸຫຼາຍກວ່າເກົ່າ, (6) ຕ້ອງເພີ່ມທະວີ ແລະ ປັບປຸງ, ປະສານສົມທົບກັນລະຫວ່າງຂະແໜງການ ແລະ ທ້ອງຖິ່ນໃຫ້ມີປະສິດທິພາບ, ເພື່ອຈັດຕັ້ງປະຕິບັດ ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ແລະ ລັດໃຫ້ທັນການ ແລະ ສາມາດຮັບມືກັບການຜັນປ່ຽນຢ່າງໄວວາ, ປັບປຸງການເຄື່ອນໄຫວຂອງວຽກງານການຕ່າງປະເທດໃຫ້ມີລັກສະນະລວມສູນ, ເປັນເອກະພາບ ແລະ ຜ່ານປະຕູດຽວ, ປະສານສົມທົບລະຫວ່າງວຽກງານຕ່າງປະເທດກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະສານສົມທົບລະຫວ່າງການເຄື່ອນໄຫວການຕ່າງປະເທດຂອງສາຍພັກ, ສາຍລັດ, ສາຍສະພາ ແລະ ອົງການຈັດຕັ້ງມະຫາຊົນຢ່າງກົມກຽວ, ຕັ້ງໜ້າຜັນຂະຫຍາຍທິດນຳກ່ຽວກັບການເຄື່ອນໄຫວການທູດ, ຕິດພັບກັບເສດຖະກິດ, ສຸມໃສ່ຄົ້ນຄວ້າດ້ວຍຄວາມຈິງຈັງ, ສ້າງແຜນຍຸດທະສາດໄລຍະຍາວກ່ຽວກັບການ ເຄື່ອນໄຫວການທູດຮັບໃຊ້ເສດຖະກິດໃຫ້ມີປະສິດທິຜົນ, ປະສົມປະສານຢ່າງກົມກຽວລະຫວ່າງການທູດກັບການເມືອງ, ເສດຖະກິດ, ກິລາ, ວັດທະນະທຳ ແລະ ກັບປະຊາຊົນ, ເພື່ອນຳເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດຂອງພວກເຮົາ, (7) ຕັ້ງໜ້າປະຕິບັດຍຸດທະສາດການພັດທະນາຂະແໜງການຕ່າງປະເທດຮອດປີ 2025 ໃຫ້ປະກົດຜົນເປັນ

ຈິງ ເພື່ອແນ່ໃສ່ສ້າງກະຊວງຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງ ພັກເປັນອົງກອນໃຈກາງແຫ່ງຍຸດທະສາດ, ທາງດ້ານການເມືອງ, ການຕ່າງປະເທດ ແລະ ການທູດ, ເປັນສູນກາງພົວພັນກັບສາກົນຢ່າງຕັ້ງໜ້າໃນການປະຕິບັດນະໂຍບາຍການຕ່າງປະເທດເພື່ອປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ ແລະ ລັດເຮົາຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກໍຄືສືບຕໍ່ປະກອບສ່ວນຢ່າງເໝາະສົມເຂົ້າໃນການຕໍ່ສູ້ຂອງບັນດາປະຊາຊາດເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ, ເຊີດຊູບົດບາດຂອງປະເທດເຮົາໃຫ້ສູງຂຶ້ນໃນເວທີສາກົນ, ສູ້ຊົນປະຕິບັດວິໄສທັດ 2030 ຂອງຂະແໜງການຕ່າງປະເທດ ແນ່ໃສ່ຍົກລະດັບການເປັນສະຫວັດດີການໃນການຄົ້ນຄວ້າຍຸດທະສາດຕ່າງປະເທດໃຫ້ສູງຂຶ້ນ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະໄດ້ເປັນຢ່າງດີ.

No comments:

Post a Comment