Ad

Ad

14 October 2015

ລາວເຜີຍຜົນ​ການຄົ້ນຄ້ວາ​ວິທະຍາສາດ​ສາທາລະນະ​ສຸກ​ປີ 2015

ໃນວັນທີ 13 ຕຸລານີ້, ຢູ່​​ໂຮງແຮມດອນຈັນພາ​​ເລດ ນະຄອນຫລວງວຽງຈັນ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄ້ວາວິທະຍາສາດສາທາລະນະສຸກຄັ້ງທີ 9 ປະຈຳປີ 2015 ​ໂດຍການເຂົ້າຮ່ວມຂອງທ່ານສາດສະດາຈານ ດຣເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ, ມີນັກຄົ້ນຄວ້າ ຈາກປະເທດໄທ, ຍີ່ປຸ່ນ, ​ໂຮນລັງ, ຝຣັງ, ອັງກິດ,​​ ເຢຍລະມັນ, ອົດສະຕຣາລີ, ພ້ອມດ້ວຍວິຊາການດ້ານສາທາລະນະສຸກເຂົ້າຮ່ວມເປັນຈໍານວນຫລາຍ.

             ລັດຖະມົນຕີວ່າການກະຊວງສາທາລະນະສຸກກ່າວ່າ: ​ການສົ່ງເສີມຄວາມສາມາດຂອງການຄົ້ນຄວ້າວິທະຍາສາດສາທາລະນະສຸກຢູ່ສປປ ລາວ, ​ເພື່ອສະໜັບສະໜູນການບັນລຸເປົ້າໝາຍສະຫັດສະຫວັດເພື່ອການພັດທະນາ, ທີ່ພົວພັນກັບສຸຂະພາບ,​ ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນແລະເປັເວທີສຳລັບການສົນທະນາແລະ ດຶງດູດບັນດາຊ່ຽວຊານດ້ານສຸຂະພາບຊຸມຊົນ, ນັກລະບາດວິທະຍາ, ນັກຄົ້ນຄວ້າແລະ ຊ່ຽວຊານດ້ານອື່ນໆທັງພາຍໃນແລະ ຕ່າງ
ເທດແລະ ທັງເປັນການແລກປ່ຽນຄວາມຮູ້ ​​ແລະ ປະສົບການໃນການຈັດຕັ້ງປະຕິບັດການຄົ້ນຄວ້າໃນຂົງເຂດຕ່າງໆທີ່ພົວພັນກັບຕ່າງປະເທດ, ທັງເປັນເວທີເຜີຍແຜ່ຜົນໄດ້ຮັບຈາກການສຶກສາຄົ້ນຄວ້າວິທະຍາສາດໃນຂົງເຂດລະບົບສາທາລະນະສຸກເຊັ່ນ: ການປ້ອງກັນພະຍາດມາເລເລຍ, ການປະຕິບັດການລ້ຽງລູກດ້ວຍນົມແມ່, ສຸຂະພາບຂອງແມ່ແລະເດັກ,​ ໂພຊະນາການ, ພະຍາດຕິດຕໍ່,​ ພະຍາດຊືມເຊື້ອ, ພະຍາດທີ່ຂາດການເອົາໃຈໃສ່ທີ່ມາກັບອາຫານ, ນ້ຳແລະ ການຄົ້ນຄ້ວາກ່ຽວກັບບຸກຄະລະກອນສາທາລະນະສຸກຈາກບັນດານັກຄົ້ນຄ້ວາຂອງ ສປປ ລາວແລະເພື່ອນຮ່ວມງານສາກົນ, ຊຶ່ງນອກຈາກການຫາລືແລ້ວກອງປະຊຸມຍັງຈະໄດ້ຮັບຟັງການນຳສະເໜີຜົນຂອງການຄົ້ນຄວ້າຂອງບັນດາຊ່ຽວຊານສາທາລະນະສຸກແລະ ດ້ານອື່ນໆທີ່ກ່ຽວຂ້ອງກັບສິ່ງທ້າທາຍຕໍ່ສຸຂະພາບໃນປັດຈຸບັນລວມເຖິງການກະກຽມຈັດຕັ້ງປະຕິບັດ​​ເປົ້າໝາຍເພື່ອການ ພັດທະນາທີ່ຍືນຍົງ, ກອງປະຊຸມຈະດຳເນີນໄປເປັນເວລາ 2 ​ວັນຈຶ່ງຈະປິດລົງ.

No comments:

Post a Comment