Ad

Ad

14 October 2015

ກອງປະຊຸມເຈົ້າໜ້າທີ່ອາວຸໂສພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນຄັ້ງທີ 12

ໃນວັນທີ 13 ຕຸລານີ້, ຢູ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນຄັ້ງທີ 12 ໂດຍການເປັນປະທານຂອງທ່ານ ຈິດ ທະວີໄສ ຫົວໜ້າຫ້ອງການແຜນການ ແລະ ພົວພັນຕ່າງປະເທດຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ, ທັງເປັນເຈົ້າໜ້າທີ່ອາວຸໂສພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນຂອງລາວ, ມີບັນດາເຈົ້າໜ້າທີ່ອາວຸໂສຈາກປະເທດສະມາຊິກອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ, ເພື່ອປຶກສາຫາລື ແລະ ລາຍງານຄວາມຄືບໜ້າໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນ, ພ້ອມທັງຮັບຟັງລາຍງານຜົນການຈັດຕັ້ງປະຕິບັດແຜນແມ່ບົດຂອງປະຊາຄົມວັດທະນະທຳ-ສັງຄົມກາງສະໄໝໃນປີ 2012,ຂະນະດຽວກັນ, ສປປ ລາວ ຍັງໄດ້ລາຍງານຜົນຂອງກອງປະຊຸມປຶກສາຫາລືຄະນະກຳມະການປະສານງານກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳປະກັນສະບຽງອາຫານຄັ້ງທີ 4 ທີ່ໄດ້ຈັດຂຶ້ນຢູ່ປະເທດ
ອິນໂດເນເຊຍ ແລະ ຝ່າຍໄທໄດ້ລາຍງານຜົນຂອງການປະຊຸມສຳມະນາໃນຫົວຂໍ້ບ້ານໝັ້ນຄົງທີ່ຈັດຂຶ້ນໃນລະຫວ່າງວັນທີ 19-21 ມັງກອນ 2015 ແລະ ກອງປະຊຸມສຳມະນາໃນຫົວຂໍ້ການສົ່ງເສີມຜະລິດຕະພັນຊຸມຊົນ (OTOP/OVOP) ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-16 ສິງຫາ 2015 ຢູ່ບາງກອກປະເທດໄທ, ນອກຈາກນີ້ ກອງເລຂາອາຊຽນ, ຍັງໄດ້ລາຍງານຄວາມຄືບໜ້າ 3 ໂຄງການທີ່ປະເທດຫວຽດນາມສະເໜີຂໍການສະໜັບສະໜູນຈາກບັນດາປະເທດສະມາຊິກ ແລະ ຄວາມຄືບໜ້າໂຄງການຕ່າງໆຂອງບັນດາປະເທດສະມາຊິກ.
            ຄຽງຄູ່ກັນນີ້, ສປປ ລາວຍັງໄດ້ລາຍງານກ່ຽວກັບການກະກຽມຈັດກອງປະຊຸມແລກປ່ຽນບົດຮຽນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມຄັ້ງທີ 4 ພາຍໃຕ້ຫົວຂໍ້ສົ່ງເສີມການເປັນຄູ່ຮ່ວມລະຫວ່າງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສັງຄົມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງພາຍຫລັງປີ 2015” ໃນວັນທີ 15 ຕຸລານີ້, ຊຶ່ງກອງປະຊຸມຄັ້ງນີ້ໄດ້ມີການປຶກສາຫາລື ແລະ ຮັບຮອງເອົາຮ່າງແຜນປະຕິບັດງານກ່ຽວກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນແຕ່ປີ 2016-2020 ທີ່ໄດ້ສະເໜີໃນກອງປະຊຸມເຈົ້າໜ້າທີ່ອາວຸໂສພິເສດອາຊຽນໃນເດືອນເມສາ 2015 ຜ່ານມາທີ່ປະເທດມາເລເຊຍ.
            ໃນໂອກາດນີ້, ຄະນະຜູ້ແທນບັນດາປະເທດສະມາຊິກອາຊຽນ ຍັງຈະໄດ້ລົງໄປຢ້ຽມຢາມບໍລິສັດອຸດສາຫະ ກຳ-ກະສິກຳຈຳກັດຢູ່ແຂວງວຽງຈັນ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງລາວນຳອີກ.

No comments:

Post a Comment