Ad

Ad

14 October 2015

ວຽກ​ງານ​ມາດຕະຖານໄດ້ຮັບການພັດທະນາຢ່າງ​ຕໍ່​ເນື່ອງ

               ເນື່ອງ​ໃນ​ໂອກາດ​ວັນ​ມາດຕະຖານ​ໂລກ, ວັນ​ທີ 14 ຕຸລາ​ຄົບຮອບ​ 68 ປີ, ທ່ານສຈ ດຣ ບໍ່​ວຽງຄຳ ວົງ​ດາລາ ລັດ​ຖະມົນຕີວ່າການກະຊວງວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ ໄດ້​​ໃຫ້​ສໍາພາດຕໍ່ສື່ມວນຊົນ, ໂດຍຊີ້ໃຫ້ເຫັນ​ວ່າ: ​ພັກ ແລະລັດຖະບານ, ໄດ້ຖືສໍາຄັນ​ໃນການພັດທະນາ​ວຽກງານມາດຕະຖານໃຫ້ດີຂຶ້ນເທື່ອລະກ້າວ,​ ໂດຍ​ສະເພາະແມ່ນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງເປັນຜູ້ຮັບຜິດຊອບໃນການຄຸ້ມຄອງ, ພັດທະນາ ແລະ ບໍລິການວຽກງານດັ່ງກ່າວເປັນຕົ້ນແມ່ນ: ການສ້າງບັນດານິຕິກຳ, ກົດຫມາຍ, ດຳລັດ ແລະ ຂໍ້ຕົກລົງຕ່າງໆ ທີ່ສອດຄ່ອງກັບລະບຽບການຂອງອົງການການຄ້າໂລກ ແລະ ແທດເໝາະກັບແນວທາງການພັດທະນາເສດທະກິດສັງຄົມຂອງປະເທດເຮົາເຊັ່ນ: ສ້າງ ແລະ ປັບປຸງກົດໝາຍວ່າດ້ວຍມາດຕະຖານ, ກົດຫມາຍວ່າດ້ວຍການວັດແທກ, ບັນດານິຕິກຳວ່າດ້ວຍການຂຶ້ນທະບຽນຜະລິດຕະພັນ ແລະ ສິນຄ້າ, ການນຳໃຊ້ກາໝາຍມາດຕະຖານຜະລິດຕະພັນ ແລະ ສິນຄ້າ, ການກວດສອບຄຸນນະພາບຜະລິດຕະພັນ ແລະ ສິນຄ້າ, ການຈັດຕັ້ງ ແລະ ເຄື່ອນໄຫວຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ,​ ໄດ້ປັບປຸງມາດຕະຖານແຫ່ງຊາດຫລາຍສະບັບເປັນຕົ້ນແມ່ນມາດຕະຖານນໍ້າມັນແອັດຊັງ ແລະ ມາດຕະຖານນໍ້າມັນກາຊວນເພື່ອໃຫ້ສອດຄ່ອງກັບ
ມາດຕະຖານພາກພື້ນ ແລະ ສາກົນ. ພ້ອມກັນນັ້ນກໍຍັງໄດ້ປະກາດໃຊ້ມາດຕະຖານແຫ່ງຊາດກ່ຽວກັບຜະລິດຕະພັນ, ໄດ້ຮັບຮອງເອົາມາດຕະຖານໄຟຟ້າ-ເອເລັກໂຕຣນິກ (ISO/IEC) ຂອງ​ສາກົນມາ​ເປັນ​ມາດຕະຖານ​ແຫ່ງ​ຊາດຈຳນວນໜຶ່ງ ແລະ ຮັບຮອງເອົາມາດຕະຖານໃນຂົງເຂດໄຟຟ້າ-ເອເລັກໂຕຣນິກສາກົນ ມາເປັນມາດຕະຖານແຫ່ງຊາດອີກຈຳນວນ 100 ກວ່າມາດຕະຖານ.

             ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວ​ວ່າ: ປັດຈຸບັນ, ພວກ​ເຮົາ​ໄດ້ອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດໃນຈຳນວນ 25 ຜະລິດຕະພັນ, ຂຶ້ນທະບຽນກວດກາຄຸນນະພາບຜະລິດຕະພັນ ແລະ ສິນຄ້າໄດ້ທັງໝົດຈຳນວນ 110 ລາຍການເປັນຕົ້ນ: ຜະລິດຕະພັນຂອງໂຮງງານຊີມັງລາວສະຫວັນນະເຂດ, ບໍລິສັດວຽງຈັນອຸດສາຫະກຳເຫລັກ, ບໍລິສັດອຸໄລພານິດຈຳກັດ, ໂຮງງານວີເຄເຄອຸດສາຫະກຳຈຳກັດ ແມ່ນໄດ້ຮັບການຢັ້ງຢືນລະບົບການຄຸ້ມຄອງບໍລິຫານຄຸນນະພາບມາດ​ຕະ​ຖານ​ສາ​ກົນ ຫລື ISO:9001 ເລີ່ມແຕ່ປີ 1998 ເປັນຕົ້ນມາ, ໄດ້ເຂົ້າຮ່ວມການເຄື່ອນໄຫວວຽກງານຄະນະກຳມະການທີ່ປຶກສາດ້ານມາດຕະຖານ ແລະ ຄຸນນະພາບອາຊຽນ ຫລື (ACC SQ) ເຊິ່ງມີ 12 ໜ່ວຍງານທີ່ພົວພັນກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເຊັ່ນ: ກະຊວງສາທາລະນະສຸກ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງພະລັງານ ແລະ ບໍ່ແຮ່ ແລະ ພາກສ່ວນອື່ນ.

No comments:

Post a Comment