Ad

Ad

14 October 2015

ລາວ-ຈີນຮ່ວມມືຜະລິດລະຄອນໂທລະພາບ

            ພິທີລົງນາມສັນຍາການຮ່ວມມືຜະລິດລະຄອນໂທລະພາບລະຫວ່າງທ່ານ ບຸນເຈົ້າ ພິຈິດ ອຳນວຍການໂທລະ ພາບແຫ່ງຊາດລາວ ແລະ ທ່ານ ຢາງຢູໝິງ ອຳນວຍການກຸ່ມບໍລິສັດສື່ສານມວນຊົນວິທະຍຸ-ໂທລະພາບຢູນນານຈຳກັດ ສປ ຈີນ, ໄດ້ມີຂຶ້ນໃນວັນທີ 13 ຕຸລານີ້, ຢູ່ນະຄອນຫລວງວຽງຈັນ.

            ສຳລັບການຮ່ວມມືຄັ້ງນີ້, ທັງສອງຝ່າຍເຫັນດີໃນດ້ານການເຄົາລົບນັບຖືປະຫວັດສາດ, ວັດທະນະທຳຮີດຄອງປະເພນີອັນດີງາມ ແລະ ກົດໝາຍຂອງສອງປະເທດ ແລະ ຖືເປັນເງື່ອນໄຂພື້ນຖານຂອງການຮ່ວມມືຢ່າງສະເໝີພາບ ແລະ ຍຸຕິທຳບົນພື້ນຖານຄວາມສະໝັກໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຖືເອົາໂຄງການຮ່ວມມືລະຄອນໂທລະ ພາບເປັນໃຈກາງໃນການຮ່ວມມືປະດິດສ້າງ, ລົງທຶນ, ຖ່າຍທຳ, ຜະລິດ, ໂຄສະນາ, ຈຳໜ່າຍ, ສາຍ, ດຳເນີນກິດຈະ ກຳວຽກງານຕ້ານກົນໄກຕະຫລາດ ແລະ ແລກປ່ຽນການຝຶກອົບຮົມບຸກຄະລາກອນດ້ານລະຄອນໂທລະພາບ, ຊອກຕະຫລາດຂອງລະຄອນໂທລະພາບຂ້າມຊາດ ເພື່ອເປັນການເສີມຂະຫຍາຍ ແລະ ຊຸກຍູ້ລະຄອນໂທລະພາບຂອງສອງປະເທດໃຫ້ມີການພັດທະນາ ແລະ ມີຄຸນນະພາບດີຂຶ້ນເລື້ອຍໆ.

No comments:

Post a Comment