Ad

Ad

14 October 2015

ສະຫວັນ​ນະ​ເຂດທຳລາຍ​ອາວຸດ​ລ່າ​ເນື້ອເປັນຈໍານວນຫລາຍ

 
ພາບ-ຂ່າວ : ຫນັງສືພິມ ປກສ
            
ເມື່ອບໍ່ດົນມານີ້, ກອງບັນຊາການ ປກສແຂວງສະຫວັນນະເຂດ, ​ໄດ້​​ຈູດທຳລາຍອາວຸດປືນລ່າເນື້ອຜິດກົດ ໝາຍຫລາຍກວ່າ 900 ​ກະບອກ, ພາຍຫລັງເກັບກູ້ໄດ້ຈາກປະຊາຊົນໃນໄລຍະຜ່ານມາ.

            ທ່ານພັນໂທ ວັນໄຊ ລີໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສແຂວງສະຫວັນນະເຂດໃຫ້ຮູ້ວ່າ: ການທຳລາຍອາວຸດປະເພດດັ່ງກ່າວໃນຄັ້ງນີ້ ກໍເພື່ອເປັນການຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ,ໂດຍສະເພາະການເອົາໃຈໃສ່ຄຸ້ມຄອງກວດກາ​​ອາວຸດ, ທາດເຄມີ, ທາດເບື່ອ, ທາດແຕກແລະ ວັດຖຸອຸປະ ກອນອື່ນໆ ທີ່ກຸ່ມຄົນບໍ່ດີນຳໄປເຄື່ອນໄຫວ, ສ້າງຄວາມບໍ່ສະຫງົບໃນສັງຄົມແລະ ທຳມາຫາກິນບໍ່ຖືກຕ້ອງຕາມລະບຽບກົດໝາຍເຊັ່ນ: ຄ້າຂາຍເຖື່ອນ, ຕັດໄມ້ທຳລາຍປ່າ, ທຳລາຍສິ່ງແວດລ້ອມ,​ ລ່າສັດປ່າຫວງຫ້າມ, ​ເຊິ່ງມີສັດບາງຊະນິດໃກ້ສູນພັນ, ຂະນະດຽວກັນການໃຊ້ອາວຸດດັ່ງກ່າວໄດ້ສົ່ງຜົນກະທົບບໍ່ດີຕໍ່ຄວາມບໍ່ສະຫງົບຂອງສັງຄົມຫລາຍດ້ານ.

No comments:

Post a Comment