Ad

Ad

14 October 2015

ໄຟໄໝ້​​ເຮືອນ ຢູ່​ບ້ານ​ທົ່ງ​ຂັນ​ຄຳ ​ເປັນຍ້ອນ​ໄຕ້​​ທຽນ​ບູຊາ

            ​ ​​ໃນຕອນເຊົ້າຂອງວັນທີ 12 ຕຸລາຜ່ານມາ, ​ໄດ້ເກີດເຫດໄຟໄໝ້ເຮືອນຂອງນາງ ສີອຸດອນ ອາຍຸ 43 ປີ, ອາຊີບຄ້າຂາຍ, ຢູ່ບ້ານທົ່ງຂັນຄຳ, ​ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ​​ເປັນເຮືອນ​ 2 ຊັ້ນ, ​ເທິງໄມ້ລຸ່ມກໍ່.
             ​ເຈົ້າໜ້າທີ່ມອດໄຟນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງ ກໍຮີບນຳລົດນ້ຳອອກໄປຈຸເກີດເຫດທັນທີແລະໃຊ້ເວລາເກືອບ 1 ຊົ່ວໂມງ ຈຶ່ງສາມາດຄວບຄຸມ​​​ໄຟໄວ້ໄດ້. ​ ​ເຈົ້າຂອງເຮືອນໃຫ້ຮູ້ວ່າ: ກ່ອນເກີດເຫດໄດ້ພົບເຫັນຄວັນດຳອອກຈາກເຮືອນຂອງຕົນກ່ອນຈະມີໄຟລຸກລາມໄປທົ່ວເຮືອນຢ່າງໄວວາ​ ​ແລະໄໝ້ໝົດກ້ຽງແລະ ລາມໄປໃສ່ເຮືອນທີ່ຢູ່ໃກ້ຄຽງ​​ເສຍຫາຍຈຳນວນໜຶ່ງ.

             ພາຍຫລັງສືບສວນ-ສອບສວນຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ສາເຫດຂອງການເກີດເຫດໄຟໄໝ້ຄັ້ງນີ້ແມ່ນເກີດຈາກການໄຕ້ທູບທຽນບູຊາແລ້ວລືບມອດ, ດັ່ງນັ້ນ ຈຶ່ງຝາກເຕືອນມາຍັງປະຊາຊົນໃຫ້ມີສະຕິລະວັງຕົວ​ ​ໃນການໃຊ້ຟືນໄຟໂດຍສະເພາະການຈູດທູບທຽນບູຊາແຕ່ລະຄັ້ງ ກໍໃຫ້ດັບມອດທັນທີກ່ອນອອກຈາກເຮືອນ, ອຸປະກອນໄຟຟ້າກໍເຊັ່ນກັນຄວນຖອດປັກສຽບຫລັງຈາກສຳເລັດການນຳໃຊ້, ໝັ່ນກວດກາເບິ່ງສາຍໄຟຖ້າມີສະພາບເກົ່າຄວນປ່ຽນໃໝ່ເພື່ອປ້ອງກັນອັກຄີໄພທີ່ອາດຈະເກີດຂຶ້ນ​.

No comments:

Post a Comment