Ad

Ad

14 October 2015

ທົ່ວປະເທດມີຫລາຍກວ່າ 178 ພັນຫົວໜ່ວຍເສດຖະກິດ

               ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ປັດຈຸບັນ, ທົ່ວປະເທດມີຫົວໜ່ວຍເສດຖະກິດພື້ນຖານທັງໝົດ 178.557 ຫົວໜ່ວຍ, ໃນນີ້ຢູ່ນະຄອນຫລວງວຽງຈັນ ກວມປະມານ 18,2%, ພາກເໜືອປະມານ 24% ແລະ ພາກໃຕ້ກວມເອົາປະມານ 15.5%, ຂະນະທີ່ທ່ານລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ສົມດີ ດວງດີ ກ່າວວ່າ: ຕົວເລກຫົວໜ່ວຍເສດຖະກິດດັ່ງກ່າວຈະເປັນບ່ອນອີງໃຫ້ແກ່ຜູ້ວາງແຜນນະໂຍບາຍ, ວາງແຜນເສດຖະກິດ-ຄົ້ນຄວ້າວິໄຈທີ່ສຶກສາລົງເລິກ ໃນແຕ່ລະຂະແໜງການຂອງເສດຖະກິດໃນລາວ, ເພື່ອສ້າງຖານຂໍ້ມູນຂອງບັນດາຫົວໜ່ວຍພື້ນຖານເສດຖະກິດເພື່ອຮັບໃຊ້ໃຫ້ການຄັດເລືອກຕົວແທນການສຳຫລວດຕ່າງໆທີ່ກ່ຽວພັນກັບຫົວໜ່ວຍພື້ນຖານເສດຖະກິດ, ທັງເປັນບ່ອນອີງສໍາຄັນໃຫ້ແກ່ການຄາດຄະເນລວມຍອດລາຍຮັບ,ກຳລັງແຮງງານໃນແຕ່ລະຂະແໜງການເສດຖະກິດ, ເພື່ອເບິ່ງສະພາບການກະແຈກກະຈາຍ ຫລື ທີ່ຕັ້ງຂອງຫົວໜ່ວຍທຸລະກິດແບ່ງຕາມຂອບເຂດດ້ານພູມສາດເຊັ່ນ: ແຂວງ, ເມືອງ ແລະ ຂະແໜງການເສດຖະກິດຕາມຂະໜາດຕ່າງໆ ເພື່ອໃຫ້ບັນລຸຄາດໝາຍການພັດທະນາແບບຍືນຍົງ ແລະ ສີຂຽວ.


No comments:

Post a Comment