Ad

Ad

13 October 2015

ໂຮມຊຸມນຸມ​ສະ​ເຫຼີ​ມສະຫລອງວັນການ​ທູດ​ລາວ​ຄົບຮອບ 70

 
           ພິທີໂຮມຊຸມນຸມເພື່ອສະເຫຼີມສະຫຼອງວັນການທູດລາວຄົບຮອບ 70 ປີ (12 ຕຸລາ 1945 – 12 ຕຸລາ 2015 ) ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟື້ນທີ່ຫໍປະຊຸມແຫ່ງຊາດ (ຫລັກ6), ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ຈູມມາລີ​ ​ໄຊຍະສອນ, ມີບັນດາການນໍາພັກ-ລັດຂັ້ນສູງ, ພະນັກງານອາວຸໂສບໍານານ, ພະນັກງານເຂົ້າຮ່ວມເປັນຈໍານວນຫລາຍ.
    ​        ໃນພິທີອັນມີຄວາມໝາຍສໍາຄັນດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທອງລຸນສີສຸລິດໄດ້ຂຶ້ນລາຍງານປະຫວັດຄວາມເປັນມາຂອງວັນການທູດລາວວ່າ: ການປະກາດ​​ເອກະລາດຄັ້ງທຳອິດຂອງ ສປປ ລາວໃນວັນທີ 12 ຕຸລາ 1945 ​ແມ່ນໝາກຜົນແຫ່ງການຕໍ່ສູ້ດ້ານກຳລັງອາວຸດແລະ ການຕໍ່ສູ້ທາງດ້ານການເມືອງຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ, ​ໂດຍພາຍໃຕ້ການນຳຂອງທ່ານປະທານໄກສອນ ພົມວິຫານ ​​ແລະ ປະທານສຸພານຸວົງ, ຊຶ່ງເປັນຂີດໝາຍແຫ່ງການເລີ່ມຕົ້ນວຽກງານການຕ່າງປະເທດຂອງລາວຈົນມາເຖິງປັດຈຸບັນ,​ ສະນັ້ນພາຍໃຕ້ການຄົ້ນຄວ້າແລະ ສະເໜີຂອງກະຊວງການຕ່າງປະເທດແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ກົມການເມືອງສູນການພັກຈຶ່ງໄດ້ຕົກລົງເຫັນດີກຳນົດເອົາວັນທີ 12 ຕຸລາ  1945 ​ເປັນວັນການທູດລາວຢ່າງເປັນທາງການ.

              ທ່ານຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີ່ວ່າການກະຊວງການຕ່າງປະເທດ ກ່າວວ່າ: ຕະຫຼອດໄລຍະ 70 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສແລະ ຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ, ​ຂະແໜງການຕ່າງປະເທດໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວມາ​, ນັບທັງດ້ານປະລິມານແລະ ຄຸນນະພາໂດຍຍືດໝັ້ນແນວທາງການຕ່າງປະເທດຄື: ສັນຕິພາບ, ​ເອກະລາດ, ມິດຕະພາບແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍແລະປະຕິບັດນະໂຍບາຍເປີດກວ້າງການພົວພັນຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍແລະ ຫຼາຍຮູບແບບ, ຕາມທິດ​​ເພີ່ມມິດຫຼຸດຜ່ອນສັດຕູ, ຂະແໜງການຕ່າງປະເທດໄດ້ະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ປົກປັກຮັກສາແລະ ສ້າງສາປະເທດຊາດ, ສ້າງເງື່ອນໄຂທີ່ຈຳເປັນໃຫ້ແກ່ການເປີດກວ້າງສາຍພົວພັນຮ່ວມມືກັບຕ່າງປະເທດ​​ເພື່ອນມິດທັງຢູ່ໃກ້ແລະໄກ, ສ້າງໄດ້ຄວາມໄວ້ເນື້ອ​​ເຊື້ອໃຈຈາກປະເທດເພື່ອນມິດ​​ໃກ້ຄຽງແລະ ສາກົນ, ຊຶ່ງມາຮອດປັດຈຸບັນ​, ປປ ລາວໄດ້ມີການພັວພັນດ້ານການທູດກັບ 138 ປະເທດ, ມີສາຍພົວພັນກັບພັກການເມືອງໃນທົ່ວໂລກ 124 ພັກ, ມີສຳນັກງານການທູດຢູ່ຕ່າງປະເທດ 38 ​ແຫ່ງ,​ ໃນນັ້ນມີສະຖານເອກອັກຄະລັດຖະທູດ 26 ​ແຫ່ງ, ມີສຳ ນັກງານຜູ້ຕ່າງໜ້າຖາວອນ 3 ​ແຫ່ງ, ະຖານກົງສູນໃຫຍ່ 8 ​​ແຫ່ງ, ມີດ່ານສາກົນ 27 ​ແຫ່ງ, ກົງສູນກິຕິມະສັກຂອງລາວຢູ່​ 17 ​ປະເທດ, ກົງສູນກິດຕິມະສັກຕ່າງປະເທດຢູ່ລາວມີ 15 ປະເທດ​ ​ແລະ ມີການພົວພັນດ້ານການຄ້າຫຼາຍກວ່າ 50 ປະເທດໃນໂລກ, ​ເຖິງຢ່າງໃດກໍດີ​, ສປປ ລາວໄດ້ມີການເຄື່ອນໄຫວວຽກງານການຕ່າງປະເທດຢ່າງມີຈຸດສຸມແລະ ບຸກທະລຸເຮັດໃຫ້ມີຜົນສຳເລັດຫຼາຍດ້ານເປັນຕົ້ນ: ການພົນພັນຮ່ວມມືສອງຝ່າຍແລະ ຫຼາຍຝ່າຍກໍຄືການພົວພັນຮ່ວມມືກັບສາກົນ,​ ພ້ອມນັ້ນກໍໄດ້ສຳເລັດການປັກຫຼັກໝາຍຊາຍແດນກັບ ສປ ຈີນ, ຫວຽດນາມ​, ມຽນມາແລະ ຍັງສືບຕໍ່ປັກຫຼັກໝາຍກັບລາຊະອານາຈັກໄທ, ກຳປູເຈຍ,​ ໄດ້​​ລົງນາມສົນທິສັນຍາກັບຫຼາຍປະເທດໃນໂລກ,​ ເປັນພາຄີຂອງສົນທິສັນຍາສາກົນ​, ສົນທິສັນຍາພາກພື້ນແລະອານຸພາກພື້ນຫຼາຍລະດັບ​ ​ແລະ ປະເທດເຮົາຍັງຖືກຮັບເຂົ້າເປັນສະມາຊິກອົງການສະຫະປະຊາຊາດ(ສປຊ)​ ​ໃນວັນທີ 24 ທັນວາ 1955, ​ເຂົ້າເປັນສະມາຊິກອາຊຽນ​​ໃນວັນທີ 23 ກໍລະກົດ 1997  ​ແລະເປັນສະມາຊິກອົງການການຄ້າໂລກ(WTO) ​ໃນວັນທີ 2 ກຸມພາ 2013  ​ແລະ ປັດຈຸບັນປະເທດເຮົາກຳລັງກະກຽມເຂົ້ິາເປັນສະມາຊິກປະຊາຄົມເສດຖະກິດອາຊຽນ (AEC) ​ໃນທ້າຍປີ​ 2015 ນີ້  ​ແລະ ກະ ກຽມເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນແລະ ກອງປະຊຸມອື່ນໆໃນປີ 2016 ທີ່ຈະມາເຖິງນີ້.
​              ໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຈູມມາລີໄຊຍະສອນ ກໍໄດ້ໃຫ້ກຽດຂຶ້ນກ່າວສູນທອນພົດ​, ໂດຍໄດ້ສະແດງຄວາມຍ້ອງຍໍຊົມຊົມຜົນງານຕ່າງໆຂອງຂະແໜງການຕ່າງປະເທດຍາດມາໄດ້ໃນຕະຫຼອດໄລຍະ 70 ປີຜ່ານມາ, ພ້ອມທັງເນັ້ນໃຫ້ສືບຕໍ່ຮັກສາມູນເຊື້ອຜົນງານດັ່ງກ່າວໄວ້ເພື່ອສືບຕໍ່ເປັນເສນາທິການດ້ານການຕ່າງປະເທດໃຫ້ແກ່ພັກ-ລັດ, ພ້ອມພາກັນກ້າວຂຶ້ນຍາດເອົາຜົນສໍາເລັດອັນໃຫຍ່ຫລວງກວ່າເກົ່າພາຍໃຕ້ຄໍາຂວັນວ່າ: “ການທູດປ້ອງກັນເຫດ ແລະ ບຸກທະລຸເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ”, ສືບຕໍ່ເຄື່ອນໄຫວ
ພົວພັນຮ່ວມມືກັບບັນດາປະເທດເພື່ອຍາດແຍ່ງເອົາການຮ່ວມມື, ຊ່ວຍເຫລືອເພື່ອມາພັດທະນາປະເທດຊາດໃຫ້ມັ່ງຄັ່ງຮັ່ງມີ ແລະ ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020.

    ແລະ ໃນບ່າຍວັນດຽກັນຢູ່​​ກະຊວງການຕ່າງປະເທດ,​ ໄດ້ມີພິທີເປີດຫ້ອງມູນເຊື້ອການເຄື່ອນ​​ໄຫວວຽກງານການຕ່າງປະເທດ,​ ເພື່ອ​​​​ເປັນບ່ອນເຕົ້າໂຮມ​ ​ແລະ ວາງສະແດງຜົນງານການຈັດຕັ້ງປະຕິບັດວຽກງານການຕ່າງປະເທດໃນແຕ່ລະໄລຍະໄວ້ໃຫ້ຄົນລຸ່ນຫລັງໄດ້ສຶກສາຮຽນຮູ້.

No comments:

Post a Comment