Ad

Ad

13 October 2015

ເຮືອນຫລາຍຫລັງຢູ່​ບ້ານ​ທ່າ​ໂພນ​ສັນໄດ້ຮັບຜົນເສຍ​ຫາຍຍ້ອນດິນເຈື່ອນເປັນບໍລິເວນກວ້າງ

ແຫລ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ມີເຮືອນປະຊາຊົນ 5 ຫລັງທີ່ຕັ້ງຢູ່ລຽບແຄມແມ່ນໍ້າຂອງເຂດບ້ານທ່າໂພນສັນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ຮັບຜົນກະທົບເສຍຫາຍຈາກເຫດການດິນເຈື່ອນ, ແຕ່ໂຊກດີໄພທໍາມະຊາດຄັ້ງບໍ່ມີຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດ, ໂດຍເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 2 ໂມງເຊົ້າຂອງວັນທີ 11 ຕຸລານີ້, ພາຍຫລັງມີສະພາບ​ຝົນ​ຕົກ​ໜັກຕິດຕໍ່ຫລາຍວັນ, ເຮັດໃຫ້ປະລິມານນ້ຳໃນບັນດາ ສາຂາແມ່ນໍ້າຂອງໄຫລ​ລົງສູ່ນ້ຳ ຂອງຊ້າລົງ ແລະ ເຮັດໃຫ້ແຄມຝັ່ງນໍ້າຂອງຖືກກັດເຊາະຫລາຍບ່ອນ, ໂດຍສະເພາະຈຸດບ້ານທ່າໂພນສັນ ມີດິນເຈື່ອນລົງສູ່ແມ່ນ້ຳຂອງຍາວປະມານ 70 ແມັດ ແລະ ສົ່ງຜົນເຮັດໃຫ້ເຮືອນປະຊາຊົນໄດ້ຮັບຜົນກະທົບເສຍຫາຍຄືດັ່ງກ່າວ, ປັດຈຸບັນອຳນາດການປົກຄອງທ້ອງຖິ່ນ, ໄດ້ລະດົມກຳລັງຈາກຫລາຍພາກສ່ວນເຂົ້າມາຊ່ວຍ​ເກັບກູ້ຊັບສິນທີ່ຍັງເຫລືອຂອງຄອບຄົວທີ່ຖືກຜົນກະທົບໄປໄວ້ບ່ອນປອດໄພແລ້ວ. ສຳລັບຄອບຄົວທີ່ຖືກເສຍຫາຍ ແລະ ຄອບຄົວທີ່ຢູ່ຕາມແຄມແມ່ນ້ຳຂອງຈໍານວນໜຶ່ງ, ໄດ້ພາກັນຍົກຍ້າຍໄປພັກເຊົາຊົ່ວຄາວຢູ່ໂຮງຮຽນຂອງ
ບ້ານ ແລະ ຍາດພີ່ນ້ອງແລ້ວ ແລະ ​​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ ດຣ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ພ້ອມຄະນະ, ໄດ້ລົງກວດກາໃຫ້ກຳ ລັງໃຈຄອບຄົວຜູ້ໄດ້ຮັບຜົນກະທົບ, ພ້ອມມອບເງິນຊ່ວຍເຫລືອເບົາເທົາທຸກເບືອງຕົ້ນຄອບຄົວລະ 1 ລ້ານກີບ. ຂະນະດຽວກັນ, ໄດ້ເນັ້ນໃຫ້ອຳນາດການປົກຄອງທ້ອງຖິ່ນເອົາ​ໃຈ​ໃສ່​ເຝົ້າ​ລະວັງຕິດຕາມ​ຢ່າງໃກ້ຊິດ​ຕໍ່ກັບ​ສະພາບການ​ທີ່ເກີດຂຶ້ນເພື່ອລາຍງານໃຫ້ແຂວງຮັບຊາບ ແລະ ສາມາດແກ້ໄຂບັນຫາໄດ້ທ່ວງທັນ.

No comments:

Post a Comment