Ad

Ad

11 December 2015

ສະມາຄົມ​ນັກ​ປະພັນ​ລາວ​ຈັດ​ສຳ​ມະ​ນາເລື່ອງ​ວັນນະກຳ​ແມ່ນ້ຳຂອງ

ໃນວັນທີ 9 ທັນວານີ້, ສະມາຄົມນັກປະພັນລາວໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາກ່ຽວກັບວັນນະກຳແມ່ນ້ຳຂອງຂຶ້ນ ທີ່ນະຄອນຫລວງວຽງຈັນໂດຍມີຕົວແທນສະມາຄົມນັກປະພັນແລະ ນັກປະພັນຈາກປະເທດຫວຽດນາມ, ກຳປູເຈຍ, ​ໄທ, ມຽນມາແລະ ຈີນເຂົ້າຮ່ວມເພື່ອເປັນການແລກປ່ຽນບົດຮຽນດ້ານວຽກງານປະດິດຄິດແຕ່ງ, ການປະພັນແລະ ຄວາມເຂົ້າໃຈໃນດ້ານວັນນະຄະດີເພາະສິ່ງດັ່ງກ່າວມັນມີອະນຸພາບສູງສຸດໃນການເອົາຊະນະໃຈຄົນເພື່ອຄວາມຜູກພັນໄມຕີຈິດມິດຕະພາບແລະ ການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນແລະ ກັນເຂົ້າໃນການພັດທະນາປະເທດຊາດ ກໍຄືຂົງເຂດແລະໃນໂລກ.

ກອງປະຊຸມໄດ້ຍົກໃຫ້ເຫັນວ່າ: ນັກວັນນະຄະດີ, ຜູ້ປະພັນບົດເລື່ອງ, ນະວະນິຍາຍ ຫລື ບົດກາວີຕ່າງໆ ມັນມີຄວາມສຳຄັນຍິ່ງໃນການຊອກຫາບົດວັນນະກຳທີ່ມີລັກສະນະສ້າງສັນ, ປຸກລະດົມຄວາມຜູກພັນຂອງມວນຊົນແລະ ການພັດທະນາຊີວິດຈິດໃຈຂອງເຂົາເຈົ້າເພື່ອກ້າວສູ່ການພັດທະນາທີ່ມີຄວາມຈະເລີນສີວິໄລ. ດັ່ງນັ້ນໃນກອງປະຊຸມສຳມະນາຄັ້ງນີ້ຈະເປັນໂອກາດອັນດີເພື່ອຊ່ວຍໃຫ້ນັກປະພັນຂອງ 6 ປະເທດແມ່ນ້ຳຂອງມີຄວາມເຂົ້າໃຈກັນຕື່ມອີກໃນການເປັນຂົວຕໍ່ຊ່ວຍໃຫ້ບັນດາປະເທດດັ່ງກ່າວມີການເຊື່ອມໂຍງເຂົ້າກັນຫລາຍຂຶ້ນ ນັບທັງດ້ານວັນນະຄະດີ, ວັດທະນະທຳແລະ ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ.

ກອງປະຊຸມດັ່ງກ່າວຍັງເປັນເອກະພາບກັນຈະເພີ່ມທະວີການແປບົດປະພັນວັນນະກຳຕ່າງໆ ທັງເປັນພາສາຂອງຕົນແລະ ພາສາຂອງແຕ່ລະປະເທດໃຫ້ນັບມື້ຫລາຍຂຶ້ນເພື່ອເສີມສ້າງຄວາມເຂົ້າໃຈເຊິ່ງກັນແລະ ກັນຫລາຍຂຶ້ນ, ພ້ອມນັ້ນກໍເຫັນດີໃຫ້ແຕ່ລະປະເທດເອົາໃຈໃສ່ສ້າງກອງທຶນຂອງຕົນ​ ​ເພື່ອເປັນການສະໜັບສະໜູນລາງວັນວັນນະກຳດັ່ງກ່າວໃຫ້ມີຄວາມຍືນຍົງ, ທັງເປັນການຊ່ວຍເຫລືອເຊິ່ງກັນແລະ ກັນໃຫ້ສົ່ງເສີມພູມປັນຍາດ້ານການປະດິດຄິດແຕ່ງເພື່ອສັນຕິພາບແລະ ການພັດທະນາ.

No comments:

Post a Comment