Ad

Ad

11 December 2015

ພິທີມອບ-ຮັບກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

    ໂດຍສືບຕໍ່ປະຕິບັດນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວກໍ່ຄືຍາດພີ່ນ້ອງຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານອາເມລິກາໃນການແກ້ໄຂບັນຫາດັ່ງກ່າວ ໃນວັນທີ10 ທັນວານີ້ທີ່ສະໜາມບິນສາກົນປາກເຊ,ແຂວງຈໍາປາສັກ,ໄດ້ມີພິທີມອບ-ຮັບກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊິີວິດໃນປາງສົງຄາມຢູ່ລາວ,ຊຶ່ງແມ່ນຜົນການປະຕິບັດງານຮ່ວມລາວ-ອາເມລິກາໃນການຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາໃນປາງສົງຄາມຢູ່ລາວຄັ້ງທີ 1 ປະຈໍາປີ 2015-2016, ກໍລະນີ 0393 ຢູ່ເຂດບ້ານອຸດົມໄຊ, ເມືອງສະໜາມໄຊ, ແຂວງອັດຕະປື ແລະ ກໍລະນີ 1743 ຢູ່ເຂດບ້ານວັກ ເມືອງກະລຶມ ແຂວງເຊກອງ ໂດຍຕ່າງໜ້າ
ລັດຖະບານລາວເຂົ້າຮ່ວມແມ່ນທ່ານ ແສງເພັດ ຮຸ່ງບຸນຍວງ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານ MIA ແລະ ຕາງໜ້າໃຫ້ແກ່ລັດຖະບານສະຫະ ລັດອາເມລິກາແມ່ນທ່ານ ດານຽວ ເອ ຄລຸນ (Daniel A. Clune) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສະຫະລັດອາເມລິກາປະຈຳລາວ, ມີທ່ານຮອງເຈົ້າແຂວງຈໍາປາສັກ, ເຈົ້າໜ້າທີ່ຂັ້ນສູງຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ, ພະນັກງານທ້ອງຖິ່ນທີ່ກ່ຽວ ຂ້ອງຂອງລາວ, ພ້ອມດ້ວຍພະນັກງານວິຊາການລາວ-ອາເມລິກາ ທີ່ເຮັດວຽກງານຕົວຈິງໃນພາກສະໜາມຈໍານວນໜຶ່ງເຂົ້າຮ່ວມ.
    ຕະລອດໄລຍະເວລາ 30 ປີແຫ່ງການຮ່ວມມືສອງຝ່າຍລາວ-ອາເມລິກາໃນການດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ໄດ້ຮັບຜົນ 50% ຂອງຈໍານວນຜູ້ຫາຍສາບສູນທັງໝົດ. ອີງຕາມຕົວເລກທີ່ຝ່າຍອາເມລິກາແຈ້ງຝ່າຍລາວຊາບ, ທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທັງໝົດມີ 575 ຄົນ. ນັບແຕ່ສອງຝ່າຍໄດ້ມີການຮ່ວມມືກັນມາແຕ່ປີ 1985 ຈົນເຖິງປັດຈຸບັນ, ລັດຖະບານລາວໄດ້ມອບສິ່ງເສດເຫຼືອທະຫານອາເມລິກາທີ່ເສຍຊີວິດຢູ່ລາວແລ້ວຈຳນວນ 271 ຄົນ, ເພື່ອສົ່ງຄືນໃຫ້ແກ່ຄອບຄົວຂອງພວກກ່ຽວນໍາໄປທໍາພິທີທາງສາດສະໜາຕາມການຮ້ອງຂໍຂອງປະຊາຊົນອາເມລິກາ, ສ່ວນອີກ 304 ຄົນທີ່ຍັງເຫຼືອແມ່ນຈະໄດ້ຮ່ວມກັນສືບຕໍ່ສໍາຫຼວດ ແລະ ຄົ້ນຫາໃນການປະຕິບັດງານຄັ້ງຕໍ່ໄປ.

    ການທີ່ທັງສອງຝ່າຍລາວ-ອາເມລິກາ ໄດ້ຮັບຜົນສຳເລັດອັນດີດັ່ງກ່າວໃນວຽກງານການສໍາຫຼວດ ແລະ ຂຸດຄົ້ນ ກໍຍ້ອນຄວາມເອົາໃຈໃສ່ຢ່າງຈິງໃຈຂອງລັດຖະບານ ແລະ ເຈົ້າໜ້າທີ່ຂອງລາວທຸກໆຂັ້ນແຕ່ສູນກາງຈົນຮອດທ້ອງຖິ່ນ ແລະ ການຮ່ວມມືອັນດີຂອງປະຊາຊົນບັນດາເຜົ່າ. ການຮ່ວມມືດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານແຫ່ງ ສ ປປ ລາວ ທີ່ມີຕໍ່ປະຊາຊົນອາເມລິກາ, ໂດຍສະເພາະຕໍ່ຄອບຄົວຍາດພີ່ນ້ອງຂອງຜູ້ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

No comments:

Post a Comment