Ad

Ad

11 December 2015

ນາຍົກລັດຖະມົນຕີ ສ.ເກົາຫລີ ຈະເດີນທາງມາຢ້ຽມຢາມລາວໃນລະຫວ່າງວັນທີ 13-15 ທັນວານີ້

ໂດຍຕອບສະໜອງຕາມຄໍາເຊີນຂອງ​​ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີແຫ່ງ ສປປລາວ, ທ່ານ ຮ່າງ ຄຽວ ອານ ນາຍົກລັດຖະມົນຕີແຫ່ງ . ​ເກົາຫລີ,​ ພ້ອມດ້ວຍຄະນະຈະ​​​​ເດີນທາງມາຢ້ຽມຢາມລາວຢ່າງເປັນທາງການໃນລະຫວ່າງວັນທີ 13-15 ທັນວານີ້.
           ທ່ານ ຮ່າງ ຄຽວ ອານ, ເກີດເມື່ອວັນ​ທີ 15 ​ເມສາ 1957, ລະດັບການສຶກສາປີ 1976 ​ຈົບໂຮງຮຽນ​ມັດທະຍົມ​ຕອນ​ປາຍ Kyunggi ​ເຊ​ອູ​ນ, ປີ 1981 ຈົບ​ປະລິນຍາ​ຕີດ້ານ​ກົດໝາຍຢູ່ມະຫາ​ວິທະຍາ​ໄລ Sungkyunkwan ​ເຊ​ອູ​ນ ແລະ ປີ2006 ຈົບ​ປະລິນຍາ​ໂທດ້ານ​ກົດໝາຍຢູ່ມະຫາວິທະ ຍາ​ໄລ Sungkyunkwan  ​ເຊ​ອູ​ນ ແລະ ແຕ່ງງານມີລຸກສອງຄົນ (ຍິງ 1 ຄົນ).
     ປີ 1981 ຜ່ານ​ການ​ສອບ​ເສັງ​ທະນາຍຄວາມ​ແຫ່ງ​ຊາດຄັ້ງ​ທີ 23, ປີ 1983 ເປັນ​ໄອ​ຍະ​ການປະ ຈຳ​​ສຳນັກງານ​ໄອ​ຍະ​ການ​ເມືອງຊອງຈູ, ປີ 1987 ​ເປັນ​ໄອ​ຍະ​ການປະຈຳ​​ສຳນັກງານ​ໄອ​ຍະ​ການ​ເຊ ​ອູ​ນ, ປີ 1990 ​ເປັນ​ວິຊາ​ການ​ຄົ້ນ​ຄ້ວາການ​ດຳ​ເນີນ​ຄະດີສຳນັກງານ​ໄອ​ຍະ​ການ​ສູງ, ປີ 1992 ​ເປັນ​ໄອ​ຍະ​ການ
ປະຈຳ​​ສຳນັກງານ​ໄອ​ຍະ​ການ​ເຊ​ອູ​ນ, ປີ 1995 ​ເປັນ​ຫົວໜ້າ​ໄອ​ຍະ​ການປະຈຳ​​ສຳນັກ​ງານ​ໄອ​ຍະ​ການ​ເຂດ​ທອງ​ຢອນ​ເມືອງຊາງວອນ, ປີ 1997 ​ເປັນ​ສາດ​ສະ​ດາ​ຈານທີ່ສະ​ຖາ​ບັນ​ຄົ້ນ​ຄວ້າ ​ແລະ ຝຶກ​ອົບຮົມ​ກ່ຽວ​ກັບ​ຄະດີ ແລະ ສານ​ສູງ​ສຸດ, ປີ 1999 ​ເປັນ​ໄອ​ຍະ​ການ​ອາວຸ​ໂສກົມ​ອາ​ຊະ​ຍາ​ກຳ 5 ປະຈໍາ​ເຂດ​ເໜືອທີ່​ສຳນັກງານ​ໄອ​ຍະ​ການນະຄອນຫລວງ​ເຊ​ອູ​ນ, ປີ 2000 ເປັນຫົວໜ້າ​ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ 3 ທີ່​ສຳນັກງານ​ໄອ​ຍະ​ການ​ສູງ​ສຸດ, ປີ 2001 ​ເປັນ​ໄອ​ຍະ​ການ​ອາວຸ​ໂສກົມ​ສືບສວນ​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ​ເຊ​ອູ​ນ, ປີ 2002 ​ເປັນ​ໄອ​ຍະ​ການ​ອາວຸ​ໂສກົມປ້ອງ​ກັນ​ຄວາມ​ສະຫງົບ 2 ສຳນັກງານ​ໄອ​ຍະ​ການ​ເຊ​ອູ​ນ, ປີ 2003 ​ເປັນ​ຮອງ​ຫົວໜ້າ​ໄອ​ຍະ​ການປະຈຳ​ສຳນັກງານ​ໄອ​ຍະ​ການ​ເຂດ​ຕາ​ເວັນ​ອອກຂອງ​ເມືອງບູຊາ​ນ, ປີ 2005 ​ເປັນ​ຮອງ​ຫົວໜ້າ​ໄອ​ຍະ​ການ​ຜູ້​ທີ​ສອງປະຈສຳນັກງານ​ໄອ​ຍະ​ການເຊ​ອູ​ນ, ປີ 2006 ​ເປັນ​ຫົວໜ້າ​ໄອຍະ​ການປະຈຳທີ່ສຳນັກງານ​ໄອ​ຍະ​ການ​ເຂດ​ຊອງ​ນານ, ​ເມືອງເຊູ​ວອນ, ປີ 2007 ​ເປັນ​ຫົວໜ້າ​ຫ້ອງການ​ວຽກ​ງານ​ນະ​ໂຍບາຍ ​ແລະ ​ແຜນການກະຊວງ​ຍຸຕິ​ທຳ, ປີ 2008 ​ເປັນ​ຫົວໜ້າກົມ​ແຜນການສະຖານ​ບັນ​ຍຸຕິ​ທຳ, ປີ 2009 ເປັນ​​ຫົວໜ້າ​ໄອ​ຍະ​ການປະຈຳ​ສຳນັກງານ​ໄອ​ຍະ​ການ​​ເມືອງຈາງ​ວອນ ແລະ ​ເປັນ​​ຫົວໜ້າ​ໄອ​ຍະ​ການປະຈຳ​ສຳນັກງານ​ໄອ​ຍະ​ການ​ສູງ​ແດ​ກູ, ປີ 2011 ​ເປັນ​ຫົວໜ້າ​ໄອ​ຍະ​ການປະຈຳ​ສຳນັກງານ​ໄອ​ຍະ​ການ​ສູງບູຊາ​ນ, ເປັນ​​​ທີ່​ປຶກສາຂອງ​ບໍລິສັດ​ກົດໝາຍ Bae, Kim & Lee LLC ທີ່​ເຊ​ອູ​ນ ແລະ ເປັນ​ປະທານ​​​ໃນການ​ເລືອກ​ຕັ້ງຄະນະ​ກຳມະການປຶກສາ​ຫາລື​ອອກ​ອາກາດສຳລັບ​ການ​ເລືອກ​ຕັ້ງຄັ້ງ​ທີ 19, ປີ 2013-2015 ​​ເປັນລັດຖະ ມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ສ.​ເກົາຫລີ ແລະ ໃນເດືອນມິຖຸນາ 2015 ຖືກແຕ່ງຕັ້ງໃຫ້​ດຳລົງ​ຕຳ​ແ​ໜ່ງ​ເປັນນາຍົກລັດຖະມົນຕີ​ແຫ່ງ ສ.​ເກົາຫລີ ຄົນທີ 44.

     ໃນປີ 2006 ທ່ານ ຮ່າງ ຄຽວ ອານ ໄດ້ຮັບລາງວັນ Order of Service Merit, Red Stripes ແລະ ມີຜົນງານທາງດ້ານສາທາລະນະສຸກ National Security Act ໃນປີ 2009 ແລະ A Guide to Assembly and Demonstrations Act ໃນປີ 2011.

No comments:

Post a Comment