Ad

Ad

14 December 2015

ກຽມ​ສູ່​ປີ​ໃໝ່​ກະຊວງ​ອຸດສາຫະກຳ-ການ​ຄ້າ​ເນັ້ນ​​ໃຫ້​ມີ​ການ​ກວດກາ ​ແລະ ຄຸ້ມ​ຄອງ​ລາຄາ​ສິນຄ້າ​ຕາມ​

ທ້ອງຕະຫຼາດໃຫ້ດີເພື່ອຮັບປະກັນໃຫ້ຜູ້ບໍລິໂພໄດ້ຮັບຄວາມເປັນທຳ, ທາງດ້ານລາຄາ, ປະລິມານແລະ ຄຸນນະພາແລະ ປະຕິບັດຕາມພາລະບົດບາດຂອງຂະແໜງອຸດສາຫະກຳແລະ ການຄ້າໃນການຄຸ້ມຄອງລາຄາສິນຄ້າ,​ ໂດຍສະເພາະ​​ແມ່ນສິນຄ້າບໍລິໂພເຊັ່ນ: ຊິ້ນ​, ປາແລະ ພືດຜັກຕ່າງໆ, ຫຼີກເວັ້ນການສວນໂອກາດເຮັດໃຫ້ປະຊາຊົນໄດ້ຮັບຄວາມເປັນທຳ, ຮັບປະກັນໃຫ້ການສະໜອງພຽງພໍກັບຄວາມຕ້ອງການດັ່ງນັ້ນ, ລັດຖະມົນຕີວ່າການກະຊວງອຸດສາຫະກຳແລະ ການຄ້າຈຶ່ງໄດ້ອອກແຈ້ງການສະບັບ​​ເລກທີ່ 2402/ອຄ.ຄພນ, ລົງວັນທີ 2 ທັນວາ​ 2015 ນີ້ໂດຍນັ້ນໃຫ້ພະແນກອຸດສາຫະກຳແຂວງ, ນະຄອນລວງ​ ​ແລະ ພາກສ່ວນກ່ຽວຂ້ອງເພີ່ມທະວີການປະສານສົມທົບກັນຈັດຕັ້ງປະຕິບັດການຄຸ້ມຄອງລາຄາສິນຄ້າທີ່ມີຜົນກະທົບໄວຕໍ່ການດຳລົງຊີວິດປະຈຳວັນຂອງປະຊາຊົນ, ບົນພື້ນຖານຄວາມເປັນເອກະພາບແລະ ການຮ່ວມມືກັນ, ​ເພື່ອຮັບປະກັນການສະໜອງໃຫ້ພຽງພໍກັບຄວາມຕ້ອງການ, ຫຼີກເວັ້ນການສວຍ
ໂອກາດກັກຕຸນສິນຄ້າ, ຂຶ້ນລາຄາເພື່ອເກງກຳໄລ.​ ພ້ອມທັງຄຸ້ມຄອງລາຄາສິນຄ້າປະເພດຊີ້ນ, ປາແລະ ພືຜັກຕ່າງໆຢູ່ບັນດາແຂວງແລະ ນະຄອນຫຼວງໃຫ້ໄປຕາມກົນ​​ໄກຕະຫຼາດໃນແຕ່ລະໄລຍະ, ທັງນີ້ໃຫ້ຄິດໄລໂຄງປະກອບລາຄາໃນແຕ່ລະຂອດຢ່າງຈະແຈ້ງ, ສະເພາະສິນຄ້າປະເພດຊິ້ນແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງ​​ຂອດຂາຍຍົກ ​​ແລະ ຂາຍຍ່ອຍ, ສ່ວນປະເທດເພດຜັກແລະ ສະບຽງອາຫານຕ່າງໆແມ່ນໃຫ້ເອົາໃຈໃສ່ຕິດຕາມຂອດເກັບຊື້ຈາກ​​ກະສິກອນ ​​ແລະ ຂອດຂາຍຍ່ອຍຫຼີກເວັ້ນປັດໄຈສວຍໂອກາດ,​ ໃຫ້ພາກສ່ວນກ່ຽວຂ້ອງເປັນເຈົ້າການຕິດຕາມ, ກວດກາ​ ​​ແລະ ຄຸ້ມຄອງ​​ຢ່າງເປັນປະຈຳໃນທ້ອງຕະຫຼາດຫຼັກພາຍໃນທ້ອງຖິ່ນຂອງຕົນ​, ດ້ວຍການແຕ່ງຕັ້ງພະນັກງານໜູນວຽນການລົງໄປສົມທົບກັບຫ້ອງການອຸດສາຫະກຳແລະ ການຄ້າເມືອງ, ຄະນະຄຸ້ມຄອງແລະ ຈັດສັນຕະຫຼາດ, ​ເພື່ອພ້ອມກັນປະຕິບັດຕາມລະບຽບຢ່າງເຂັ້ມງວດ, ພ້ອມທັງເປັນເຈົ້າການ​​​ເຜີຍແຜ່ແລະຊີ້ນຳຜູ້ປະກອບການໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍແລະ ລະບຽບການທີ່ລັດວາງອອກໃນແຕ່ລະໄລຍະ, ​ໂດຍສະເພາະແມ່ນການຕິດລາຄາສິນຄ້າເປັນເງິນກີບເພື່ອຄວາມສະດວກແລະເປັນການຊຸກຍູ້ໃຫ້ຜູ້ປະກອບການສະໜອງສິນຄ້າປະເພດສະບຽງອາຫານທີ່ຈຳເປັນໃຫ້ພຽງພໍກັບຄວາມຕ້ອງການໃນແຕ່ລະໄລຍະ,​​ ໂດຍສະເພາະແມ່ນ​​ໄລຍະ​​ເທດສະການງານບຸນຕ່າງໆ. ພ້ອມນັ້ນກໍໃຫ້ຂະແໜງອຸດສາຫະກຳແລະ ການຄ້າປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອຄົ້ນຄ້ວາແກ້ໄຂບັນຫາຕ່າງໆກ່ຽວກັບການຄຸ້ມຄອງລາຄາສິນຄ້າທີ່ເກີດຂຶ້ນຢູ່ພາຍໃນແຂວງຂອງຕົນດ້ວຍຄວາມຮັບຜິດຊອບສູງແລ້ວລາຍງານຜົນການຈັດຕັັ້ງປະຕິບັດຂອງຕົນຕໍ່ກະຊວງ​,​ ເພື່ອເປັນຂໍ້ມູນຄົ້ນຄ້ວາແລະ ປັບປຸງລະບຽບການຕ່າງໆ​​ໃຫ້​​ແທດເໝາະກັບການປ່ຽນແປງຂອງສະພາບເສດຖະກິດໃນແຕ່ລະໄລຍະ.

No comments:

Post a Comment