Ad

Ad

14 December 2015

ອີ​ຢູ ສະ​ເຫລີ​ມສະຫລອງ​ວັນ​ສິດທິ​ມະນຸດ ຄົບຮອບ 50 ປີ

     
ການສະເຫລີມສະຫລອງວັນສິດທິມະນຸດ ຄົບຮອບ 50 ປີ, ​ໄດ້ຈັດຂຶ້ນທີ່ສຳນັກງານສະຫະພາບເອີຣົບ ປະຈຳລາວ ໃນຄືນວັນທີ 10 ທັນວາຜ່ານມາ, ​ຊຶ່ງເປັນວັນໜຶ່ງທີ່ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນຂອງສາກົນ ເຮັດໃຫ້ທຸກຄົນໃນໂລກນີ້ມີສິດເສລີພາບ​​ເທົ່າທຽມກັນ, ​ພາຍໃນງານມີທ່ານ ມີ​​ແຊໂກ​​ແຟງ ອຸປະທູດສະຫະພາບເອີຣົບ ປະຈຳລາວ, ມີບັນດາທູຕານຸທູດ ຈາກສະຖານທູດຕ່າງໆແລະ ພາກສ່ວນກ່ຽວຂ້ອງ​​ເຂົ້າຮ່ວມ.
     ທ່ານອຸປະທູດສະຫະພາບເອີຣົບ ປະຈຳລາວກ່າວວ່າ: ການສະເຫລີມສະຫລອງຄັ້ງນີ້ ພວກເຮົາໄດ້ສະຫລອງໃຫ້ແກ່ສອງສົນທິສັນຍາຄື: ສົນທິສັນຍາວ່າດ້ວຍສິດທິທາງດ້ານ​​ເສດຖະກິດ, ສັງຄົມແລະ
ວັດທະນະທຳ (ICESCR) ​ແລະ ສົນທິສັນຍາສາກົນວ່າດ້ວຍສິດທິພົນລະເຮືອນແລະ ສິດທິທາງດ້ານການເມືອງ (ICCPR), ທັງສອງສົນທິສັນຍານີ້ໄດ້ວາງຢູ່ບົນພື້ນຖານຂອງທຸກຄົນ ນັບ​​ແຕ່ມື້ເກີດຈົນເຖິງບັ້ນປາຍຊີວິດ, ​ໃນນີ້ ສປປ ລາວໄດ້ເຊັນສັນຍາເຂົ້າເປັນພາຄີໃນປີ 2000 ກ່ອນທີ່ຈະໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍສິດທິທາງດ້ານເສດຖະກິດ-ສັງຄົມແລະ ວັດທະນະທຳ ໃນປີ 2007 ​ແລະ ສົນທິສັນຍາ ວ່າດ້ວຍພົນລະເຮືອນ ແລະ ການເມືອງ ປີ 2009. ຕໍ່ກັບວຽກງານດັ່ງກ່າວ ສປປ ລາວ ກໍໄດ້ນຳເອົາສົນທິສັນຍາດັ່ງກ່າວ ເປັນແກນຫລັກ ໃນການຮັບຮອງເອົາກົດໝາຍຫລາຍ ສະບັບເຊັ່ນ: ຄະນະກຳມະການຊີ້ນຳລະດັບຊາດດ້ານສິດທິມະນຸດ ໃນປີ 2012 ເຊິ່ງໄດ້ ໂຄງສ້າງດ້ານນິຕິກຳ ແລະ ສະຖາບັນອັນຈຳເປັນໃຫ້ແກ່ການອອກແບບ, ຈັດຕັ້ງປະຕິບັດ ແລະ ຕິດຕາມນະໂຍບາຍທີ່ຖືກຕ້ອງດ້ານສິດທິມະນຸດ ໃຫ້ໄດ້ຮັບໝາກຜົນດີຂຶ້ນ.

    ໃນເດືອນຜ່ານມາ, ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາ ຫາລືດ້ານສິດທິມະນຸດ ສອງຝ່າຍ ຄັ້ງທີ 6 ຂຶ້ນໃນນະຄອນຫລວງວຽງຈັນ, ເຊິ່ງໄດ້ສຸມໃສ່ ການຈັດຕັ້ງປະຕິບັດພັນທະ ແລະ ສັນຍາສາກົນຂອງ ສປປລາວ ໃຫ້ມີປະສິດທິຜົນ, ພ້ອມ ນີ້ ອີຢູ ຍັງໄດ້ເນັ້ນຢ້ຳເຖິງຄວາມກ່ຽວຂ້ອງຂອງວຽກງານສິດທິມະນຸດທີ່ມີຕໍ່ສະຖຽນລະພາບ ແລະ ຄວາມສຳຄັນຂອງການເຊື່ອມໂຍງວຽກສິດທິມະນຸດ ເຂົ້າໃນບັນດານິຕິກຳ ແລະ ນະໂຍບາຍຕ່າງໆຂອງລາວ.

No comments:

Post a Comment