Ad

Ad

14 December 2015

ສຸວັນ​ນີ ​​ໂຮມ​ເຊັນ​ເຕີ ມະຫາຊົນ ເປີດ​ຂາຍ​ຮຸ້ນ​ຢ່າງ​ເປັນ​ທາງ​ການ

     ພິທີເປີດຊື້-ຂາຍຮຸ້ນ ຂອງບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນໄດ້ມີຂຶ້ນຢ່າງເປັນທາງການໃນວັນທີ 11 ທັນວານີ້, ທີ່ຕະຫລາດຫລັກຊັບລາວ ນະຄອນຫລວງວຽງຈັນ, ​ໂດຍມີທ່ານ ວັດດານາ ສຸຄະບັນດິດ ຮອງປະທານສະພາບໍລິຫານແລະຜູ້ອຳນວຍການໃຫຍ່ບໍລິສັດ ສຸວັນນີໂຮມເຊັນເຕີມະຫາຊົນ, ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍ ການບໍລິສັດ ຫລັກຊັບເອພີເອັມລາວ ຈຳກັດ ເຂົ້າຮ່ວມນຳດ້ວຍ.
     ທ່ານຮອງປະທານສະພາບໍລິຫານ ແລະ ຜູ້ອຳນວຍການ ໃຫຍ່ບໍລິສັດສຸວັນນີ ກ່າວວ່າ: ການເປີດໃຫ້ຊື້-ຂາຍຮຸ້ນຂອງບໍລິສັດ ສຸວັນນີ ໃນຕະຫລາດ ຫລັກຊັບລາວມື້ນີ້ ຈະໄດ້ຮັບການຕອບຮັບທີ່ດີຈາກນັກລົງທຶນທັງພາຍໃນແລະ ຕ່າງປະເທດ, ປັດຈຸບັນບໍລິສັດມີສາຂາທັງໝົດ 4 ແຫ່ງຄື: ສາຂາໂພນຕ້ອງ, ທົ່ງຂັນຄຳ,
ທົ່ງຕູມ ເມືອງຈັນທະບູລີ ແລະ ສາຂາສີໄຄ ເມືອງສີໂຄດຕະບອງແລະ ຈະມີການຂະຫຍາຍສາ ຂາເພີ່ມອີກຄື: ສາຂາບ້ານໂຊກໃຫຍ່ ເມືອງໄຊທານີ ນະຄອນຫລວງວຽງຈັນ; ສາຂາບ້ານ ນໍ້າງຽບ ເມືອງປາກຊັນ ແຂວງບໍລິຄໍາໄຊ ແລະ ສາຂາບ້ານກາງ ເມືອງປາກເຊ ແຂວງຈໍາປາສັກ ແລະ ເຊື່ອວ່າເມື່ອເຂົ້າຈົດທະບຽນໃນຕະຫລາດຫລັກຊັບລາວຈະເຮັດໃຫ້ບໍລິສັດມີຊື່ສຽງຫລາຍຂຶ້ນ, ເປັນທີ່ຍອມຮັບໃນລະດັບມາດຕະຖານສາກົນ ແລະ ເຮັດໃຫ້ມີຖານແຫລ່ງທຶນທີ່ແຂງແກ່ນ, ເພີ່ມກຸ່ມລູກຄ້າ, ເພີ່ມຊ່ອງທາງການຈຳໜ່າຍສິນຄ້າໄດ້ຫລາຍຂຶ້ນ ແລະ ໝັ້ນໃຈວ່າຈະສ້າງຜົນຕອບແທນກັບຄືນສູ່ຜູ້ຖືຮຸ້ນ ແລະ ນັກລົງທຶນໄດ້ເປັນທີ່ໜ້າເພິ່ງພໍໃຈ.
     ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການບໍລິສັດ ຫລັກຊັບເອພີເອັມລາວ ຈຳກັດ ກ່າວວ່າ: ​ໃນຖານະເປັນທີ່ປຶກສາທາງການເງິນຂອງບໍລິສັດ ສຸວັນນີ ​​ເຊື່ອວ່າຮຸ້ນຂອງບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ ຈະເປັນທາງເລືອກທີດີແລະ ສາມາດສ້າງຜົນຕອບແທນທີ່ດີໃຫ້ກັບນັກລົງທຶນທັງພາຍໃນແລະ ຕ່າງປະເທດ ທີ່ສົນໃຈເຂົ້າມາລົງທຶນ​, ໃນ​​ໄລຍະທີ່ເປີດ​​ໃຫ້ຈອງຊື້ຮຸ້ນ IPO ຂອງ ສຸວັນນີເຫັນວ່າປະສົບຜົນສຳເລັດເປັນຢ່າງດີ, ​ໂດຍມີຜູ້ເຂົ້າຈອງເປັນຈຳນວນຫລາຍເມື່ອບວກກັບບໍລິສັດດັ່ງກ່າວໄດ້ດຳເນີນທຸລະກິດກໍ່ສ້າງມາຫລາຍກວ່າ 20 ປີ, ຈຶ່ງເຮັດໃຫ້ນັກລົງທຶນເຊື່ອໝັ້ນແລະ ຕ້ອງການທີ່ຈະລົງທຶນຮ່ວມກັບບໍລິສັດແລະເຊື່ອແນ່ວ່າໃນອະນາຄົດຮຸ້ນຂອງບໍລິສັດ ສຸວັນນີ ຈະເປັນຂວັນໃຈຂອງນັກລົງທຶນ​​ຢ່າງແນ່ນອນ.

     ບໍລິສັດ ສຸວັນນີໂຮມເຊັນເຕີ ກ່ອນການຈົດທະບຽນໃນຕະຫລາດຫລັກຊັບລາວ ມີ​​ເງິນລົງທຶນທັງໝົດ 280 ຕື້ກີບ ມູນຄ່າທີ່ກຳນົດຮຸ້ນລະ 2.000 ກີບແລະ ພາຍຫລັງການເຂົ້າຈົດທະບຽນ ບໍລິສັດດັ່ງກ່າວ ຈະມີທຶນຈົດທະບຽນເປັນ 330 ຕື້ກີບ. ນອກຈາກນີ້ໃນປີ 2012 ມີລາຍຮັບລວມ 230 ຕື້ກວ່າກີບ ມີກຳໄລສຸດທິ 10 ຕື້ກວ່າກີບ, ປີ 2013 ມີລາຍຮັບລວມ 264 ຕື້ກວ່າກີບ ມີກຳໄລສຸດທິ 14 ຕື້ກວ່າກີບ, ປີ 2014 ບໍລິສັດ ສຸວັນນີ້ ມີລາຍຮັບລວມ 311 ຕື້ກວ່າກີບ ມີກຳໄລສຸດທິ 21 ຕື້ກວ່າກີບແລະ 6 ​ເດືອນຕົ້ນຂອງປີ 2015 ມີລາຍຮັບທັງໝົດ 167 ຕື້ກວ່າກີບ ມີກຳໄລສຸດທິ 12 ຕື້ກວ່າກີບ.

No comments:

Post a Comment